ການເຄື່ອນໄຫວພົບປະ 2 ຝ່າຍຂອງ ທ່ານນາງຮອງປະທານສະພາແຫ່ງຊາດຕອງທິຟ້ອງ ຢູ່ນອກ AIPA 38

(VOVWORLD) -ວັນທີ 15 ກັນຍາ, ໃນຂອບເຂດການເຂົ້າຮ່ວມກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດອາຊຽນຄັ້ງທີ 38 ຫຼື AIPA 38 ທີ່ຈັດຂຶ້ນຢູ່ນະຄອນຫຼວງມານີລາ ປະເທດຟີລິບປິນ, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕອງທິຟ້ອງ ໄດ້ມີການພົບປະ 2 ຝ່າຍກັບທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້, ປະທານສະພານິຕິບັນຍັດແຫ່ງລາຊະອານາຈັກໄທ ພອນເຜັດ ວີຈິດຈົນໃຈ ແລະ ປະທານສະພາແຫ່ງຊາດ ກຳປູເຈຍ ສົມເດັດ ເຮັງຊອມຣິນ
ການເຄື່ອນໄຫວພົບປະ 2 ຝ່າຍຂອງ ທ່ານນາງຮອງປະທານສະພາແຫ່ງຊາດຕອງທິຟ້ອງ ຢູ່ນອກ AIPA 38 - ảnh 1ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕອງທິຟ້ອງ 

ທີ່ການພົບປະ ກັບທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕອງທິຟ້ອງ ສະເໜີສະພາແຫ່ງຊາດ 2 ປະເທດສືບຕໍ່ເພີ່ມທະວີການພົວພັນລະຫວ່າງ 2 ສະພາແຫ່ງຊາດ ໂດຍຜ່ານການແລກປ່ຽນບັນດາຄະນະຜູ້ແທນ, ຈັດຕັ້ງກອງປະຊຸມສຳມະນາຫົວເລື່ອງກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງກໍມີຄວາມສົນໃຈ. ທີ່ການພົບປະກັບ ປະທານສະພານິຕິບັນຍັດແຫ່ງລາຊະອານາຈັກໄທ ພອນເຜັດ ວີຈິດຈົນໃຈ, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕອງທິຟ້ອງ ສະແດງຄວາມຫວັງຢາກດຳເນີນການພົບປະແລກປ່ຽນລະຫວ່າງບັນດາຄະນະສະມາຊິກສະພາແຫ່ງຊາດ, ໃນນັ້ນມີກຸ່ມ ສ.ສ.ຊ ມິດຕະພາບ. ທີ່ການພົບປະກັບ ປະທານສະພາແຫ່ງຊາດ ກຳປູເຈຍ ສົມເດັດ ເຮັງຊອມຣິນ, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕອງທິຟ້ອງສະເໜີ 2 ຝ່າຍຈົ່ງເພີ່ມທະວີບັນດາການເຄື່ອນໄຫວຮ່ວມມື, ພົວພັນແລກປ່ຽນມິດຕະພາບລະຫວ່າງບັນດາຄະນະຊາວໜຸ່ມ, ສະຫະພັນແມ່ຍິງ, ກຸ່ມ ສ.ສ.ຊ ມິດຕະພາບໃນໄລຍະທີ່ຈະມາເຖິງ. 

ຕອບກັບ

ຂ່າວ/ບົດ​ອື່ນ