ການເຄື່ອນໄຫວມຸ່ງໄປເຖິງການສະເຫຼີມສະຫຼອງວັນສ້າງຕັ້ງຊາວໜຸ່ມກອມມູນິດໂຮ່ຈິມິນ26/03

ການເຄື່ອນໄຫວມຸ່ງໄປເຖິງການສະເຫຼີມສະຫຼອງວັນສ້າງຕັ້ງຊາວໜຸ່ມກອມມູນິດໂຮ່ຈິມິນ26/03 - ảnh 1
(ສະ​ເຫຼີມສະຫຼອງ 83 ປີ​​ແຫ່ງ​ວັນ​ສ້າງ​ຕັ້ງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ)

(vovworld) - ຕອນ​ເຊົ້າ​ວັນ​ທີ 21/03, ຄະນະ​ຊາວ​ໜຸ່ມ​ຮ່າ​ໂນ້ຍ ​ໄດ້​ຈັດ​ພິທີ​ສະ​ເຫຼີມສະຫຼອງ 83 ປີ​​ແຫ່ງ​ວັນ​ສ້າງ​ຕັ້ງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ​ແລະ ຍ້ອງຍໍ​ເລຂາໜ່ວຍ​ຊາວ​ໜຸ່ມ​ດີ​ເດັ່ນນະຄອນຫຼວງ​ຮ່າ​ໂນ້ຍ ປີ 2014 100 ຄົນ.

 ​ເພື່ອນ ​ເລ​ທູ​ຮ່ວຽນ, ​ເລຂາ​ໜ່ວຍ​ຊາວ​ໜຸ່ມ 12A5, ​ໂຮງຮຽນ​ມັດທະຍົມຕອນປາຍ ​ເມ​ລິງ, ​ເມືອງ​ເມ​ລິງ, ​ຮ່າ​ໂນ້ຍ, ​​ແມ່ນ​ໜຶ່ງ​ໃນເລຂາໜ່ວຍ​ຊາວ​ໜຸ່ມ​ດີ​ເດັ່ນ 100 ຄົນ​ໄດ້​ຮັບ​ການ​ຍ້ອງຍໍ​ໃນ​ຄັ້ງ​ນີ້ ​ແບ່ງປັນ​ວ່າ.

        ຂ້າພະ​ເຈົ້າ​ຮູ້ສຶກ​ເປັນ​ກຽດແລະມີ​ຄວາມເອກ​ອ້າງ​ຖະນົງ​ໃຈຫຼາຍ. ​ໃນຖານະ​​ເປັນຊາວ​ໜຸ່ມ​ຄົນ​ໜຶ່ງ, ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ, ​ເມົາ​ມົວ​ກັບ​ວຽກ​ງານ​ຊາວ​ໜຸ່ມ, ຕ້ອງ​ສຸມ​ຈິດ​ສຸມໃຈ, ມີ​ຫົວຄິດ​ປະດິດ​ສ້າງ. ​ໃນ​​ນາມ​ເປັນ​ເລຂາໜ່ວຍຊາວ​ໜຸ່ມ, ຂ້າພະ​ເຈົ້າຕ້ອງ ​ເຮັດ​​ແນວ​ໃດ​ໃຫ້​ພວກ​​ເພື່ອນ​ຊາວ​ໜຸ່ມ​ໃນ​ໜ່ວຍຊາວ​ໜຸ່ມ​ຂອງຕົນ​ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ, ​ມີ​ຄວາມ​ເມົາ​ມົວ​ເພື່ອກາຍ​ ເປັນ​ຜູ້​ມີ​ຜົນ​ປະ​ໂຫຍ​ດ​​ໃຫ້ແກ່​ສັງຄົມ”.

        ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຢູ່​ຮ່າ​ໂນ້ຍ, ກະຊວງ​ຕຳຫຼວດ​ໄດ້​ຈັດງານ​ພົບ​ປະ​ສ້າງສັນກັບ​ອະດີດ​ພະນັກງານ​ຊາວ​ໜຸ່ມ​ຫວຽດນາມ ​ແລະ ພະນັກງານ​ຊາວ​ໜຸ່ມ​ກະຊວງ​ຕຳຫຼວດ ຜ່ານ​ໄລຍະຕ່າງ​ໆ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ລັດຖະມົນຕີ​ກະຊວງ​ຕຳຫຼວດ ​ເຈີ​ນດ້າຍກວາງ ​ໄດ້​ຕີ​ລາຄາ​ສູງ​ບົດບາດ​ຂອງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ​ໃນ​ພາລະກິດ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ກໍ່ສ້າງ​ກຳລັງ​ຕຳຫຼວດ​ປະຊາຊົນ. ທ່ານ​ລັດຖະມົນຕີ ​ເຈີ​ນດ້າຍ​ກວາງ ​ເຊື່ອ​ໝັ້ນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ວຽກ​ງານ​ຊາວ​ໜຸ່ມ ​ແລະ ຂະ​ບວນການ​ຊາວ​ໜຸ່ມ ຈະ​ສືບ​ຕໍ່​ມີ​ບາດກ້າວ​ພັດທະນາ​ໃໝ່​ຢ່າງ​ແຮງ, ປະກອບສ່ວນ​ເຂົ້າ​ໃນ​ຄາດໝາຍ​ຫັນ​ເປັນ​ປະ​ເທດຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ.


ຂ່າວ/ບົດ​ອື່ນ