ການເຄື່ອນໄຫວຢື້ຢາມຖາມຂ່າວ,ອວຍພອນບຸນເຕັດຂອງການນຳພັກ,ລັດ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງບັນດາຜົນງານທີ່ໃຫຍ່ຫຼວງ ເຊິ່ງບັນດາກຳລັງປະກອບອາວຸດນະຄອນດ່ານັ້ງ ບັນລຸໄດ້ໃນປີຜ່ານມາ.
ການເຄື່ອນໄຫວຢື້ຢາມຖາມຂ່າວ,ອວຍພອນບຸນເຕັດຂອງການນຳພັກ,ລັດ - ảnh 1    ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ອວຍພອນປີໃໝ່ບັນດາຫົວໜ່ວຍກຳລັງປະກອບອາວຸດນະຄອນດ່ານັ້ງ
(ພາບ: VGP)

ຕອນເຊົ້າວັນທີ 12 ກຸມພາ (ກົງກັບວັນທີ 1 ເດືອນຈຽງ ບຸນເຕັດປີສະຫຼູ 2021 ໄລ່ຕາມຈັນທະປະຕິທິນ), ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ຢູ່ບາງອົງການ, ຫົວໜ່ວຍຢູ່ນະຄອນດ່ານັ້ງ.

    ອວຍພອນປີໃໝ່ບັນດາຫົວໜ່ວຍກຳລັງປະກອບອາວຸດນະຄອນດ່ານັ້ງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງບັນດາຜົນງານທີ່ໃຫຍ່ຫຼວງ ເຊິ່ງບັນດາກຳລັງປະກອບອາວຸດນະຄອນດ່ານັ້ງ ບັນລຸໄດ້ໃນປີຜ່ານມາ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ, ນະຄອນ ດ່ານັ້ງ ແມ່ນບໍລິເວນຈຸດສຸມ, ມີທີ່ຕັ້ງສຳຄັນທາງດ້ານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ສະນັ້ນ, ບັນດາກຳລັງປະກອບອາວຸດຍາມໃດກໍ່ທ່າກ່ຽມພ້ອນສູ້ຮົບ, ຍົກສູງສະຕິລະວັງຕົວ, ຮັບປະກັນການເປັນເຈົ້າການໃນທຸກສະພາບການທີ່ອາດຈະເກີດຂຶ້ນ. ກຳລັງຕ້ອງມີແຜນການລະອຽດ ເພື່ອສ້າງພື້ນຖານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບທົ່ວປວງຊົນໃຫ້ໝັ້ນຂົງເຂັ້ມແຂງ, ປະຕິບັດເປົ້າໝາຍຮອດປີ 2030, ກອງທັບກ້າວຂຶ້ນທັນສະໄໝໃຫ້ເປັນຢ່າງດີ. ຕໍ່ໜ້າການຜັນແປທີ່ສັບສົນຂອງສະພາບການຢູ່ທະເລຕາເວັນອອກ, ທະຫານເຂດ 5, ກຳລັງກຳລັງປະກອບອາວຸດນະຄອນຕ້ອງມີທິດທາງປົກປັກຮັກສາເຂດນ່ານຟ້າ, ເຂດທະເລຂອງບ້ານເກີດເມືອງນອນ, ປະເທດຊາດໄວ້ຢ່າງໝັ້ນຄົງ.

     ແລະກໍ່ໃນຕອນເຊົ້າວັນທີ 12 ກຸມພາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ ແລະ ໂອ້ລົມກັບພະນັກງານ, ສະມາຊິກພັກເມືອງ ຫາຍເຈົາ, ນະຄອນ ດ່ານັ້ງ.

   ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 11 ກຸຸມພາ (ກົງກັບວັນທີ 30 ເດືອນ 12 ບຸນເຕັດປີສະຫຼູ ໄລ່ຕາມຈັນທະປະຕິທິນ), ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບຄະນະຊີ້ນຳກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ນະຄອນໂຮ່ຈີມິນ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄດ້ໃສ່ໃຈກ່ຽວກັບສະພາບການໂລກລະບາດຢູ່ນະຄອນໂຮ່ຈີມິນ ມີບັນດາສະພາບການທີ່ສັບສົນພໍສົມຄວນ, ທາງນະຄອນຄວນກະກຽມບັນດາແຜນການ ເພື່ອຮັບມືກັບສິ່ງອາດຈະເກີດຂຶ້ນ, ສືມຕໍ່ນຳໃຊ້ບັນດາມາດຕະການຢ່າງແຮງ ເພື່ອສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນ.

ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໄດ້ລົງກວດກາໂດຍກົງວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ແລະ ຢື້ຢາມຖາມຂ່າວ, ລະດົມກຳລັງໃຈບັນດາຄອບຄົວມີຍາດຕິພີ່ນ້ອງເຮັດວຽກຢູ່ໂຮງງານ Z153 (ຮ່າໂນ້ຍ) ແມ່ນ F1 ພວມຖືກແຍກຕົວເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ