ການເຄື່ອນໄຫວມອບຂອງຂວັນບຸນເຕັດປະຊາຊົນຢູ່ເມືອງເກາະ ແບກລອງຫວີ

(VOVWORLD) - ໃນລາຍການໄດ້ດຳເນີນບັນດາການເຄື່ອນໄຫວທີ່ເຕັມໄປດ້ວຍຄວາມໝາຍ, ຄື: ຖະຫວາຍທູບທຽນຢູ່ເຂດອະນຸສາວາລີນັກຮົບເສຍສະຫຼະຊີວິດເພືຶ່ອຊາດເມືອງ ແບກລອງຫວີ, ຢ້ຽມຢາມ, ອວຍພອນບຸນເຕັດຢູ່ 15 ຫົວໜ່ວຍ
ການເຄື່ອນໄຫວມອບຂອງຂວັນບຸນເຕັດປະຊາຊົນຢູ່ເມືອງເກາະ ແບກລອງຫວີ - ảnh 1ການມອບລົດຖີບ 10 ຄັນໃຫ້ແກ່ບັນດາຄອບຄົວນະໂຍບາຍ

ໃນລະຫວ່າງວັນທີ 9 – 10 ມັງກອນ, ກອງທະຫານເຮືອ 11 (ກອງບັນຊາການກຳລັງປ້ອງກັນທະເລເຂດ 1) ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ຈັດບັນດາການເຄື່ອນໄຫວມີຫົວຂໍ້ “ລະດູບານໃໝ່ຢູ່ເຂດຊາຍແດນ, ໝູ່ເກາະ - ບຸນເຕັດທີ່ເຂັ້ມຂົ້ນໄປດ້ວຍນ້ຳໃຈທະຫານ - ປະຊາຊົນ” ຢູ່ເມືອງເກາະ ແບກລອງຫວີ (ນະຄອນ ຫາຍຟ່ອງ). ໃນລາຍການໄດ້ດຳເນີນບັນດາການເຄື່ອນໄຫວທີ່ເຕັມໄປດ້ວຍຄວາມໝາຍ, ຄື: ຖະຫວາຍທູບທຽນຢູ່ເຂດອະນຸສາວາລີນັກຮົບເສຍສະຫຼະຊີວິດເພືຶ່ອຊາດເມືອງ ແບກລອງຫວີ, ຢ້ຽມຢາມ, ອວຍພອນບຸນເຕັດຢູ່ 15 ຫົວໜ່ວຍ, ກົມກອງກຳລັງປະກອບອາວຸດຢູ່ເມືອງເກາະ; ຈັດການແຂ່ງຂັນ “ຫໍ່ເຂົ້າຕົ້ມ” ສົມທົບກັບການມອບຂອງຂວັນ 30 ພູດ, ລົດຖີບ 10 ຄັນໃຫ້ແກ່ບັນດາຄອບຄົວນະໂຍບາຍ, ບັນດານັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກແຕ່ຮຽນເກັ່ງ. ຄະນະຈັດຕັ້ງຍັງໄດ້ຈັດ “ຕະຫຼາດນັດ 0 ດົ່ງ” ໂດຍມີຫຼາຍປະເພດສິນຄ້າທັນຍາຫານ, ທັນຍາພືດທີ່ຈຳເປັນເພື່ອໜູນຊ່ວຍປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກໃນໂອກາດບຸນປີໃໝ່ປະຈຳຊາດ ປີມະໂລງ, ມອບທຸງຊາດ 500 ຜືນ…

ຕອບກັບ

ຂ່າວ/ບົດ​ອື່ນ