ການເຄື່ອນໄຫວສະ ເຫຼີມສະຫຼອງ 82 ປີ ແຫ່ງວັນສ້າງຕັ້ງສະຫະພັນແມ່ຍິງ ຫວຽດນາມ

ການເຄື່ອນໄຫວສະ ເຫຼີມສະຫຼອງ 82 ປີ ແຫ່ງວັນສ້າງຕັ້ງສະຫະພັນແມ່ຍິງ ຫວຽດນາມ - ảnh 1
ທ່ານ​ນາງ Nguyen Thi Kim Ngan, ຮອງ​ປະທານ​ສະພາ​ແຫ່ງ​ຊາດ​
ພື່ອ​ປຶກສາ​ຫາລື​ກ່ຽວ​ກັບເພື່ອ​ຄວາມ​ກ້າວໜ້າ​ຂອງ​ແມ່​ຍິງ​ຢູ່​ຫວຽດນາມ
(ພາບ: genic.molisa.gov.vn)

(vovworld) -  ວັນ​ທີ 20/10, ຄະນະ​ກຳມະການ​ແຫ່ງ​ຊາດ​ເພື່ອ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ​ຫວຽດນາມ ​ໄດ້​ຈັດການ​ເຈລະຈາ​ຂັ້ນ​ສູງ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ວຽກ​ງານ​ ເພື່ອ​ຄວາມ​ກ້າວໜ້າ​ຂອງ​ແມ່​ຍິງ​ຢູ່​ຫວຽດນາມ. ນະ​ທີ່​ນີ້, ທ່ານ​ນາງ Nguyen Thi Kim Ngan, ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ໄດ້​ຢືນຢັນ​ວ່າ: ພັກ ​ແລະ ລັດ​ຫວຽດນາມ ຍາມ​ໃດ​ກໍ່​ມີ​ຄວາມ​​ເອົາ​ໃຈ​ໃສ່, ຊຸກຍູ້​ຈຸດໝາຍ​​ຄວາມ​ສະ​ເໝີ​ພາບລະຫວ່າງ​ຍິງ​ຊາຍ ​ເພື່ອ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ:

        ”ໝາກຜົນ​ແຫ່ງ​ການ​ປະຕິບັດ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ​ຢູ່​ຫວຽດນາມ​ໄດ້​ຮັບ​ການຈັດ​ອັນ​ດັບ​ສູງ​ກວ່າ​ປະ​ເທດ​ຕ່າງໆ​ທີ່​ມີ​ລະດັບ​ພັດທະນາ ​ແລະ ລາຍ​ຮັບ​ເທົ່າ​ທຽມກັນ. ຫວຽດນາມ ກໍ່​ແມ່ນ​ປ​ະເທດ​ທີ່​ລົບ​ລ້າງ​ຄວາມ​ຜິດ​ໂຕນ​ກັນ​ລະຫວ່າງ​ຍິງ​ຊາຍ​ໄວ​ກວ່າ​ໝູ່​ຢູ່ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ໃນ​ຮອບ​ເວລາ 20 ປີທີ່​ຜ່ານ​ມາ. ດ້ວຍ​ນະ​ໂຍບາຍ​ຂອງ​ພັກ, ລັດ ​ແລະ ຄວາມ​ມານະ​ພະຍາຍາມ​ຂອງຕົນ, ​ແມ່ຍິງຫວຽດນາມ ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ບືນ​ຕົວ​ຂຶ້ນ​ໃນ​ຫຼາຍ​ຂົງ​ເຂດ”.

        ປະຈຸ​ບັນ, ​ແມ່ຍິງ​ຫວຽດນາມ​ ໄດ້​ດຳລົງ​ຕຳ​ແໜ່​ງລັດຖະມົນຕີ, ຮອງ​ລັດຖະມົນຕີ​ໃນ 14/30 ກະຊວງ, ອົງການ​ທຽບ​ເທົ່າ​ກະຊວງ, ອົງການ​ຂຶ້ນ​ກັບ​ລັດຖະບານ. ​ໃນ​ຂົງ​ເຂດ​ວຽກ​ງານ, ​ ອັດຕາ​ສ່ວນ​ຜູ້​ອອກ​ແຮງ​ງານ​ຍິງກວມ 48%​, ບັນລຸ​ມາດຕະຖານ​ຂອງ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ​ທີ່​ໄດ້​ວາງ​ອອກ.

        ກ່ອນ​ໜ້າ​ນັ້ນ, ຕອນ​ຄຳ່​ວັນ​ທີ 19/10, ສູນ​ກາງ​ສະຫະພັນ​ແມ່ຍິງ​ຫວຽດນາມ, ຄັງ​ຍ້ອງຍໍ​ແມ່ຍິງ​ທີ່​ເກັ່ງ​ກ້າ​ສາມາດ​ຫວຽດນາມ ​ໄດ້​ມອບ​ລາງວັນ​ແມ່ຍິງ​ຫວຽດນາມ​ປີ 2012 ​ໃຫ້ 6 ໝູ່​ຄະນະ ​ແລະ 10 ຄົນ ທີ່​ມີ​ຜົນງານ​ດີ​ເດັ່ນ, ມີ​ການ​ປະກອບສ່ວນ​ຫຼາຍ​ຢ່າງ​ໃຫ້​ແກ່​ປະ​ເທດ​ຊາດ ​ແລະ ຂະ​ບວນການ​ແມ່ຍິງ​ຫວຽດນາມ.

ຂ່າວ/ບົດ​ອື່ນ