ການ​ເຄື່ອນ​ໄຫວຢ້ຽມຢາມ, ​ເບິ່ງ​ແຍງ​ດູ​ແລຊາວ​ຜູ້​ອອກ​ແຮງ​ງານ ​ແລະ ຄອບຄົວ​ເປົ້າໝາຍນະ​ໂຍບາຍ​ໃນ​ໂອກາດ ບຸນ​ເຕັດ​

(VOVWORLD) -     ຕອນເຊົ້າວັນທີ 23 ມັງກອນ, ທ່ານ ເຈິ່ນແທັງເໝິນ ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ພ້ອມດ້ວຍການນໍາຄະນະພັກນະຄອນ, ຄະນະກໍາມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນ ເກີນເທີ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດ ແລະ ມອບຂອງຂວັນໃຫ້ແກ່ 50 ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ ໃນບໍລິເວນຕາແສງ ອານໂຮ່ຍ, ເມືອງນິງກ່ຽວ, ນະຄອນເກີນເທີ. 
ການ​ເຄື່ອນ​ໄຫວຢ້ຽມຢາມ, ​ເບິ່ງ​ແຍງ​ດູ​ແລຊາວ​ຜູ້​ອອກ​ແຮງ​ງານ ​ແລະ ຄອບຄົວ​ເປົ້າໝາຍນະ​ໂຍບາຍ​ໃນ​ໂອກາດ ບຸນ​ເຕັດ​ - ảnh 1ທ່ານ ເຈິ່ນແທັງເໝິນ ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ມອບຂອງຂວັນໃຫ້ແກ່ ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ ໃນບໍລິເວນຕາແສງ ອານໂຮ່ຍ  (ພາບ: TTXVN)

   ນະທີ່ນີ້, ທ່ານປະທານ ເຈິ່ນແທັງເໝິນ ປາດຖະໜາວ່າ ບັນດາຂະແໜງການຂັ້ນຕ່າງໆຂອງນະຄອນເກີນເທີ ສືບຕໍ່ເອົາໃຈໃສ່ເຖິງການເບິ່ງແຍງດູແລບັນດາຄອບຄົວເປົ້າໝາຍນະໂຍບາຍ, ຜູ້ທຸກຍາກ, ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນນະຄອນ ແລະ ອວຍພອນໃຫ້ຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນນະຄອນ ຕ້ອນຮັບບຸນປີໃໝ່ປະຈໍາຊາດປີຊວດ 2020 ດ້ວຍຄວາມເບິກບານມ່ວນຊື່ນ, ປອດໄພ ແລະ ປະຢັດ.

        ໃນຕອນເຊົ້າຂອງວັນດຽວກັນ, ທ່ານ ຟ້າມມິງຈິ໊ງ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະປະຕິບັດງານກໍໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນບຸນເຕັດໃຫ້ແກ່ບັນດາຄອບຄົວທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍທີ່ດີເດ່ັນ, ທະຫານເສຍອົງຄະ, ທະຫານເຈັບປ່ວຍໃນບໍລິເວນແຂວງດ້ຽນບຽນ ເຊັ່ນດຽວກັນ.


ຕອບກັບ

ຂ່າວ/ບົດ​ອື່ນ