ການເຄື່ອນໄຫວສະເຫຼີມ ສະຫຼອງວັນຊາດ 2 ກັນຢາ ຢູ່ອົດສຕາລີ ແລະ ໄທ

ການເຄື່ອນໄຫວສະເຫຼີມ ສະຫຼອງວັນຊາດ 2 ກັນຢາ ຢູ່ອົດສຕາລີ ແລະ ໄທ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 27 ສິງຫາ, ກົງສູນ​ໃຫຍ່​​ຫວຽດນາມ ປະຈຳ Sydney ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 68 ປີ​ແຫ່ງ​ວັນ​ການປະຕິວັດ​ເດືອນ​ສິງຫາ ​ແລະ ວັນຊາດ​ 2 ກັນ​ຢາ​ ຢູ່ລັດ New South Wales, ​ປະ​ເທດ​ອົດສຕາ​ລີ. ທີ່​ພິທີ, ທ່ານຫົວໜ້າ​ສູນ​ໃຫຍ່ ມາຍ​ເຟື໋ອກຢຸງ ​ໄດ້​ທົບ​ທວນຄືນ​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ເຊິ່ງປະຊາຊົນ​ຫວຽດນາມ ບັນລຸ​ໄດ້​ໃນ 68 ປີຜ່ານມາ, ພ້ອມ​ທັງ​ທົບ​ທວນຄືນ​ບັນດາ​ຜົນງານ​ດີ​ເດັ່ນ​​​ໃນ​ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ອົດສຕາ​ລີ ​ໃນ​ທຸກ​ຂົງ​ເຂດ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ຜູ້​ວ່າການ​ລັດ New South Wales, ສາດສະດາຈານ Matie Bashir ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງານ​​ເຊິ່ງຫວຽດນາມ ບັນລຸ​ໄດ້​ໃນການ​ພັດທະນາ​ສາຍ​ພົວພັນ​ລະຫວ່າງ 2 ປະ​ເທດ ກໍ່​ຄື​ການ​ປະກອບສ່ວນ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ລັດ New South Wales.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ສປປ ລາວ ຫຼີບຸນ​ຄ້ຳ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ມາສະ​ຖານ​ທູດ​ຫວຽ​ດນາມ ຢູ່ບາງກ​ອກ ອວຍພອນວັນ​ຊາດ​ຫວຽດນາມຄັ້ງ​ທີ 68 ຂອງ​ຫວຽດນາມ. ທ່ານ​ເອກ​ອັກ​ຄະ​ລັດຖະທູດ ​ໄດ້​ຊົມ​ເຊີຍຜົນງານ​ເຊິ່ງພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ​ບັນລຸ​ໄດ້ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ຮັກສາ​ຄວາມ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ ກໍ່​ຄື​ການ​ພັດທະນາ​​ໃນ​ທຸກ​ດ້ານ​​ເສດຖະກິດ, ສັງຄົມ.
ຂ່າວ/ບົດ​ອື່ນ