ການເຄື່ອນໄຫວຕ່າງໆໜູນຊ່ວຍຜູ້ອອກແຮງງານໃນເດືອນກຳມະກອນ 2023

(VOVWORLD) - ຕອບສະໜອງເດືອນກຳມະກອນ, ອົງການກຳມະກອນນະຄອນໄດ້ວາງເປົ້າໝາຍເພີ່ມທະວີການສ້າງຊ່ອງຂໍ້ມູນຂ່າວເພື່ອຮັບຟັງຄຳເຫັນ, ຂໍ້ສະເໜີແນະຂອງສະມາຊິກກຳມະບານ
ການເຄື່ອນໄຫວຕ່າງໆໜູນຊ່ວຍຜູ້ອອກແຮງງານໃນເດືອນກຳມະກອນ 2023 - ảnh 1ສະຫະພັນແຮງງານ ນະຄອນຫາຍຟ່ອງ ຈັດການເຄື່ອນໄຫວເນື່ອງໃນໂອກາດເດືອນກຳມະກອນ
(ພາບ:haiphong.gov.vn)

ວັນທີ 22 ເມສາ, ຢູ່ຫໍວັດທະນະທຳແຮງງານ ມິດຕະພາບ ຫວຽດ - ຕຽບ (ນະຄອນ ຫາຍຟ່ອງ), ສະຫະພັນແຮງງານ ນະຄອນຫາຍຟ່ອງ ໄດ້ຈັດພິທີປຸກລະດົມເດືອນກຳມະກອນ, ໄຂສັບປະດາວັດທະນະທຳກິລາ - ກຳມະກອນ, ລັດຖະກອນ, ຜູ້ອອກແຮງງານນະຄອນ ແລະ ຕອບສະໜອງງານບຸນ ດອກຝາງແດງ - ຫາຍຟ່ອງ 2023. ທີ່ລາຍການ, ສະຫະພັນແຮງງານ ຫາຍຟ່ອງ ໄດ້ມອບໃຫ້ສະມາຊິກກຳມະບານ ແລະ ກຳມະກອນ, ລັດຖະກອນນະຄອນ ຂອງຂວັນ 4.000 ພູດ, ໜູນຊ່ວຍ; ມອບ “ເຮືອນກຳມະບານ” 15 ຫຼັງ, ມອບບັດຊື້ເຄື່ອງດ້ວຍມູນຄ່າທັງໝົດປະມານ 4,58 ຕື້ດົ່ງ (ປະມານ 195.000 ໂດລາສະຫະລັດ).

          ແລະ ກໍ່ໃນວັນດຽວກັນ, ຢູ່ຫໍວັດທະນະທຳ ແຮງງານນະຄອນໂຮ່ຈີມິນ, ສະຫະພັນແຮງງານນະຄອນ ໄດ້ໄຂເດືອນກຳມະກອນຄັ້ງທີ 15 ປີ 2023. ຕອບສະໜອງເດືອນກຳມະກອນ, ອົງການກຳມະກອນນະຄອນໄດ້ວາງເປົ້າໝາຍເພີ່ມທະວີການສ້າງຊ່ອງຂໍ້ມູນຂ່າວເພື່ອຮັບຟັງຄຳເຫັນ, ຂໍ້ສະເໜີແນະຂອງສະມາຊິກກຳມະບານ....ເນື່ອງໃນໂອກາດນີ້, ສະຫະພັນແຮງງານນະຄອນ ໂຮ່ຈີມິນ ໄດ້ມອບຂອງຂວັນ 100 ພູດໃຫ້ແກ່ສະມາຊິກກຳມະບານ, ຜູ້ອອກແຮງງານທີ່ມີຄວາມມານະພະຍາຍາມ, ຜ່ານຜ່າຄວາມຫຍຸ້ງຍາກ; ກວດພະຍາດຟຼີໃຫ້ຄົນງານ 500 ຄົນ.

          ໃນເດືອນກຳມະກອນ, ສະຫະພັນແຮງງານ, ພະແນກແຮງງານ - ທະຫານເສຍອົງຄະ ແລະ ສັງຄົມແຂວງ ອານຢາງ ໄດ້ສົມທົບຈັດການເຄື່ອນໄຫວຫຼາຍຢ່າງຄື: ເບິ່ງແຍງດູແລສຸຂະພາບ, ປ້ອງກັນ, ສະກັດກັ້ນພະຍາດອາຊີບໃຫ້ແກ່ກຳມະກອນຜູ້ອອກແຮງງານ...

ຕອບກັບ

ຂ່າວ/ບົດ​ອື່ນ