ການເຄື່ອນໄຫວວັດທະນະທຳຂ່ຳນັບຊົມເຊີຍກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ

(VOVWORLD) -ມີຫຼາຍເຫດການວັດທະນະທຳໄດ້ຮັບການຈັດຕັ້ງຂຶ້ນຢ່າງຟົດຟື້ນຢູ່ຕາມທ້ອງຖິ່ນຕ່າງໆໃນທົ່ວປະເທດ ເພື່ອຂ່ຳນັບຊົມເຊີຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ.
ການເຄື່ອນໄຫວວັດທະນະທຳຂ່ຳນັບຊົມເຊີຍກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ - ảnh 1(ງານວາງສະແດງ “ພັກກອມມູນິດຫວຽດນາມ - ຈາກກອງປະຊຸມໃຫຍ່ເຖິງກອງປະຊຸມໃຫຍ່")

ນະຄອນຫຼວງ ຮ່າໂນ້ຍ ເຊິ່ງແມ່ນບ່ອນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ (25 ມັງກອນ - 02 ກຸມພາ 2021) ໄດ້ຈັດຕັ້ງການເຄື່ອນໄຫວວັດທະນະທຳຫຼາຍທີ່ສຸດ.

        ງານວາງສະແດງໃຫຍ່ 4 ຄັ້ງກ່ຽວກັບພັກກອມມູນິດຫວຽດນາມ ພວມດຳເນີນໄປຢູ່ ຮ່າໂນ້ຍ ຄື: ງານວາງສະແດງຫົວເລື່ອງສະເພາະ “ປະທານໂຮ່ຈີມິນ - ຜູ້ກໍ່ຕັ້ງ, ນຳພາ ແລະ ຝືກຝົນຫຼໍ່ຫຼອມພັກກອມມູນິດຫວຽດນາມ” ໄດ້ດຳເນີນຢູູ່ສູນຂໍ້ມູນຂ່າວສານວາງສະແດງຮ່າໂນ້ຍ. ດ້ວຍພາບຖ່າຍ, ເອກະສານ, ວັດຖຸພັນເກືອບ 100 ຢ່າງທີ່ແນະນຳຢູ່ຫ້ອງວາງສະແດງ, ໄດ້ຊ່ວຍໃຫ້ຜູ້ຊົມມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບວິວັດການສ້າງຕັ້ງ, ນຳພາປະເທດຊາດ, ການຝືກຝົນຫຼໍ່ຫຼອມຂອງພັກກອມມູນິດຫວຽດນາມ.

        ຢູ່ຫໍພິພິຕະພັນປະຫວັດສາດແຫ່ງຊາດ ໄດ້ຈັດງານວາງສະແດງດ້ວຍຫົວຂໍ້ວ່າ “ພັກກອມມູນິດຫວຽດນາມ - ຈາກກອງປະຊຸມໃຫຍ່ເຖິງກອງປະຊຸມໃຫຍ່”. ມີເອກະສານ, ວັດຖຸພັນທີ່ດີເດັ່ນກວ່າ 200 ຢ່າງທີ່ໄດ້ວາງສະແດງຢູ່ທີ່ນີ້ລວມມີ: ບົດລາຍງານ, ສູນທອນພົດ, ເອກະສານ, ມະຕິຂອງພັກ; ຮ່າງບົດຂຽນ, ບົດໂອ້ລົມຂອງເລຂາທິການໃຫຍ່ຫຼາຍທ່ານ…

        ຢູ່ສູນວາງສະແດງວັດທະນະທຳສິລະປະຫວຽດນາມ, ເລກທີ 2, ຖະໜົນ ຮວາລື, ຮ່າໂນ້ຍ ພວມຈັດງານວາງສະແດງ “ພັກເຮົາຍິ່ງໃຫຍ່ທີ່ສຸດ” ໄດ້ວາງສະແດງພາບຖ່າຍ, ເອກະສານ ແລະ ວັດຖຸພັນພິເສດນັບຮ້ອຍຢ່າງກ່ຽວກັບບັນດາກອງປະຊຸມໃຫຍ່ຂອງພັກ, ບັນດາຜົນງານຂອງຫວຽດນາມ ໃນວິວັດທະນາການແຫ່ງການປ່ຽນແປງໃໝ່, ການພັດທະນາ, ເຊື່ອມໂຍງເຂົ້າກັບສາກົນ.

        ໃນຂະນະນັ້ນ, ຫໍສະມຸດແຫ່ງຊາດຫວຽດນາມ, ເລກທີ 31 ຖະໜົນ ຈ່າງທີ, ຮ່າໂນ້ຍ ກໍ່ໄດ້ຈັດງານວາງສະແດງເອກະສານ “ພັກກອມມູນິດຫວຽດນາມ - ຄວາມໄວ້ເນື້ອເຊື່ອໃຈຕະຫຼອດໄປ”; ສາຍຮູບເງົາ “ຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ, ສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (03 ກຸມພາ 1930 – 03 ກຸມພາ 2021) ແລະ ຕ້ອນຮັບບຸນເຕັດປີສະຫຼຸ 2021” ຈະດຳເນີນໃນຂອບເຂດທົ່ວປະເທດ ໃນລະຫວ່າງວັນທີ 03 – 18 ກຸມພາ 2021.

ຕອບກັບ

ຂ່າວ/ບົດ​ອື່ນ