ການເຄື່ອນໄຫວສິລະປະເພີ່ມພູນຄູນສ້າງການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ ຫວຽດນາມ - ລາວ

(VOVWORLD) - ມູນເຊື້ອສາມັກຄີແບບພິເສດ, ການຮ່ວມສຳພັນສູ້ຮົບ, ສັດຊື່ບໍລິສຸດຜຸດຜ່ອງລະຫວ່າງ ລາວ - ຫວຽດນາມ ແມ່ນມໍລະດົກອັນລ້ຳຄ່າຂອງ 2 ປະເທດ.
ການເຄື່ອນໄຫວສິລະປະເພີ່ມພູນຄູນສ້າງການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ ຫວຽດນາມ - ລາວ - ảnh 1 ສະແດງສິລະປະມິດຕະພາບ ເພື່ອຮັບໃຊ້ພະນັກງານ, ນັກຮົບ ແລະ ປະຊາຊົນນະຄອນຫວງ ວຽງຈັນ (ພາບ: TTXVN)

ຕອນຄ່ຳວັນທີ 03 ມັງກອນ, ທີ່ນະຄອນຫລວງ ວຽງຈັນ, ກອງສິລະປະກອນທະຫານເຂດ 5, ກອງທັບປະຊາຊົນ ຫວຽດນາມ ໂດຍທ່ານພັນໂທ ຫງວຽນວັນແທງ, ຫົວໜ້າການເມືອງກອງສິລະປະກອນທະຫານເຂດ 5 ເປັນຫົວໜ້າຄະນະ, ໄດ້ໄປຢ້ຽມຢາມ ແລະ ສະແດງສິລະປະມິດຕະພາບ ເພື່ອຮັບໃຊ້ພະນັກງານ, ນັກຮົບ ແລະ ປະຊາຊົນນະຄອນຫວງ ວຽງຈັນ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ລາວ (20/01/1949 – 20/01/2019).

        ໃນບົດກ່າວປາໄສໄຂພິທີສະແດງສິລະປະ, ທ່ານພົນຈັດຕະວາ ສາຍສະໝອນ ສະລັບແສງ, ຫົວໜ້າກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງ, ກອງທັບປະຊາຊົນ ລາວ ໃຫ້ຮູ້ວ່າ: ມູນເຊື້ອສາມັກຄີແບບພິເສດ, ການຮ່ວມສຳພັນສູ້ຮົບ, ສັດຊື່ບໍລິສຸດຜຸດຜ່ອງລະຫວ່າງ ລາວ - ຫວຽດນາມ ແມ່ນມໍລະດົກອັນລ້ຳຄ່າຂອງ 2 ປະເທດ. ຕາມທ່ານພົນຈັດຕະວາ ສາຍສະໝອນ ສະລັບແສງ ແລ້ວ, ການເຄື່ອນໄຫວສະແດງສິລະປະມິດຕະພາບຂອງກອງສິລະປະກອນທະຫານເຂດ 5, ກອງທັບປະຊາຊົນ ຫວຽດນາມ ຢູ່ ລາວ ໃນຄັ້ງນີ້ ແມ່ນມີຄວາມໝາຍທີ່ສຸດ, ແມ່ນໜຶ່ງໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ລາວ, ຊ່ວຍເພີ່ມພູນຄູນສ້າງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ, 2 ກອງທັບ ລາວ - ຫວຽດນາມ.

        ລາຍການສະແດງສິລະປະມິດຕະພາບ ໂດຍກອງສິລະປະກອນທະຫານເຂດ 5, ກອງທັບປະຊາຊົນ ຫວຽດນາມ ສະແດງຢູ່ ລາວ ຄັ້ງນີ້ ໄດ້ສະແດງໃຫ້ເຫັນນ້ຳໃຈສາມັກຄີມິດຕະພາບໝັ້ນແກ່ນລະຫວ່າງ 2 ພັກ, 2 ລັດ ແລະ ກອງທັບປະຊາຊົນ 2 ປະເທດ ຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ