ການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງໃນລາຍການ “ສາຍເລືອດ ລາກຮົ່ງ ແຫ່ງຄວາມສັກກະລະບູຊາ”

(VOVWORLD) -ມີການເຄື່ອນໄຫວຫຼາຍຢ່າງທີ່ມີຄວາມໝາຍຖືກດຳເນີນໄປ ເນື່ອງໃນໂອກາດຕອບບຸນແທນຄຸນ, ແຜ່ຂະຫຍາຍສານກ່ຽວກັບສັນຕິພາບ ເຊິ່ງໄດ້ຮັບການຈັດຕັ້ງຢູ່ຮ່າໂນ້ຍ.

ການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງໃນລາຍການ “ສາຍເລືອດ ລາກຮົ່ງ ແຫ່ງຄວາມສັກກະລະບູຊາ” - ảnh 1 ປ່ອຍນົກສັນຕິພາບ 21 ໂຕເຊິ່ງເປັນສັນຍາລັກໃຫ້ 21 ປີທີ່ UNESCO ເຊີດຊູນະຄອນຮ່າໂນ້ຍ ວ່າແມ່ນ “ນະຄອນແຫ່ງສັນຕິພາບ”

(ພາບ: cand.com.vn)

ວັນທີ 18 ຕຸລາ, ມີການເຄື່ອນໄຫວຫຼາຍຢ່າງທີ່ມີຄວາມໝາຍຖືກດຳເນີນໄປ ເນື່ອງໃນໂອກາດຕອບບຸນແທນຄຸນ, ແຜ່ຂະຫຍາຍສານກ່ຽວກັບສັນຕິພາບ ເຊິ່ງໄດ້ຮັບການຈັດຕັ້ງຢູ່ຮ່າໂນ້ຍ. ນັ້ນແມ່ນລາຍການ “ສາຍເລືອດ ລາກຮົ່ງ ແຫ່ງຄວາມສັກກະລະບູຊາ: ນັກທຸລະກິດເຂດດິນແດນຫວຽດ - ເພື່ອຜູ້ມີຄວາມເກັ່ງກ້າສາມາດຫວຽດ” ເນື່ອງໃນໂອກາດສະເຫຼີມສະຫຼອງ 1010 ປີແຫ່ງ ທັງລອງ - ຮ່າໂນ້ຍ; 21 ປີແຫ່ງວັນຮ່າໂນ້ຍ ໄດ້ຮັບການເຊີດຊູຈາກ UNESCO ວ່າເປັນ “ນະຄອນແຫ່ງສັນຕິພາບ”; 66 ປີແຫ່ງວັນປົດປ່ອຍນະຄອນຫຼວງ; ຂ່ຳນັບຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກນະຄອນຮ່າໂນ້ຍ ຄັ້ງທີ 17, ອາຍຸການ 2020 – 2025.

        ໃນຂອບເຂດຂອງລາຍການ, ຢູ່ ວັນມ໊ຽວກ໊ວກຕືຢ໊າມ, ຮ່າໂນ້ຍ (ມະຫາວິທະຍາໄລແຫ່ງທຳອິດຂອງຫວຽດນາມ) ຄະນະຈັດຕັ້ງໄດ້ຈັດການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງຄື: ຢື້ຢາມຖາມຂ່າວ, ມອບຂອງຂວັນຕອບບຸນແທນຄຸນໃຫ້ແມ່ຫວຽດນາມ ວິລະຊົນຢູ່ຮ່າໂນ້ຍ 20 ຄົນ; ຍ້ອງຍໍບັນດານັກຮຽນ, ນັກສຶກສາທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ; ປ່ອຍນົກສັນຕິພາບ 21 ໂຕເຊິ່ງເປັນສັນຍາລັກໃຫ້ 21 ປີທີ່ UNESCO ເຊີດຊູນະຄອນຮ່າໂນ້ຍ ວ່າແມ່ນ “ນະຄອນແຫ່ງສັນຕິພາບ”…

ຕອບກັບ

ຂ່າວ/ບົດ​ອື່ນ