ການເຄື່ອນໄຫວພົບປະກັບຜູ້ມີສິດເລືອກຕັ້ງ, ການລົງໂຄສະນາຫາສຽງເລືອກຕັ້ງຢູ່ຮ່າໂນ້ຍແລະນະຄອນໂຮ່ຈິມິນ

ການເຄື່ອນໄຫວພົບປະກັບຜູ້ມີສິດເລືອກຕັ້ງ, ການລົງໂຄສະນາຫາສຽງເລືອກຕັ້ງຢູ່ຮ່າໂນ້ຍແລະນະຄອນໂຮ່ຈິມິນ - ảnh 1
(ທ່ານ​ປະ​ທານ​ປະ​ເທດ ເຈີ​ນ​ດ້າຍກ​ວາງ
​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ 1, ​ເມືອງ 3 ແລະ 4)

(vovworld) - ​ ​​ໃນ​ລະ​ຫວ່າງວັນ​ທີ 09 – 12/05, ຢູ່​ຫົວ​ໜ່ວຍ​ເລືອກ​ຕັ້ງ​ເລກ 1 ນະ​ຄອນ​ໂຮ່​ຈິ​ມິນ, ທ່ານ​ປະ​ທານ​ປະ​ເທດ ເຈີ​ນ​ດ້າຍກ​ວາງ ແລະ ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14, 4 ທ່ານ ໄດ້ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ 1, ​ເມືອງ 3 ແລະ 4 ເພື່ອ​ລາຍ​ງານ​ໂຄງ​ການ​ດຳ​ເນີນ​ງານ, ລົງ​ໂຄ​ສະ​ນາ​ຫາ​ສຽງ​ເລືອກ​ຕັ້ງຕາມ​ຂໍ້​ກຳ​ນົ​ດ​ຂອງ​ກົ​ດ​ໝາຍ. ເນື້ອ​ໃນ​ໂຄງ​ການ​ດຳ​ເນີນ​ງານ​ຂອງ​ບັນ​ດາ​ຜູ້​ສະ​ໝັກ​ຮັບ​ເລື​ອກ​ຕັ້ງ​ໄດ້​ເຕື້ອງ​ເຖິງ​ຫຼາຍ​ບັນ​ຫາ​ຄື: ປັບ​ປຸງ​ສະ​ພາບ​ແວ​ດ​ລ້ອມ​ແຫ່ງ​ການ​ດຳ​ລົງ​ຊີ​ວິດ, ສ້າງ​ກົນ​ໄກ​ໃຫ້​ລະ​ບົບ​ສາ​ທາ​ລະ​ນະ​ສຸກ, ສົ່ງ​ເສີມ​ສຸ​ຂະ​ພາບ​ໃຫ້​ປະ​ຊາ​ຊົນ, ເອົາ​ໃຈ​ໃສ່​ເຖິງ​ຄວາມ​ຄວາມ​ກ້າວ​ໜ້າ​ຂອງ​ແມ່​ຍິງ, ມຸ່ງ​ໄປ​ເຖິງ​ຄວາມ​ຍຸ​ຕິ​ທຳ​ໃນ​ສັງ​ຄົມ… ໃນ​ໂຄງ​ການ​ດຳ​ເນີນ​ງານ​ຂອງ​ຕົນ, ທ່ານ​ປະ​ທານ​ປະ​ເທດ ເຈີ​ນ​ດ້າຍກ​ວາງ ເນັ້ນ​ໜັກ​ເຖິງ​ບັນ​ດາ​ໜ້າ​ທີ່​ຈຸດ​ສຸມ​ນັ້ນ​ແມ່ນ: ເຂົ້າ​ຮ່ວມ​ການ​ສ້າງ​ກົດ​ໝາຍ, ​ປັບ​ປຸງ​ລະ​ບອບ, ວິ​ທີ​ການ ແລະ ກົນ​ໄກ​ດຳ​ເນີນ​ການ​ເຄື່ອນ​ໄຫວ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ວຽກ​ງານ​ຄຸມ​ຄອງ​ລັດ, ຊີ້​ນຳ​ການກໍ່​ສ້າງ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ​ປະ​ຕ​ິ​ວັດ, ເປັນ​ກອງ​ທັບ​ຫຼວງ, ຍອດ​ຢ້ຽ​ມ, ຫັນ​ເປັ​ນ​ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ ເພື່ອ​ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ​ຢ່າງໝັ້​ນ​ຄົງ​ເຂັ້ມ​ແຂງ… ທ່ານ​ປະ​ທານ​ປະ​ເທດ ກໍ່​ຍົກ​ສູງ​ໜ້າ​ທີ່ຕໍ່​ສູ້, ປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ເພື່ອ​ແນ​ໃສ່​ເສີມ​ຂະ​ຫຍາຍ​ທຸກ​ແຫຼ່ງ​ກຳ​ລັງ, ຄວາມ​ສາ​ມາດ​ບ​ົ່ມ​ຊ້ອນ​ຢ່າງ​ມີຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ປະ​ຊາ​ຊົນ​ເພື່ອ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ທ່ານ​ປະ​ທານ​ປະ​ເທດ ຢືນ​ຢັນ​ຈະ​ຊີ້​ນຳ​ການ​ປະ​ຕິ​ບັດ​ແນວ​ທ​າງ​ການ​ຕ່າງ​ປະ​ເທດ​ເ​ອ​ກະ​ລາດຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ເປັນ​ເຈົ້າ​ຕົນ​ເອງ, ສັນ​ຕິ​ພາບ, ​ການຮ່ວມມ​ື ແລະ ພັດ​ທະ​ນາ, ຫັນ​ການ​ພົວ​ພັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ ແລະ ຫຼາຍ​ຝ່າຍ​, ຕັ້ງ​ໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ຍົກ​ສູງ​ທີ່​ຕັ້ງ ແລະ ອິດ​ທິພົນ​ຊ​ື່​ສຽງ​ຂອງ​ປະ​ເທດ​ຊາດ.  ໃນ​ຂະ​ນະ​ນັ້ນ, ບັນ​ດາ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ອື່ນກໍ່​ຢືນ​ຢັນຈະ​ພົບ​ປະ, ຮັບ​ຟັງ​ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ​ເປັນ​ປະ​ຈຳ, ປົກ​ປັກ​ຮັກ​ສາ​ສິດ ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ປະ​ຊາ​ຊົນ…

        ໃນ​ວັນ​ທີ 11/05, ທ່ານ​ເລ​ຂາ​ຄະ​ນະ​ພັ​ກ​ນະ​ຄອນ​ຮ່າ​ໂນ້ຍ ຮ່​ວາງ​ຈ​ຸງ​ຫາຍ ພ້ອມ​ກັບ​ບັນ​ດາ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເປັນສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ລົງ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ບາ​ວີ, ຫົວ​ໜ່ວຍ​ເລື​ອກ​ຕັ້ງ​ເລກ 8 ຂອງ​ນະ​ຄອນ​ຮ່າ​ໂນ້ຍ. ບັນ​ດາ​ຜູ້​ສະ​ໝັກ​ຮັບ​ເລືອ​ກ​ຕັ້ງ​ຢືນ​ຢັນ​ວ່າ, ເມື່ອ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຈະ​ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ວິ​ວັດ​ການ​ສ້າງ​ກົດ​ໝາຍ, ຕິດ​ຕາມກວດ​ກາ​ບັນ​ດາ​ບັນ​ຫາ​ຂອງ​ຊາດ; ເອົາ​ໃຈ​ໃສ່​ໜູນ​ຊ່ວຍ​ບັນ​ດາ​ທ້ອງ​ຖິ່ນ​ທີ່​ຍັງ​ປະ​ສົບ​ກັບ​ຄວ​າມ​ຫຍຸ້ງ​ຍາກ, ພິ​ເສດ​ແມ່ນ​ບັນ​ດາ​ຕາ​ແສງ​ເຂດ​ພູ​ດອຍ​ທີ່​ມີ​ພໍ່​ແມ່​ຊາວ​ຊົນ​ເຜົ່າ​ອາ​ໄສ​ດຳ​ລົງ​ຊີ​ວິດ…

ຂ່າວ/ບົດ​ອື່ນ