ການເຄື່ອນໄຫວສະເຫຼີມສະຫຼອງ 100 ປີ ແຫ່ງວັນການປະວັດເດືອນຕຸລາ ລັດເຊຍ

(VOVWORLD) -ຕອນເຊົ້າວັນທີ 03 ພະຈິກ, ສື່ເອເລັກໂຕນິກພັກກອມມູນິດໄດ້ສົມທົບກັບ ວິທະຍາຄານວິທະຍາສາດສັງຄົມມະນຸດສາດການທະຫານ ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງການໂອ້ລົມສົນທະນາທາງເຄືອຂ່າຍອິນເຕີເນັດ “ການປະຕິວັດເດືອນຕຸລາ ລັດເຊຍ ໃສແຈ້ງຕະຫຼອດການ”.

ການເຄື່ອນໄຫວສະເຫຼີມສະຫຼອງ 100 ປີ ແຫ່ງວັນການປະວັດເດືອນຕຸລາ ລັດເຊຍ - ảnh 1 ການໂອ້ລົມສົນທະນາທາງເຄືອຂ່າຍອິນເຕີເນັດ

(ພາບ: hanoimoi.com.vn)

ທີ່ການໂອ້ລົມສົນທະນາ, ບັນດານັກວິທະຍາສາດຢັ້ງຢືນວ່າ ໄຊຊະນະຂອງການປະຕິວັດເດືອນຕຸລາ ລັດເຊຍໄດ້ເປີດສາກວິວັດການຫັນອຸດົມຄະຕິລັດທິກອມມູນິດໃຫ້ປະກົດຜົນເປັນຈິງ, ຫັນບັນດາຄວາມໄຝ່ຝັນ, ອຸດົມຄະຕິນັ້ນປະກົດຜົນເປັນຈິງຢ່າງມີຊີວິດຊີວາ.

ທ່ານຮອງສາສະດາຈານ, ປ.ອ ຫງວຽນແມ້ງເຫືອງ, ວິທະຍາຄານວິທະຍາສາດສັງຄົມມະນຸດສາດການທະຫານ, ຢືນຢັນວ່າ: “ການປະຕິວັດເດືອນຕຸລາ ແມ່ນການປະຕິວັດນຳມາຊຶ່ງຄຸນຄ່າມະນຸດສະທຳ, ວັດທະນະທຳມະນຸດອັນສູງສົ່ງ, ປະຕິບັດບັນດາພາລະກິດປົດປ່ອຍ. ປົດປ່ອຍຊົນຊັ້ນ, ປົດປ່ອຍຊາດ, ປົດປ່ອຍສັງຄົມ ແລະ ປົດປ່ອຍມະນຸດ. ເພື່ອລົບລ້າງທຸກການກົດຂີ່ຂູດຮີດຂາດຄວາມຍຸດຕິທຳ ແລະ ປົດປ່ອຍມະນຸດ. ການປະຕິວັດນີ້ມີຄວາມໝາຍແມ່ນນຳມາເຊິ່ງຄວາມເສລີພາບ, ຄວາມອີ່ມໜຳສຳລານ, ສົມບູນພູນສຸກ ຢ່າງແທ້ຈິງໃຫ້ປະຊາຊົນ.

ກໍ່ໃນຕອນເຊົ້າວັນທີ 3 ພະຈິກ, ສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ນະຄອນໂຮ່ຈີມິນ ຮ່ວມກັບສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ແລະ ວິທະຍາຄານວິທະຍາສາດສັງຄົມ ເຂດພາກໃຕ້ ຈັດຕັ້ງພິທີສະເຫຼີມສະຫຼອງ 100 ປີ ແຫ່ງວັນການປະຕິວັດເດືອນຕຸລາ ລັດເຊຍ ຢ່າງສົມກຽດ.

ຕອບກັບ

ຂ່າວ/ບົດ​ອື່ນ