ການເຄື່ອນໄຫວຢູ່ນອກກອງປະຊຸມຂັ້ນສູງຄັ້ງທີ 2 ຄະນະກຳມາທິການແມ່ນຳ້ຂອງສາກົນ

ການເຄື່ອນໄຫວຢູ່ນອກກອງປະຊຸມຂັ້ນສູງຄັ້ງທີ 2 ຄະນະກຳມາທິການແມ່ນຳ້ຂອງສາກົນ  - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້​ມີ​ການ​ພົບ​ປະ​ກັບ​ການ​ນຳ​ລັດຖະບານ​ກຳປູ​ເຈຍ, ລາວ, ​ໄທ
(ພາບ: baomoi)

 (vovworld) – ຢູ່​ນອກກອງ​ປະຊຸມ​ຂັ້ນ​ສູງ​ຄັ້ງ​ທີ​ 2 ຄະນະ​ກຳມາ​ທິການ​ແມ່​ນຳ້ຂອງສາກົນ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ, ທ່ານ​ນາຍົກລັດຖະມົນຕີກຳປູ​ເຈຍ Hun Sen, ​ເລຂາທິການ​ຜູ​້ປະຈຳການ​ກະຊວງ​ການ​ຕ່າງປະ​ເທດ, ທູດ​ພິ​ເສດ​ຂອງ​ນາຍົກລັດຖະມົນຕີ​ໄທ, ລັດຖະມົນຕີການ​ຕ່າງປະ​ເທດມຽນມາ.

   ​ໃນ​ການ​ແລກປ່ຽນ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ໄດ້ເນັ້ນໜັ້ກວ່າ ຫວຽດນາມຫວັງຢາກຮ່ວມມືຢ່າງແໜ້ນແຟ້ນກັບບັນດາ ປະເທດສະມາຊິກ ແລະ ປະເທດຄູ່ຮ່ວມມືແນໃສ່ຜັນຂະຫຍາຍບັນດາ ກຳນົດທິດ, ຍຸດ​ທະ​ສາດ ​ແລະ ​ໂຄງການ​ຂອງຄະນະ​ກຳມາ​ທິການ​ແມ່​ນຳ້ຂອງຢ່າງມີປະສິດທິຜົນ, ​ໃນ​ນັ້ນ​ມີ​ການ​ຊຸກຍູ້​ໂຄງການ​ຄົ້ນ​ຄ້ວາ​ຂອງຄະນະ​ກຳມາ​ທິການ​ແມ່​ນຳ້ຂອງ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ ​ແລະ ພັດທະນາ​ແມ່​ນ້ຳຂອງ​ແບບ​ຍືນ​ຍົງ ຊຶ່ງ​ລວມມີ​ບັນດາ​ຜົນ​ກະທົບ​ຂອງ​ບັນດາ​ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ບົນ​ລຳ​ແມ່​ນ້ຳ, ຊຸກຍູ້ການປະຕິບັດ​ສັນຍາ​ແມ່ຂອງ 1995 ກໍ່​ຄື​ບັນດາ​ລະບຽບ​ການ, ຂໍ້​ກຳນົດ​ຂອງຄະນະ​ກຳມາ​ທິການ​ແມ່​ນຳ້ຂອງຢ່າງ​ເຂັ້ມ​ງວດ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ຢືນຢັນ​ວ່າ ຫວຽດນາມ​ພ້ອມ​ແລ້ວ​ທີ່​ຈະ​ແລກປ່ຽນ, ລົງ​ນາມ​ໃນ​ໂຄງການ​ເຄື່ອນ​ໄຫວ​ຜັນ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ​ຫວຽດນາມ- ​ໄທ ​ເມື່ອ​ເງື່ອນ​ໄຂ​ເໝາະ​ສົມ ​ແລະ ຫວັງ​ວ່າ ​ໄທ​ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ເປັນ​ປະ​ເທດ​ປະສານ​ງານ​ການ​ພົວພັນ ອາ​ຊຽນ-ຈີນ, ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື, ຄູ່​ເຈລະຈາ​ກ່ຽວ​ກັບ​ບັນດາ​ບນຫາ​ທີ່​ມີ​ຄວາມ​ສົນ​ໃຈ, ​ໃນ​ນັ້ນ​ມີ​ການ​ສ້າງ​ປະມວນ​ລະບຽບ​ການ COC. ຕີ​ລາຄາ​ສູງ​ທີ່​ຕັ້ງ​ບົດບາດ​ຂອງ​ມຽນມາ​ໃນ​ຖານະ​ເປັນ​ປະທານ​ອາ​ຊຽນ​ໃນ​ປີ 2014, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງຢືນຢັນ​ຈະ​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງອາ​ຊຽນ​ໃນ​ເດືອນ 5/2014 ຢູ່​ມຽນມາ.

     ການ​ນຳ​ບັນດາ​ປະ​ເທດ​ຕ່າງ​ກໍ​ຕີ​ລາຄາ​ສູງ​ເລື່ອງ​ຫວຽດນາມ​ເປັນ​ເຈົ້າພາບ​ຈັດກອງ​ປະຊຸມ​ຂັ້ນ​ສູງ​ຄັ້ງ​ທີ​ 2 ຄະນະ​ກຳມາ​ທິການ​ແມ່​ນຳ້ຂອງສາກົນຢ່າງ​ສຳ​ເລັດ​ຜົນ, ​ໃນ​ນັ້ນ​ມີ​ການ​ຮັບຮອງ​ເອົ​າຖະ​ແຫຼ​ງການ​ນະຄອນ​ໂຮ່ຈິ​ມິນຊຶ່ງ​ໄດ້​ຊີ້​ແຈ້ງວ່າ ການ​ນຳ​ລັດຖະບານ​ກຳປູ​ເຈຍ, ລາວ, ​ໄທ ​ແລະ ຫວຽດນາມ ຢືນຢັນ​ອີກ​ເທື່ອ​ໜ່ຶງ​​ເຖິງ​ຄວາມສ​ຳຄັນ​ຂອງ​ການ​ນຳ​ໃຊ້ ​ແລະ ຄຸ້ມ​ຄອງ​ຊັບພະຍາກອນ​ນ້ຳ ​ແລະ ບັນດາ​ຊັບພະຍາກອນ​ທີ່​ກ່ຽວຂ້ອງ​ຂອງ​ເຂດ​ອ່າງ​ແມ່​ນ້ຳຂອງ ​ແລະ ສືບ​ຕໍ່​ຢືນຢັນ​ຄຳ​ໝັ້ນ​ສັນຍາ​ການ​ເມືອງ​ໃນ​ການ​ປະຕິບັດ​ສັນຍາ​ແມ່ຂອງ 1995 ​ແລະ ປັບປຸງ​ນ້ຳ​ໃຈ​ຮ່ວມ​ມື​ແມ່​ຂອງ.


ຂ່າວ/ບົດ​ອື່ນ