ການເຄື່ອນໄຫວສອງຝ່າຍໃນຂອບເຂດຢ້ຽມຢາມຈີນຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ

ການເຄື່ອນໄຫວສອງຝ່າຍໃນຂອບເຂດຢ້ຽມຢາມຈີນຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຫງວຽນ​ຟູ​ຈ້ອງ​ແລະ​ທ່ານ​ນາ​ຍົກ​
ລັດ​ຖະ​ມົນ​ຕີ ຈີນ ຫລີ​ເຄີ​ຊຽງ
ພາບ:nhandan.com.vn

(vovworld)- ​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ສ​ປ ຈີນ ຢ່າງ​ເປັນ​ທາງ​ການ ຂອງ​ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ຫງວຽນ​ຟູ​ຈ້ອງ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ, ຕອນ​ເຊົ້າ​ວັນ​ທີ 9/4, ພົນ​ເອກ ເຈີນ​ດ້າຍກວາງ, ກຳ​ມະ​ການ​ກົມ​ການ​ເມືອງ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຕຳ​ຫລວດ ຫວຽດ​ນາມ ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ ເມງ​ຈຽງ​ຈູ, ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາຄະ​ນະ​ກຳ​ມະ​ການ​ການ​ເມືອງ ແລະ ກົດ​ໝາຍ​ສູນ​ກາງ​ພັກ​ກອມ​ມູ​ນິດ ຈີນ ພ້ອມ​ດ້ວຍ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຕຳ​ຫລວດ​ຈີນ ແລະ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ພາຍ​ໃນ​ຈີນ. ນະ​ທີ່ນີ້, ສອງ​ຝ່າຍ​ເປັນ​ເອກ​ະ​ພາບ ສືບ​ຕໍ່​ຍູ້​ແຮງ​ການ​ພົວ​ພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໃຫ້​ມີ​ປະ​ສິດ​ທິ​ຜົນ ແລະ ແທດ​ຈິງກວ່າ, ກາຍ​ເປັນ​ຫນຶ່ງ​ໃນ​ບັນ​ດາ​ເສົາ​ຄ້ຳ​ສຳ​ຄັນ​ຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື, ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ລະ​ຫວ່າງ​ສອງ​ປະ​ເທດ. ທ່ານ​ລັດ​ຖະ​ມົນ​ຕີ ເຈີນ​ດ້າຍກວາງ ຢືນ​ຢັນ: ກະ​ຊວງ​ຕຳ​ຫລວດ ຫວຽດ​ນາມ ຖື​ການ​ຮ່ວມ​ມື​ກັບ​ບັນ​ດາ​ອົງ​ການ​ປະ​ຕິ​ບັດ​ກົດ​ໝາຍ​ຈີນ​ໃນ​ຂ​ົງ​ເຂດ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ເປັນ​ສຳ​ຄັນ.

        ແລະ​ກໍ​ໃນ​ຂອ​ບ​ເຂດ​ການ​ຢ້ຽມ​ຢາມ​ຈີນຂອງ​ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ຫວຽດ​ນາມ ບູ່ຍກວາງວີງ ໄດ້​ພົບ​ປະ​ກັບ​ທ່ານ ​ສີ​ຊາວ​ສີ, ຫົວ​ຫນ້າ​ຄະ​ນະ​ກຳ​ມະ​ການ​ປະ​ຕິ​ຮູບ ແລະ ພັດ​ທະ​ນາ​ແຫ່ງ​ຊາດ​ຈີນ ແລະ ມີ​ການເຮັດ​ວຽກກັບ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຄ້າ ຈີນ ​ກົວ​ຈີງກວນ.  ສອງ​ຝ່າຍ​ໄດ້​ແລ​ກ​ປ່ຽນ ແລະ ເປັນ​ເອ​ກະ​ພາບ​ສູງ​ຕໍ່​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ກ່ຽວ​ກັບ​ພື້ນ​ຖານ​ໂຄງ​ລ່າງ ແລະ ສຳ​ຫລວດກວດ​ຄືນ​ເລື່ອງ​ຜັນ​ຂະ​ຫຍາຍ​ການ​ວາງ​ແຜນ​ກຳ​ນົດ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ລະ​ຫວ່າງ​ຫວຽດ​ນາມ - ຈີນ ໄລ​ຍະ 2012-2016, ເປັນ​ເອ​ກະ​ພາບ​ຍູ້​ແຮງ​ການ​ຜັ​ນ​ຂະ​ຫຍາຍ​ແຜນ​ກຳ​ນົດ​ດັ່ງ​ກ່າວ, ຈັດ​ຕັ້ງ​ວາ​ລະ​ປະ​ຊຸມ​ຕໍ່​ໄປ​ລະ​ຫວ່າງ​ສອງ​ຝ່າຍ.

ກ່ອນ​ຫນ້ານັ້ນ, ວັນ​ທີ 8/4, ທີ່​ຫໍ​​ສະ​ພາ​​ປະ​ຊາ​ຊົນແຫ່ງ​ຊາດຈີນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່  ​ຫງວຽນ​ຟູ​ຈ້ອງ ໄດ​້​ພົບ​ປະ​ກັບ ທ່ານ ຫລີ​ເຄີ​​ຊຽງ, ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ ແລະ ທ່ານ ຈຽງ​ຕີຢາງ, ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ຫົວ​ຫນ້າກຳ​ມະ​ການ​ ຄະ​ນະ​ກຳ​ມະ​ການ​ປະ​ຈຳ ​ສະ​ພາ​ແຫ່ງ​ຊາດ​ຈີນ.

        ເມື່ອ​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ ຫລ​ີ​ເຄີ​ຊຽງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່  ​ຫງວຽນ​ຟູ​ຈ້ອງ ອວຍ​ພອນ​ພັກ ແລະ ປ​ະ​ຊາ​ຊົນ​ຈີນ ຍາດ​ໄດ້​ບັນ​ດາ​ຜົນ​ງານ​ສຳ​ຄັນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ. ກ່ຽວ​ກັບ​ການ​ພົວ​ພັນ​ສອງ​ພັກ, ສອງ​ລັດ ໃນ 65 ປີ​ຜ່ານ​ມາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່  ​ຫງວຽນ​ຟູ​ຈ້ອງ ເນັ້ນ​ຫນັກ​ວ່າ: ນະ​ໂຍ​ບາຍ​ສະ​ເຫມ​ີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ​ຫວຽດ​ນາມ ແມ່ນ​ຍາມ​ໃດ​ກໍ​ຖື​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ກັບ​ຈີນ ເປັນ​ສຳ​ຄັນ. ເມື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າ​ງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ການ​ນຳ​ສອງ​ທ່ານ ໄດ້​ເຫັນ​ດີ​ໂດຍ​ຖື​ວ່າ ​ເລື່ອງຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ພັດ​ທະ​ນາ​ຢ່າງ​ປອດ​ໃສ, ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ ແລະ ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ສຳ​ລັບ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຢູ່​ພາກ​ພື້ນ. ສອງ​ຝ່າຍ​ແລກ​ປ່ຽນ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຊີ້​ນຳ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ ແລະ ຄວາມ​ຮັບ​ຮູ້​ລວມ​ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ຢ່າງ​ຄົບ​ຖ້ວນ ແລະ ມີ​ປະ​ສິດ​ທິ​ຜົນ, ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ​ໃນ​ທຸກ​ຂົງ​ເຂດ, ເພີ່ມ​ທະ​ວີ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ​ພັດ​ທະ​ນາ​ເປັນ​ປົກ​ກະ​ຕິ, ພ້ອ​ມ​ທັງ​ເພີ່ມ​ທະ​ວີ​ການ​ພົບ​ປະ​ແລກ​ປ່ຽນ, ການຮ່ວມ​ມືໃນ​​ທຸກຂົງ​ເຂດ ແລະ ລ​ະ​ຫວ່າງ​ບັນ​ດາ​ທ້ອ​ງ​ຖິ່ນສອງ​ປະ​ເທດ./.

ຂ່າວ/ບົດ​ອື່ນ