ການເຄື່ອນໄຫວສະເຫຼີມທສະຫຼອງວັນສະຖາປະນາສ.ສຫວຽດນາມ ຢູ່ລາວ ແລະ ອິນເດຍ

ການເຄື່ອນໄຫວສະເຫຼີມທສະຫຼອງວັນສະຖາປະນາສ.ສຫວຽດນາມ ຢູ່ລາວ ແລະ ອິນເດຍ - ảnh 1
ສະ​ເຫຼີມສະຫຼອງ​ 67 ປີ​ແຫ່ງ​ວັນ​ສະຖາປະນາ ສ.ສ ຫວຽດນາມຢູ່ອິນ​ເດີຍ
(ພາບ: vietnamplus.vn)


(vovworld) -     ຕອນ​ຄໍ່າ​ວັນ​ທີ 30/8, ຢູ່​ນະຄອນຫຼວງ​ວຽງ​ຈັນ, ສະຖານທູດ​ຫວຽດນາມ ​ໄດ້​ຈັດງານ​ລ້ຽງ​ເນື່ອງ​ໃນ​ໂອກາດສະ​ເຫຼີມສະຫຼອງ​ 67 ປີ​ແຫ່ງ​ວັນ​ສະຖາປະນາ ສ.ສ ຫວຽດນາມ (02/09/1945 – 02/09/2012). ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລາວ Ta Minh Chau ​ໄດ້​ຢືນຢັນ​ວ່າ ຍາມ​ໃດ ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ປະຊາຊົນ​ຫວຽດນາມ ກໍ​ຖື​ເປັນ​ສຳຄັນ ​ແລະ ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ພ້ອມ​ກັບ ພັກ, ລັດ ​ແລະ ປະຊາຊົນ​ລາວ ຮັກສາ, ປັບປຸງ ​ແລະ ພັດທະນາ​ສາຍ​ພົວພັນ​ທີ່​​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຢ່າງຮອບດ້ານ​ລະຫວ່າງ​ຫວຽດນາມ - ລາວ ຢ່າງ​ບໍ່​ຢຸດ​ຢັ້ງ ​​ແລະ ພັດທະນາຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ຕອບ​ສະໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ແຕ່ລະ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ມິດຕະພາບ, ການຮ່ວມ​ມື ​ແລະ ພັດທະນາ​ຈະ​ເລີ​ນຮຸ່ງ​ເຮືອງ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

​ແລະ​ກໍເນື່ອງ​ໃນ​ໂອກາດນີ້ສະຖານທູດ​ຫວຽດນາມ ປະຈຳ​ອິນ​ເດີຍ ​ໄດ້​ຈັດການ​ຕ້ອນຮັບ​ແຂກ​ຢູ່​ຫໍ​ປະຊຸມ Kamal Hall, ທີ່ນະຄອນຫຼວງ New Delhi, ປະ​ເທດອິນ​ເດຍ, ​ໃນ​ວັນ 29/8. ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອິນ​ເດ​ຍ Nguyen Thanh Tan ​ໄດ້​ເນັ້ນ​ໜັກ​ວ່າ, ການ​ພົວພັນ​ລະຫວ່າງ​ອິນ​ເດຍ ​ແລະ ຫວຽດນາມ ນັບ​ມື້​ນັບ​ພັດທະນາໃນ​ທຸກ​ດ້ານ, ​ໄປ​ຄຽຄູ່​ກັນ​ນັ້ນ, ການ​ພົວພັນ​ທາງ​ການ​ທູດ​​, ​ເສດຖະກິດ, ການ​ຄ້າ​ລະ​ຫວ່າງ​ສ​ອງປະ​ເທດ ກໍບັນລຸ​ໄດ້​ບາດກ້າວ​ໃໝ່.

ຂ່າວ/ບົດ​ອື່ນ