ການເຄື່ອນໄຫວສະເຫຼີມ ສະຫຼອງ 88 ປີແຫ່ງ ວັນສື່ມວນຊົນປະຕິວັດ ຫວຽດນາມ 21/6

ການເຄື່ອນໄຫວສະເຫຼີມ ສະຫຼອງ 88 ປີແຫ່ງ ວັນສື່ມວນຊົນປະຕິວັດ ຫວຽດນາມ 21/6 - ảnh 1

(vovworld)- ຕອນ​ເຊົ້າວັນທີ 19/6, ທ່ານ​ດິງ​ເທ​ຮິງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາສຶກສາສູນ​ກາງ ​ໄດ້​ໄປ​ຢ້ຽມຢາມ, ອວຍພອນ​ສະຖາ​ບັນ​ສື່​ນມວນ​ຊົນ ​ແລະ ​ໂຄສະນາ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ວາລະສານ​ກອມ​ມູນິດ ​ແລະ ວິທະຍຸ​ ​ແລະ ໂທລະ​ພາບ​ຮ່າ​ໂນ້ຍ. ​ເນື່ອງ​ໃນ​ໂອກາດວັນສື່ມວນຊົນປະຕິວັດ ຫວຽດນາມ, ທ່ານ​ດິງ​ເທ​ຮິງ ອວຍພອນ​ຖັນ​ແຖວ​ນັກ​ຂ່າວ ​ແລະ ບັນດາ​ອົງການ​ສື່​ມວນ​ຊົນ​ຫວຽດນາມ ຈະຍາດ​ໄດ້​ບັນດາ​ຜົນງານ​ໃໝ່ ພ້ອມ​ທັງ​ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ອັນ​ໃຫ່ຍຫລວງ​ຂອງ​ບັນດາ​ອົງການ​ສື່​ມວນ​ຊົນ​ຕໍ່​ພາລະກິດ​ສ້າງສາ ​ແລະ ພັດ​ທະນາ​ປະ​ເທດ​ຊາດ. ຢູ່ວິທະຍຸ​ກະຈາຍສຽງ​ຫວຽດນາມ, ທ່ານ​ດິງ​ເທ​ຮິງ ສະ​ແດງ​ຄວາມ​ປິ​ຕິ​ຊົນ​ຊື່ນ​ຕໍ່​ການ​ພັດທະນາ, ການ​ເຕີບ​ໃຫ່ຍຂອງວິທະຍຸ​ກະຈາຍສຽງ​ຫວຽດນາມ ດ້ວຍ​ພາຫະນະ​ສື່​ມວນ​ຊົນ​ຄົບ​ຖ້ວນ, ກາຍ​ເປັນ​ອົງການ​ສື່​ມວນ​ຊົນ​ອັນ​ດັບ​ໜຶ່ງ​ຂອງ​ພັກ, ລັດ. ທ່ານ​ປາດ​ຖະໜາ​ວ່າ, ວິທະຍຸ​ກະຈາຍສຽງ​ຫວຽດນາມ ຈະ​ສືບ​ຕໍ່​ປ່ຽນ​ໃໝ່​ເພື່ອ​ຕອບ​ສະໜອງ​ຄວາ​ມຮຽກຮ້ອງ​ຕ້ອງການ​ດ້ານ​ຂໍ້​ມູນ​ຂ່າວສານ, ປະກອບ ສ່ວນ​ຫລາຍ​ກ່ວາ​ອີກ​ເຂົ້າ​ໃນ​ພາລະກິດ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ.

   ​ໃນ​ວັນ​ດຽວ​ກັນ, ຄະນະ​ປະຈຳ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ປຸກລະດົມ ​ແລະ ປະກາດ​ລະບຽບ​ງານ​ປະ​ກວດ​ສື່​ມວນ​ຊົນ “​ເພື່ອ​ພາລະກິດ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ” ຄັ້ງທີ 11 ປີ 2013-2014. ນະ​ທີ່​ນີ້, ທ່ານຮິງດາມ, ປະທານຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ເນັ້ນໜັກ​ວ່າ: ​ໃນ 88 ປີຜ່ານມາ, ສື່​ມວນ​ຊົນ​ປະຕິວັດ​ຫວຽດນາມ ​ໄດ້​ມີ​ການ​ພັດທະນາ, ​​ເຕີບ​ໂຕ​ຢ່າງ​ເຂັ້ມ​ແຂງ​ໃນ​ທຸກ​ດ້ານ ​ແລະ ປາດ​ຖະໜາວ່າ: ບັນດາ​ອົງການ​ສື່​ມວນ​ຊົນ​ຈະສືບ​ຕໍ່​ຮ່ວມ​ແຮງຮ່​ວມ​ໃຈ​ພ້ອມ​ກັບ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ກໍ່ສ້າງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ໃຫ້ໝັ້ນຄົງ​ເຂັ້ມ​ແຂງ​ໃນ​ສະະພາບ​ການ​ໃໝ່, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ພາລະກິດ​ພັດທະນາ​ປະ​ເທດ​ຊາດ.

ການເຄື່ອນໄຫວສະເຫຼີມ ສະຫຼອງ 88 ປີແຫ່ງ ວັນສື່ມວນຊົນປະຕິວັດ ຫວຽດນາມ 21/6 - ảnh 2

ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 88 ປີ​ແຫ່ງ​ວັນ​ສື່​ມວນ​ຊົນ​ປະຕິ​ວັດ

ຫວຽດນາມ 21/6 ຢູ່ແຂວງ ບັກ​ຢາງ
(ພາບ:baobacgiang.com.vn)

 ກ່ອນໜ້ານັ້ນ, ຕອນ​ຄຳ່​ວັນ​ທີ 18/6, ຢູ່​ແຂ​ວງ ບິ່ນ​ເຢືອງ, ສະມາຄົມ​ນັກ​ຂ່າວ​ແຂ​ວງ ບິ່ນ​ເຢືອງ, ນະຄອນ ​ໂຮ່ຈີ​ມິນ ​​ແລະ ​ແຂວງ ດົ່ງ​ນາຍ ສົມທົບ​ກັນ​ຈັດ​ຕັ້ງ​ງານ​ພົວພັນ​ແລກປ່ຽນ ຮ້ອງ​ລຳ​ທຳ​ເພງ​ສະ​​ເຫຼີມ​ສະຫຼອງ 88 ປີ​ແຫ່ງ​ວັນ​ສື່​ມວນ​ຊົນ​ປະຕິ​ວັດ ຫວຽດນາມ. ລາຍການ​ນີ້​ແມ່ນ​ເພື່ອ​ແນ​ໃສ່​ເຊີດ​ຊູ, ຈົດ​ຈຳ​ການ​ປະກອບສ່ວນ​ຂອງ​ກຳລັງ​ສື່​ມວນ​ຊົນ​ໃນ​ພາລະກິດ​ພັດທະນາ​​ເປັນ​ປົກກະ​ຕິ ​ແລະ ຄວາມ​ໝັ້ນຄົງ​ພື້ນຖານ​ເສດຖະກິດ, ການປ້ອງ​ກັນຊາ​ດຂອງ​ປະ​ເທດ​. ​ເນື່ອງ​ໃນ​ໂອກາດ​ນີ້, ສະ​ມາ​ຄົມນັກ​ຂ່າວ​ນະຄອນ ​ເຫ້ວ, ​ແຂວງ ​ເທື່ອ​ທຽນ​ເຫ້ວ, ​ແຂວງ ບັກ​ຢາງ, ນະຄອນ ຫາຍ​ຟ່ອງ.​.​​. ​ກໍ່ໄດ້​ຈັດ​ຕັ້ງ​ງານ​ພົບ​ປະ​ສັງ​ສັນສະ​ເຫຼີມ​ສະຫຼອງ 88 ປີ​ແຫ່ງ​ວັນ​ສື່​ມວນ​ຊົນ​ປະຕິ​ວັດ ຫວຽດນາມ (21/6/1925 – 21/6/2013) ​ເຊັນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ