ການເຄື່ອນໄຫວຢູ່ທ້ອງຖີ່ນຕ່າງໆມຸ່ງໄປສູ່ງານບຸນວິສາຂະບູຊາ

ການເຄື່ອນໄຫວຢູ່ທ້ອງຖີ່ນຕ່າງໆມຸ່ງໄປສູ່ງານບຸນວິສາຂະບູຊາ - ảnh 1
ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ Huynh Dam
ໃນພິທີງານບຸນວິສາຂະບູຊາ (ພາບ: google.com.vn)

(vovwold) - ​ເນື່ອງ​ໃນ​ໂອກາດ​ວັນບຸນ​ວິ​ສາຂະ​ບູຊາ 2012 - ພສ 2556, ຕອນ​ເຊົ້າ​ວັນ​ທີ 3/5, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ Huynh Dam ​ໄດ້​ໄປ​ຢ້ຽມຢາມ, ມອບ​ຂອງຂວັນ ແລະ ອວຍພອນ​ ພະ​ມະຫາ​ອາຈານ Thich Pho Tue, ປະທານ​ສະພາ​ສົງ, ສະມາຄົມ​ພຸດທະສາ​ສະໜາຫວຽດນາມ ​ແລະ ພະສົງ​ສາມະ​ເນນ, ພຸດທະສາສະ​ນີກະ​ຊົນ​ຢູ່​ວັດຢ໋າງ, ຕາ​ແສງ ກວາງ​ລ໋າງ , ​ເມືອງ ຟູ໋ຊວຽນ, ຮ່າ​ໂນ້ຍ. ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ Huynh Dam  ​ໄດ້​ສົ່ງ​ພອນ​ໄຊ​ອັນ​ປະ​ເສີດ ​ແລະ​ຄວາມ​ສາມັກຄີ​ມາ​ຍັງສະມາຄົມ​ພຸດທະ​ສາສະໜາ, ກໍ່​ຄື​ພະສົງ​ສາມະ​ເນນ, ພຸດທະສາສະ​ນີກະ​ຊົນຫວຽດນາມ​ທັງ​ຢູ່ພາຍ​ໃນ ​ແລະ ​ຕ່າງປະ​ເທດ, ​ແລະ​ຫວັງວ່າ, ດ້ວຍ​ທິດ​ນຳ​ທີ່​ວ່າ ”ຫຼັກ​ທຳ​ມະ - ປະ​ເທດ​ຊາດ ​ແລະ ລັດທິ​ສັງຄົມ” ສະມາຄົມ​ພຸດທະສາ​ສະໜາຫວຽດນາມ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ແມ່ນ​ສະມາຊິກ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ພ້ອມ​ກັບພະສົງ​ສາມະ​ເນນ, ພຸດທະສາສະ​ນີກະ​ຊົນຫວຽດນາມ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ສາມັກຄີ​ກັນ, ຮຽງ​ບ່າ​ຮຽງ​ໄຫຼ່​ພ້ອມກັບປະ​ເທດ​ຊາດ, ປະກອບ ສ່ວນ​ເພີ່ມ​ທະວີ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ໃນ​ໄລຍະ​ໃໝ່.

        ​ໃນ​ໂອກາດ​ນີ້, ທ່ານ Doan Xuan Quy, ຮອງ​ເລຂາ​ຄະນະ​ພັກ​ແຂວງ​ກອນ​ຕຸ​ມ ກໍ່​ໄດ້​ໄປ​ຢ້ຽມຢາມ, ອວຍພອນ ​ແລະ ມອບ​ຂອງຂວັນ, ຝາກຈົດໝາຍ​ອວຍພອນ​ເຖິງ​ຄະນະ​ບໍລິຫານງານ ​ສະມາຄົມ​ພຸດທະ​ສາສະໜາ ແຂວງ ກອນ​ຕຸ​ມ, ຢູ່​ວັດ ຈູງ​ແຄ໋ງ, ນະຄອນ ກອນ​ຕຸ​ມ​ເຊັນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ