ການເຄື່ອນໄຫວຟົດຟື້ນຫລາຍຢ່າງເພື່ອຂ່ຳນັບຊົມເຊີຍກອງປະຊຸມໃຫຍ່ຄັ້ງທີ12ຂອງພັກ

ການເຄື່ອນໄຫວຟົດຟື້ນຫລາຍຢ່າງເພື່ອຂ່ຳນັບຊົມເຊີຍກອງປະຊຸມໃຫຍ່ຄັ້ງທີ12ຂອງພັກ - ảnh 1

(vovworld)- ຕອນ​ຄ່ຳ​ວັນ​ທີ 18/1 ຢູ່​ສູນ​ສິ​ລະ​ປະ​ ເອົາ​ເກີ ຮ່າ​ໂນ້ຍ, ກະ​ຊວງວັດ​ທະ​ນະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວ ໄດ້​ຈັດ​ຕັ້ງ​ລາຍ​ການ​ສິ​ລະ​ປະ​​ພິ​ເສດ ຍ້ອງ​ຍໍ​ພັກ, ປະ​ທານ​ໂຮ່​ຈິ​ມີນ ແລະ ບ້ານ​ເກີດ​ເມືອງນອນ ". ເຂົ້າ​ຮ່ວມ​ລາຍ​ການ ມີ​ນັກ​ສິ​ລະ​ປິນ​ປະ​ມານ 200 ຄົນ ພ້ອມ​ກັບ​ບັນ​ດາ​ກອງ​ສິ​ລະ​ປະ​ພາຍ​ໃນ ແລະ ນອກ​ກະ​ຊວງວັດ​ທະ​ນະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວ.  ນັກ​ສິ​ລະ​ປິນ​ດີ​ເດັ່ນ ໂດ​ເຈື່ອງ​ອານ, ຜູ້​ກຳ​ກັບ​ການ​ສະ​ແດງ ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ແມ່ນ​ບັນ​ດາ​ນັກ​ສິ​ລະ​ປິນ​ຂຶ້ນ​ກັບ​ກະ​ຊວງວັດ​ທະ​ນະ​ທຳ ຮູ້​ສຶກ​ເປັນ​ກຽດ​ໄດ້ເຂົ້າ​ຮ່ວມ​ລາຍ​ການ​ສິ​ລະ​ປະ​ເພື່ອ​ສະ​ແດງ​ບັນ​ດາ​ບົດ​ເພງ, ວາດ​ຟ້ອນ ​ອວຍ​ພອນ​ພັກ, ອວຍ​ພອນກອງ​ປະ​ຊຸມ​ໃຫຍ່​ປະ​ສົບ​ຜົນ​ສຳ​ເລັດ. ພວກ​ຂ້າ​ພະ​ເຈົ້າ​ໄດ້​ພ້ອມ​ກັບ​ປະ​ຊາ​ຊົ​ນ​ໃນ​ທົ່ວ​ປະ​ເທດ ອວຍ​ພອ​ນ​ໃຫ້​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ປະ​ສົບ​ຜົນ​ສຳ​ເລັດ.”

        ແລະ​ກໍ​ໃນ​ຕອນ​ຄ່ຳ​ວັນ​ທີ 18/1 ຢູ່ ສູນ​ວາງ​ສະ​ແດງວິ​ຈິດ​ສິນ ຫາຍ​ຟ່ອງ, ພະ​ແນກວັດ​ທະ​ນະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວ ຫາຍ​ຟ່ອງ ໄຂ​ງານ​ວາງ​ສະ​ແດງ​ພາບ​ເອ​ກະ​ສານກ່ຽວ​ກັບ ພັກ​ກອມ​ມູ​ນິດ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ