ການເຄື່ອນໄຫວພົບປະສອງຝ່າຍຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຂັ້ນສູງສະມັດຊາໃຫຍ່ ສປຊ ຄັ້ງທີ 78

(VOVWORLD) - ທີ່ການພົບປະກັບທ່ານປະທານາທິບໍດີ Rumani Klaus Iohannis, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສອງຝ່າຍເພີ່ມທະວີການສຳຜັດ ແລະ ແລກປ່ຽນຄະນະຜູ້ແທນ, ພິເສດແມ່ນຂັ້ນສູງ ແລະ ສືບຕໍ່ສ້າງບາດກ້າວບຸກທະລຸກ່ຽວກັບການຄ້າ -  ການລົງທຶນ ເພື່ອໃຫ້ການພົວພັນສອງປະເທດພັດທະນາສົມກັບຄວາມສາມາດບົ່ມຊ້ອນ...
ການເຄື່ອນໄຫວພົບປະສອງຝ່າຍຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຂັ້ນສູງສະມັດຊາໃຫຍ່ ສປຊ ຄັ້ງທີ 78 - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະສອງຝ່າຍຢູ່ນອກກອງປະຊຸມຂອງສະມັດຊາໃຫຍ່ ສປຊ
(ພາບ:VGP/Nhật Bắc)

ເນື່ອງໃນໂອກາດເຂົ້າຮ່ວມວາລະປະຊຸມປຶກສາຫາລືລວມຂັ້ນສູງຂອງ ສະມັດຊາໃຫຍ່ ສປຊ ຄັ້ງທີ 78 ຢູ່ ນິວຢອກ, ປະເທດ ອາເມລິກາ, ວັນທີ 20 ກັນຍາ, ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບການນຳບັນດາປະເທດ, ອົງການຈັດຕັ້ງສາກົນຢູ່ນອກກອງປະຊຸມ.

        ທີ່ການພົບປະກັບທ່ານປະທານາທິບໍດີ Rumani Klaus Iohannis, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສອງຝ່າຍເພີ່ມທະວີການສຳຜັດ ແລະ ແລກປ່ຽນຄະນະຜູ້ແທນ, ພິເສດແມ່ນຂັ້ນສູງ ແລະ ສືບຕໍ່ສ້າງບາດກ້າວບຸກທະລຸກ່ຽວກັບການຄ້າ -  ການລົງທຶນ ເພື່ອໃຫ້ການພົວພັນສອງປະເທດພັດທະນາສົມກັບຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງແຕ່ລະປະເທດ; ພັດທະນາການຮ່ວມມືກ່ຽວກັບແຮງງານ ແລະ ການສຶກສາ - ບຳລຸງສ້າງ, ແບ່ງປັນບົດຮຽນ ກ່ຽວກັບການຄຸ້ມຄອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແລະ ແມ່ນ້ຳ Danube ແບບຍືນຍົງ.

        ໃນການພົບປະກັບທ່ານປະທານາທິບໍດີ ໂປໂລຍ Andrzej Duda, ທ່ານປະທານາທິບໍດີ ໂປໂລຍ ຖືວ່າ: ສອງປະເທດຍັງມີຫຼາຍຄວາມສາມາດບົ່ມຊ້ອນຮ່ວມມື, ໃນນັ້ນມີບັນດາຂົງເຂດຄື: ການສຶກສາ - ບຳລຸງສ້າງ, ເຕັກໂນໂລຊີຂໍ້ມູນຂ່າວສານ, ການແພດ, ການຢາ, ກະສິກຳ ແລະ ຫວັງວ່າ ລັດຖະບານ ຫວຽດນາມ ຕັ້ງໜ້າສະໜັບສະໜູນວິສາຫະກິດ ໂປໂລຍ ລົງທຶນ ຢູ່ ຫວຽດນາມ.

        ໃນການພົບປະກັບທ່ານ Miguel Diaz – Cane, ເລຂາທີໜຶ່ງ, ປະທານ ກູບາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ: ສອງຝ່າຍຄວນສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນເພື່ອເພີ່ມທະວີການພົວພັນດ້ານການຄ້າ, ການລົງທຶນ, ນຳການພົວພັນເສດຖະກິດໃຫ້ສົມກັບການພົວພັນທາງການເມືອງອັນດີງາມລະຫວ່າງສອງປະເທດ.

ການເຄື່ອນໄຫວພົບປະສອງຝ່າຍຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຂັ້ນສູງສະມັດຊາໃຫຍ່ ສປຊ ຄັ້ງທີ 78 - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບການນຳກຸ່ມບໍລິສັດເຕັກໂນໂລຊີ SpaceX
(ພາບ:VGP/Nhật Bắc)

  ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍ່ໄດ້ຕ້ອນຮັບການນຳບັນດາກຸ່ມບໍລິສັດເສດຖະກິດແຖວໜ້າຂອງ ອາເມລິກາ ແລະ ໂລກ, ເຊິ່ງລວມມີ: ກຸ່ມບໍລິສັດເຕັກໂນໂລຊີ Microsoft, ກອງທຶນ Gates, ກຸ່ມບໍລິສັດເຕັກໂນໂລຊີ SpaceX, ບໍລິສັດເຄື່ອງດື່ມ Coca – Cola, ກຸ່ມບໍລິສັດພະລັງງານທົດແທນ Pacifico Enregy…

ຕອບກັບ

ຂ່າວ/ບົດ​ອື່ນ