ການເຄື່ອນໄຫວສະເຫຼີມ ສະຫຼອງ 83 ປີແຫ່ງວັນ ມູນເຊື້ອວຽກງານ ຂົນຂວາຍປະຊາຊົນ

ການເຄື່ອນໄຫວສະເຫຼີມ ສະຫຼອງ 83 ປີແຫ່ງວັນ ມູນເຊື້ອວຽກງານ ຂົນຂວາຍປະຊາຊົນ - ảnh 1
(ພິທີສະ​ເຫຼີ​ມສະຫຼອງ 83 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ວຽກ​ງານ​ຂົນຂວາຍ​ປະຊາຊົນ)


(vovworld) - ວັນ​ທີ 15 ຕຸລາ, ​ໄດ້​ຈັດພິທີສະ​ເຫຼີ​ມສະຫຼອງ 83 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ວຽກ​ງານ​ຂົນຂວາຍ​ປະຊາຊົນ (15 ຕຸລາ 1930 – 15 ຕຸລາ 2013). ຕອນ​ຄໍ່າ​ວັນ​ທີ 14 ຕຸລາ, ທີ່​ຮ່າ​ໂນ້ຍ, ຄະນະ​ຂົນຂວາຍ​ປະຊາຊົນ​ໄດ້​ຈັດການ​ໂອ້​ລົມ​ສົນທະນາ, ພົນ​ປະ​ສ້າງສັນ. ທ່ານ​ນາງ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຂົນ​ຂວາຍປະຊາຊົນ​ສູນ​ກາງ ຮ່າ​ທິຄຽດ ພ້ອມ​ກັບຜູ້​ທີ່​ເຮັດ​ວຽກ​ງາ​ນຂົນຂວາຍປະຊາຊົນ​ລຸ່ນຕ່າງໆ ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ເຂົ້າ​ຮ່ວມ​.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຢູ່​ນະຄອນ ​ໂຮ່ຈິ​ມິນ, ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ ໄດ້​ຈັດພິທີສະ​ເຫຼີ​ມສະຫຼອງ 83 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ວຽກ​ງານ​ຂົນຂວາຍ​ປະຊາຊົນຂອງ​ພັກ ​ແລະ ຍ້ອງຍໍ 122 ບຸກຄົນທີ່​ເປັນ​ແບບຢ່າງ​ໃນ​ການຂົນຂວາຍ​ປະຊາຊົນ​. ນີ້​ແມ່ນ​ບັນດາ​ພະນັກງານ, ສະມາ​ຊິກ​ພັກ, ສະມາຊິກ, ຊາວ​ໜຸ່ມ ​ແລະ ປະຊາຊົນ​ທີ່​ເປັນ​ແບບຢ່າງ, ນຳ​ໜ້າ​ປະຕິບັດ​ບັນດາ​​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ລັດ ດ້ວຍ​ບັນດາວຽກ​ງານທີ່​ແທດ​ຈິງ. ທ່ານ ຫງວຽນ​ວັນ​ຫາຍ, ບ້ານ 2, ຕາ​​ແສງ ຮື​ງລອງ, ​ເມືອງ​ບິ່ງ​ແຈ໋ງ, ນະຄອນ​ໂຮ່ຈິ​ມິນ, ​​ແມ່ນ​ໜຶ່ງ​ໃນ​ບັນດາ​ແບບຢ່າງທີ່​ໄດ້​ຮັບ​ການ​ຍ້ອງຍໍ​ໃນ​ຄັ້ງ​ນີ້ ​ໃຫ້​ຮູ້​ວ່າ.

 “ຂ້າພະເຈົ້າເປັນກຽດທີ່ໄດ້ຮັບການຍ້ອງຍໍເປັນແບບຢ່າງໃນການຂົນຂວາຍປະຊາຊົນຄັ້ງນີ້.ຂ້າພະເຈົ້າຈະມານາພະຍາຍາມ ຈົດສຸດຄວາມສາມາດຂອງຕົນ ເພື່ອພ້ອມກັບພັກ, ອຳນາດການປົກຄອງ ປະຕິບັດແຜນນະໂຍບາຍຂອງພັກ ແລະ ລັດ, ​ໂດ​ຍສະ​ເພາະ​ແມ່ນ​ໂຄງການ​ຊົນນະບົດ​ໃໝ່ ຂົນ​ຂວາ​ຍປະຊາຊົນມອບ​ດິນ​ເຮັດ​ທາງ​ ​ເພື່ອ​ປະຕິບັດສຳ​ເລັດ​ມາດຖານ​ກໍ່ສ້າງຊົນນະບົດ​ໃໝ່​.”

ຂ່າວ/ບົດ​ອື່ນ