ການເຄື່ອນໄຫວວັດທະນະທຳຫຼາຍຢ່າງໃນຕົ້ນປີໃໝ່ 2015

ການເຄື່ອນໄຫວວັດທະນະທຳຫຼາຍຢ່າງໃນຕົ້ນປີໃໝ່ 2015 - ảnh 1

ອະນຸສາວະລີ​ທະຫານ ​ແລະ ຊາວ​ລັດ​ເຊຍ 44 ຄົນ ​ແລະ  ​ແລະ ຫວຽດນາມ​176 ຄົນທີ່​ໄດ້​ເສຍສະຫຼະ​ຊີວິດ​​ເມື່ອ​ປະຕິບັດ​ໜ້າ​ທີ່ຢູ່​ພາກ​ກາງ​ຫວຽດນາມ

(vovworld) - ຢູ່​ນະຄອນ​ຍາ​ຈາງ, ​ແຂວງ​ແຄ໋ງຮ່ວາ ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ວັດທະນະທຳ - ທ່ອງ​ທ່ຽວ​ຫຼາຍ​ຢ່າງ​ເຊິ່ງໄດ້​ດຶງ​ດູດ​ຊາວ​ທ້ອງ​ຖີ່​ນ ​ແລະ ນັກ​ທ່ອງ​ທ່ຽວ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ວັນ​ທີ 1/1, ຢູ່​ແຫຼມກາມ​ແຣງ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ​ແຄ໋ງຮ່ວາ, ສະມາຄົມ​ມິດຕະພາບ​ຫວຽດນາມ - ລັດ​ເຊຍ ​ໄດ້​ຈັດ​ພິທີ​ວາງ​ພວງມາລາ​ຢູ່​ອະນຸສາວະລີ​ທະຫານ ​ແລະ ຊາວ​ລັດ​ເຊຍ 44 ຄົນ ​ແລະ  ​ແລະ ຫວຽດນາມ​176 ຄົນທີ່​ໄດ້​ເສຍສະຫຼະ​ຊີວິດ​​ເມື່ອ​ປະຕິບັດ​ໜ້າ​ທີ່ຢູ່​ພາກ​ກາງ​ຫວຽດນາມ, ກໍ່​ຄື​ໃນ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ - ຜືນ​ແຜ່ນດິນ​ຂອງ​ຫວຽດນາມ. ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ ຫຼີບ໋າ​ລິນ, ປະທານສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ​ແຄ໋ງຮ່ວາ, ​ໃຫ້​ຮູ້​ວ່າ:

​ແຕ່ລະ​ປີ, ​ເມື່ອ​ປີ​ໃໝ່​ສາກົນ​ວຽນມາ, ສະມາຄົມ​ຫວຽດນາມ - ລັດ​ເຊຍ ​ແລະ ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ກໍ່​ຖະຫວາຍ​ທູບ​ທຽນ​ເພື່ອ​ອາ​ໄລ​ຫາ​ບັນດາ​ຜູ້​ທີ່​ໄດ້​ເສຍສະຫຼະ​ຊີວິດ​ເພື່ອ​ປົກ​ປັກ​ຮັກສາ​ທະ​ເລ​ເກາະ​ຂອງ​ບ້ານ​ເກີດ​ເມືອງ​ນອນ. ຜ່ານ​ການ​ເຄື່ອນ​ໄຫວ​ນີ້, ​ເຮັດ​ໃຫ້ສາຍ​ພົວພັນ​ລະຫວ່າງ​ລັດ​ເຊຍ - ຫວຽດນາມ​ນັບ​ມື້​ນັບສະໜິດ​ຕິດ​ພັນ​ກວ່າ. ພິ​ເສດ​ອະນຸສາວະລີ​ແຫ່ງ​ນີ້​ກໍ່​ແມ່ນ​ສະຖານ​ທີ່​​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ລັດ​ເຊຍ​ ມາ​ຢາມ“.

​ແຂວງ​ເກິ່ນ​ເທີ, ບໍ່​ພຽງແຕ່​ຈັດການ​ເຄື່ອນ​ໄຫວ​ລະ​ຫຼິ້ນບັນ​ເທິງ​ຢູ່ບັນດາ​ສະຖານ​ທີ່​​ຕ່າງໆ​ຢູ່​ໃຈກາງ​ນະຄອນ​ເທົ່າ​ນັ້ນ, ຫາກຍັງ​ຈັດການ​ເຄື່ອນ​ໄຫວ​ດ້ານ​ຈິດ​ວີນຍານ​ຢູ່​ວັດວາອາ​ຮາມ​ໃນ​ທ້ອງ​ຖີ່​ນອີກ​ດ້ວຍ, ອັນ​ໄດ້​ດຶງ​ດູດ​ປະຊາຊົນ ກໍ່​ຄື​ສາສະ​ນິກະ​ຊົນ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫຼວງ​ຫຼາຍ.


ຂ່າວ/ບົດ​ອື່ນ