ການ​ເຄື່ອນ​ໄຫວ​ຢ້ຽມ​ຢາມ, ມອບ​ຂອງ​ຂວັນ​ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ຢູ່​ທ້ອງ​ຖິ່ນ, ຫົວ​ໜ່ວຍ ຕ່າງໆ

(VOVWORLD) -ວັນທີ 20 ມັງກອນ, ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີສະຫຼຸໃກ້ຈະວຽນມາອີກວາລະໜຶ່ງ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ່ງດິ່ງຢຸງ ໄດ້ລົງໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ຄອບຄົວທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍ, ກຳມະກອນ, ຊາວຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງ ຝູເທາະ; ມອບຂອງຂວັນໃຫ້ແກ່ເດັກ, ນັກຮຽນຢູ່ບ້ານເດັກ SOS ຫວຽດຈີ່.
ການ​ເຄື່ອນ​ໄຫວ​ຢ້ຽມ​ຢາມ, ມອບ​ຂອງ​ຂວັນ​ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ຢູ່​ທ້ອງ​ຖິ່ນ, ຫົວ​ໜ່ວຍ ຕ່າງໆ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໂອ້ລົມກັບພໍ່ແມ່ປະຊາຊົນແຂວງ ຝູເທາະ (ພາບ: nhandan.com.vn) 

ໃນການໂອ້ລົມກັບປະຊາຊົນແຂວງ ຝູເທາະ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ຢັ້ງນວ່າ: ພັກ, ລັດ ຫວຽດນາມ ຍາມໃດກໍເອົາໃຈໃສ່, ເບິ່ງແຍງຊີວິດການເປັນຢູ່ຂອງປະຊາຊົນ, ຮັບປະກັນບໍ່ປະໃຫ້ຜູ້ໃດຖືກຕົກໄວ້ຢູ່ເບື້ອງຫຼັງ ໃນການພັດທະນາຂອງປະເທດຊາດ. ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ການນໍາອຳນາດການປົກຄອງທ້ອງຖິ່ນ ຈົ່ງຈັດຕັ້ງການຕ້ອນຮັບບຸນປີໃໝ່ປະຈຳຊາດ ປີສະຫຼຸໃຫ້ເປັນຢ່າງດີ, ຮັບປະກັນໃຫ້ທຸກຄອບຄົວລ້ວນແຕ່ໄດ້ຕ້ອນຮັບບຸນປີໃໝ່ຢ່າງເບີກບານມ່ວນຊື່ນ..

        ໃນຕອນເຊົ້າຂອງວັນດຽວກັນ, ຢູ່ຮ່າໂນ້ຍ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ກໍໄດ້ລົງຢ້ຽມຢາມ ແລະ ອວຍພອນປີໃໝ່ປະຈຳຊາດໃຫ້ ພະນັກງານ, ແພດໝໍໂຮງໝໍແບັກມາຍ ແລະ ພ້ອມກັບ ກອງທຶນຊ່ວຍເຫຼືອຜູ້ເປັນພະຍາດມະເຮັງ ໄງມາຍເຕືອຍຊ໊າງ ມອບຂອງຂວັນ 100 ພູດ ໃຫ້ແກ່ຜູ້ເປັນພະຍາດມະເຮັງທີ່ພວມປິ່ນປົວຢູ່ໂຮງໝໍແຫ່ງນີ້.


ຕອບກັບ

ຂ່າວ/ບົດ​ອື່ນ