ການເຄື່ອນໄຫວມຸ້ງໄປເຖິງ ວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະ ຊີວິດເພື່ອຊາດ

ການເຄື່ອນໄຫວມຸ້ງໄປເຖິງ ວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະ ຊີວິດເພື່ອຊາດ - ảnh 1
ພາບປະກອບ

(vovworld) – ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ທີ່​ແທດ​ຈິງ​ເພື່ອ​ມຸ້ງ​ໄປ​ເຖິງ​ການສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງວັນ​ທະຫານ​ເສຍ​ອົງ​ຄະ ​ແລະ ນັກຮົບທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ (27/7/1947 – 27/7/2012) ສືບ​ຕໍ່​ດຳ​ເນີນ​ໄປ​ຢູ່​ບັນດາ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ. ຕອນ​ຄຳ່​ວັນ​ທີ 22/7, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ນັກຮົບ​ເກົ່າ​ຫວຽດນາມ ສົມທົບ​ກັບ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ຈັດ​ຕັ້ງ​ການຖ່າຍ​ທອດ​ສົດ​ທາງ​ໂທລະພາບ​ “ລາຍການ​ພົບ​ປະ​ແລກປ່ຽນ​ສິລະ​ປະ, ຕອບ​ບຸນ​ແທນ​ຄຸນ​ເດືອນ 7” ​ເພື່ອ​ແນ​ໃສ່​ເຊີດ​ຊູ​ບັນດາ​ນັກຮົບ​​ເກົ່າ​ທີ່​ເຮັດ​ທຸລະ​ກິ​ດ​ເກັ່ງ ​ແລະ ພ້ອມ​​ແລ້ວທີ່​ຈະແບ່ງປັນ​ນ້ຳ​ໃຈ​​ເພື່ອ​ການກຸສົນ​ກັບ​ເພື່ອນ​ຮ່ວມ​ກົມ​ກອງ​ຂອງ​ຕົນ​ທີ່​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ສະມາຄົມ​ນັກຮົບ​ເກົ່າ​ຫວຽດນາມ ​ໄດ້​ມອບ​ຂອງ​ຂວັນ 200 ພຸດ, ​ແຕ່​ລະ​ພຸດ​ມີ​ມູນ​ຄ່າ 1 ລ້ານ​ດົ່ງ​ໃຫ້​ແກ່​ບັນດາ​ນັກຮົບ​ເກົ່າ​ເຊິ່ງ​ແມ່ນ​ທະຫານ​ເສຍ​ອົງຄະ, ບັນດາ​ຄອບຄົວ​ທີ່ມີ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ປະສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​​ເປັນພິ​ເສດ. ພົນ​ຕີ Phung Khac Dang, ຮອງ​ປະທານ​ສະມາຄົມ​ນັກຮົບ​ເກົ່າ​ຫວຽດນາມ ຊີ້​ແຈງ​ວ່າ:

“ສະມາຄົມ​ທຸກ​ຂັ້ນ ​ໄດ້​ປະກອບ​ເຫື່ອ​ແຮງ​ບູລະນະ​ປະຕິສັງຂອນ​ສຸສານ​ນັບ​ຮົບ​ທີ່ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ຢື້​ຢາມ​ຖາມ​ຂ່າວ, ມອບ​ຂອງຂວັນ​ແມ່​ຫວຽດນາມ ວິລະ​ຊົນ ​ເປັນ​ປະຈຳ. ​ເຂົ້າ​ຮ່ວມ​ການ​ລ້ຽງ​ດູ​ບັນດາ​ນັກ​ຮົບ​ເກົ່າ ​ແລະ ລູກ​ຫຼານຂອງ​ບັນດານ​ັກຮົບ​ເກົ່າ​ທີ່​ຕິດ​ທາດ​ພິດ​ສີ​ສົ້ມ/ ດີ​ໂອ​ຊິນ, ສ້າງ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​​ໃຈ.​​..​ ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ ​ເມື​່ອມີ​ຫຼາຍອົງການ, ຄະນະ, ຂະ​ແໜງ​ການ, ບັນດາ​ບຸກຄົນ ພ້ອມ​ກັນ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ສະມາຄົມ​ນັບ​ຮົບ​ເກົ່າ​ໃນ​ລາຍການ​ຕອບ​ບຸນ​ແທນ​ຄຸນ”

ການເຄື່ອນໄຫວມຸ້ງໄປເຖິງ ວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະ ຊີວິດເພື່ອຊາດ - ảnh 2
ລາຍການ “ດອກໄມ້ສີແດງ”

ແລະ​ກໍ​ໃນ​ຕອນ​ຄຳ່​ວັນ​ດຽວ​ກັນ, ນະຄອນຫຼວງ ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ການ​ຍ້ອງຍໍ​ສັນລະ​ເສີນ​ນັກຮົບ​ເກົ່າ, ຍາດຕິ​ພີ່ນ້ອງ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະຕິວັດ​ທີ່​ດີ​ເດັ່ນ ​ແລະ ບຸ​ກຄົນ, ຫົວໜ່ວຍ​ປະຕິບັດ​ວຽກ​ງານ​ຕອບ​ບຸນ​ແທນ​ຄຸນ​​ເປັນ​ຢ່າງ​ດີ. ຄະນະ​ກຳມະການ​ປະຊາຊົນ​​ໄດ້​ມອບ​ໃບ​ຍ້ອງຍໍ​ໃຫ້​ແກ່ 46ໝູ່​ຄະນະ ​ແລະ 35 ສ່ວນ​ບຸກຄົນ ​ເຊິ່ງ​ແມ່ນ ທະຫານ​ເສຍ​ອົງຄະ, ຍາດຕິ​ພີ່ນ້ອງ​ນັກຮົບ​ທີ່ເສຍສະຫຼະ​ຊີວິດ​ເພື່​ອຊາດ​ທີ່​ມີ​ຜົນງານ​ດີ​ເດັ່ນ ​ແລະ ບັນດາ​ຫົວໜ່ວຍ​ປະຕິບັດ​ວຽກ​ງານ​ຕອບ​ບຸນ​ແທນ​ຄຸນ​ເປັນ​ຢ່າງ​ດີ​ໃນ​ຊຸມ​ປີ​ຜ່ານ​ມາ. ທ່ານ​ນາງ Nguyen Thi Bich Ngoc, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ:

“​ການເບິ່ງ​ແຍງ​ດູ​ແລ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ໄດ້​ກາຍ​ເປັນ​ຂະ​ບວນການ​ແຜ່​ລາມ​ອອກຢ່າງ​ກ້ວາງ​ຂວາງ​ໃນ​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ບັນດາ​ອົງການ​ສັງຄົມ ບັນດາ​ຂະ​ແໜງ​ການ, ທ້ອງ​ຖິ່ນ ​ໃນ​ບໍລິ​ເວນ​ນະຄອນ ຢ່າງ​ແທ້​ຈິງ. ດັ່ງ​ນັ້ນ, ບັນດາ​ຄອບຄົວ​ນອນ​ໃນ​ເປົ້າ​ໝາຍ​ນະ​ໂຍບາຍ​ທັງ​ໝົດ​ລ້ວນ​ແຕ່​ມີ​ລະດັບ​ຄອງ​ຊີບ​​ເໜືອລະດັບ​ປານ​ກາງ ​ແລະ ທະຫານ​ເສຍ​ອົງຄະ, ຍາດຕິ​ພີ່ນ້ອງ​ຂອງນັກຮົບທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ໄດ້​ບືນ​ຕົວ​ຂຶ້ນ​ຜ່ານ​ຜ່າ​ຄວາມ​ເຈັບ​ປວດ​ສູນ​ຫາຍ ດ້ວຍ​ເຈດ​ຈຳນົງ ​ແລະ ມານະ​ຈິດ​ອົງ​ອາດ​ກ້າ​ແກ່ນ​ໄດ້​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ສ້າງຊີວິດ​ທີ່​ອິມໜຳ​ສຳ​ລານ​ຄວາມຜາ​ສຸກ​ປະກອບສ່ວນ​ເຂົ້າ​​ໃນ​ການ​ສ້າງສາ ​ແລະ ພັດ​ທະນາ​ນະຄອນຫຼວງ”

​ແລະ​ກໍ​ໃນ​ຕອນ​ຄຳ່​ວັນ​ທີ 22/7, ຢູ່​ຮ່າ​ໂນ້ຍ, ໜັງສື​ພິມ​ເອ​ເລັກ​ໂຕ​ນິກ ພັກ​ກອມ​ມູນິດ​ຫວຽດນາມ ສົມທົບ​ກັບ​ໂທລະພາບ​ຫວຽດນາມ ຈັດ​ຕັ້ງ​ລາຍການ “ດອກ​ໄມ້​ສີ​​ແດງ” ຄັ້ງ​ທີ 5 ​ເພື່ອ​ຕອບ​ບຸນ​ແທນ​ຄຸນ​ບັນດາ​ຄອບຄົວ​ເປົ້າ​ໝາຍ​ນະ​​ໂຍບາຍ, ບັນດາ​ທະຫານ​ເສຍ​ອົງຄະ, ທະຫານ​ເຈັບ​ປວຍ, ຍາດຕິ​ພີ່​ນ້ອງ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ​ແມ່​ຫວຽດນາມ ວິລະ​ຊົນ, ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​.​.​.

ຂ່າວ/ບົດ​ອື່ນ