ການເຄື່ອນໄຫວຢູ່ ອີນເດຍຂອງ ທ່ານນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸ້ງ

ການເຄື່ອນໄຫວຢູ່ ອີນເດຍຂອງ ທ່ານນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸ້ງ - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ​ຫງວຽນ​ເຕີ້​ນຢຸ້ງ ​ແລະ ທ່ານ​ນາຍົກລັດຖະມົນຕີອີນ​ເດຍ Manmohan Singh(ພາບ : internet)


Vovworld- ກ່ອນ​ທີ່​ອອກ​ຈາກ​ນະຄອນຫຼວງ​ນິວ​ເດ​ລີ ກັບ​ຄືນ​ເມືອ​ປະ​ເທດ, ຕອນ​ແລງ​ວັນ​ທີ 21/12 ຕາມ​ເວລາ​ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ​ຫງວຽນ​ເຕີ້​ນຢຸ້ງ​ໄດ້​ມີ​ການ​ພົບ​ປະ​ກັບ ທ່ານ​ນາຍົກລັດຖະມົນຕີອີນ​ເດຍ Manmohan Singh . ທີ່​ການ​ພົບ​ປະ, ທ່ານ​ນາຍົກລັດຖະມົນຕີ ທັງ 2 ​ໄດ້​ສະ​ແດງ​ຄວາມ​ພໍ​ໃຈ​ຕໍ່​ການ​ພັດທະນາ​ຢ່າງ​ຕັ້ງໜ້າ​ຂອງ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ທີ່​ຜ່ານ​ມາ ພ້ອມ​ທັງ​ຢືນຢັນ​ວ່າ ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ. ທ່ານ​ນາຍົກລັດຖະມົນຕີທັງ 2 ​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ແລກປ່ຽນ​ບັນດາ​ການ​ຢ້ຽມຢາມ​ຂັ້ນ​ສູງ, ຮັກສາ​ບັນດາ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ ​ແລະ ສ້າງ​ຕັ້ງ​ຄະນະ​ກຳມະການ​ການ​ຄ້າ​ປະ​ສົມ ​ແລະ ໜ່ວຍ​ງານ​ຮ່ວມ​ກ່ຽວ​ກັບ​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ໂດຍ​ໄວ; ປະຕິບັດ​ບັນດາ​ສັນຍາ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ເປັນ​ຢ່າງ​ດີ, ສູ້​ຊົນ​ຍົກ​ວົງ​ເງິນ​ການ​ຄ້າ​ຫວຽດນາມ-ອີນ​ເດຍຂຶ້ນ​ເຖິງ 7 ຕື້ USD ​ໃນ​ປີ 2015. ທ່ານ​ນາຍົກລັດຖະມົນຕີທັງ 2 ຍັງ​ເຫັນ​ດີ​ສືບ​ຕໍ່​ສົມທົບ​ກັນ ​ແລະ ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນຢູ່​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ; ຢືນຢັນ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ ສະຫງົບ​ປອດ​ໄພ​ໃນ​ການ​ເດີນ​ເຮືອ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ແກ້​ໄຂ​ການ​ພິພາດ​ກັນ​ໂດຍ​ສັນຕິ​ວິທີ, ​ເຄົາລົບ​ກົດໝາຍ​ສາກົນ ​ແລະ ສົນທິສັນຍາ​ຂອງ ສ.ປ.ຊ ກ່ຽວ​ກັບກົດໝາຍ​ທະ​ເລ​ປີ 1982; ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ( DOC) , ກ້າວ​ໄປ​ເຖິງ​ການ​ສ້າງ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ( COC).

     ກ່ອນ​ໜ້າ​ນັ້ນ, ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ດຽວກັນ, ໃນຂອບເຂດກອງ​ປະຊຸມ​ສຸດ​ຍອດ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ການ​ພົວພັນ​ຄູ່​ເຈລະຈາ ອາຊຽນ - ອີນ​ເດຍ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ​ຫງວຽນ​ເຕີ້​ນຢຸ້ງພ້ອມ​ກັບ​ບັນດາ​ທ່ານ​ຫົວໜ້າ​ຄະນະ​ຜູ້​ແທນ​ປະ​ເທດ​ຕ່າງໆ​ໃນ​ກຸ່ມ​ອາ​ຊຽນ ​ແລະ ທ່ານ​ນາຍົກລັດຖະມົນຕີອີ​ນເດຍ Manmohan Singh ​ໄດ້​ເຂົ້າ​ຮ່ວມ​ພິທີ​ລົດ​ທຸງ ຂະ​ບວນລົດ​ ຄາຣາວານ ອາຊຽນ-ອີນ​ເດຍ. ນີ້​ແມ່ນ​ລາຍການ​ເພື່ອ​ແນ​ໃສ່​ປະກອບສ່ວນ​ຮັດ​ແໜ້ນ​ຄວາມ​ສາມັກຄີ​ລະຫວ່າງ ອາຊຽນ-ອີນ​ເດຍ, ພ້ອມ​ທັງ​ສ້າງ​ເງື່ອນ​ໄຂ​ເພື່ອ​ພັດທະນາ​ດ້ານ​ການ​ຄ້າ, ການ​ລົງທຶນ ​ແລະ ທ່ອງ​ທ່ຽວ​ລະຫວ່າງ​ບັນດາ​ປະ​ເທດ.
ຂ່າວ/ບົດ​ອື່ນ