ການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳຫວຽດນາມ -ສ.ເກົາຫຼີ

ການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳຫວຽດນາມ -ສ.ເກົາຫຼີ - ảnh 1
ງານ​ວາງສະ​ແດງ​ຮູບ​ແຕ້ມ​ຕົວ​ລະຄອນ​ໃນ​ເລື່ອງກະ​ຕູນ ​ແລະ ພາບ​ເລື່ອງ​ສ.​ເກົາຫຼີ
(ພາບ: TTXVN)


(vovworld) -  ວັນ​ທີ 26/05, ຢູ່​ສູນວັດທະນະທຳ​ສ.​ເກົາຫຼີ (ຮ່າ​ໂນ້ຍ) ​ໄດ້​ຈັດ​ພິທີໄຂ “ງານ​ວາງສະ​ແດງ​ຮູບ​ແຕ້ມ​ຕົວ​ລະຄອນ​ໃນ​ເລື່ອງກະ​ຕູນ ​ແລະ ພາບ​ເລື່ອງ​ສ.​ເກົາຫຼີ” ​ໂດ​ຍສູນວັດທະນະທຳ​ສ.​ເກົາຫຼີ ສົມທົບ​ກັບ​ສະ​ຖາ​ບັນ​ພັດທະນາ​ເນື້ອ​ໃນ​ວັດທະນະທຳ​ສ.​ເກົາຫຼີ (KOCCA) ຈັດ​ຕັ້ງ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ຫົວໜ້າ​ສູນວັດທະນະທຳ​ສ.​ເກົາຫຼີ ທ່ານ Park Nark Jong ​ໃຫ້​ຮູ້​ວ່າ: ງານ​ວາງສະ​ແດງ​ຮູບ​ແຕ້ມຕົວ​ລະຄອນ​ໃນ​ເລື່ອງ​ກະ​ຕູນ ​ແລະ ພາບ​ເລື່ອງ​​ສ.​ເກົາຫຼີ ຖືກ​້ຈັດ​ຂຶ້ນ​ດ້ວຍ​ຄວາມ​ຫວັງ​ວ່າ ຈະ​ປະກອບສ່ວນ​ນຳ​ວັດທະນະທຳ​ຂອງສ.​ເກົາຫຼີ ​ມາ​ສູ່​ປະຊາຊົນ​ຫວຽດນາມ, ​ໂດ​ຍສະ​ເພາະ​ແມ່ນ​ບັນດາ​ລຸ່ນໜູ່ມດ້ວຍ​ຫຼາຍ​ຮູບ​ຫຼາຍ​​ແບບ ​ແລະ ​ໃກ້ຊິດ​ກວ່າ. ​ນີ້​ກໍ​ແມ່ນ​ກາ​ລະ​ໂອກາດ​ຊຸກຍູ້​ການ​ຮ່ວມ​ມື​​ໃໝ່​ໃນ​ຂະ​ແໜງພາບ​ເລື່ອງ ​ແລະ ​ເລື່ອງກະຕູນ​ລະຫວ່າງ​ຫວຽດນາມ ​ແລະ ສ,​ເກົາຫຼີ. ມີ​ເດັກນ້ອຍຫວຽດນາມ ​ແລະ ສ,​ເກົາຫຼີກວ່າ 100 ຄົນ​ເຂົ້າ​ຮ່ວມ​ພິທີ​ໄຂ ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ຟົດ​ຟື້ນ​ຄື ​ເບິ່ງ​ຮູບ​ເງົາກະຕູນ​ບາງ​ເລື່ອງ, ພົບ​ປະແລກປ່ຽນ​ກັບ​ນັກ​ຈິດຕະກອນ​​ແຕ້ມ​ພາບ​ເລື່ອງ​ທີ່​ມີ​ຊື່​ສຽງ​ຂອງ​ສ.​ເກົາຫຼີ.

ຂ່າວ/ບົດ​ອື່ນ