ການເຄື່ອນໄຫວສະເຫຼີມສະຫຼອງ 125 ປີ ແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ

ການເຄື່ອນໄຫວສະເຫຼີມສະຫຼອງ 125 ປີ ແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ - ảnh 1
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 16/5, ຢູ່​ນະຄອນ​ໂຮ່ຈີ​ມິນ, ກະຊວງ​ສຶກສາ​ບຳລຸງ​ສ້າງ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ສົມທົບ​ກັບ​ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ, ໜັງສືພິມ​ໄວ​ໜຸ່ມ ​ແລະ ມະຫາວິທະຍາ​ໄລ ຫງວຽນ​ເຕິ​ດ​ແທ່ງ ຈັດ​ຕັ້ງ​ພິທີ​ສະຫຼຸບ ​ແລະ ມອບ​ລາງວັນ​ໃຫ້ການ​ເສັງ “​ໄວ​ໜຸ່ມ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈິ​ມິນ “ ສົກຮຽນ 2014-2015. ຄະນະ​ຈັດ​ຕັ້ງ​ໄດ້​ມອບ 30 ລາງວັນ​ໃຫ້​ສ່ວນ​ບຸກຄົນ ​ແລະ 30 ລາງວັນ​ສຳລັບ​ໝູ່​ຄະນະ​ທີ່​ມີ​ຜົນງານ​ດີ​ເດັ່ນ.

ກ່ອນ​ໜ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 15/5, ຢູ່​ສູນ​ວາງສະ​ແດງ 29 ຖະໜົນ​ຮ່າງ​ບ່າຍ, ຮ່າ​ໂນ້ຍ, ກໍ່​​ເປີດ​ງານ​ວາງສະ​ແດງ​ບັນດາ​ຜະລິດ​ຕະພັນວິຈິດ​ສິນ ຂອງ​ຈິດຕະກອນ​ນະຄອນຫຼວງ ດ້ວຍ​ຫົວ​ຂໍ້​ວ່າ: ” ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈິ​ມິນ”. ງານ​ວາງສະ​ແດງ ​​ແນະນຳ​ຜະລິດ​ຕະພັນ​ວິຈິດ​ສິນ 120 ຢ່າງ, ສະ​ແດງ​ໃຫ້​ເຫັນ​ຮູບ​ພາບ​ປະທານ ​ໂຮ່ຈີ​ມິນ​ ໃນ​ວິວັດ​ການ​ຊອກ​ຫາ​ເສັ້ນທາງ​ກູ້​ຊາດ, ກໍ່​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ, ກໍ່ສ້າງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ນຳພາ​ປະຊາຊົນ​ຕ້ານ​ເສິກ​ຕ່າງ​ດ້າວ, ຍາດ​ເອົາ​ເອກະລາດ​ເສລີພາບ, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ…

​ແລະ​ກໍ່​ຢູ່​ທີ່​ຮ່າ​ໂນ້ຍ, ບັນດາ​ຫົວໜ່ວຍ​ທີ່​ຂຶ້ນ​ກັບ​ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ໄດ້​ຈັດ​ຕັ້ງ​ການ​ສາຍຮູບ​ເງົາ​ນັບ​ຮ້ອຍ​ຄັ້ງ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ ​ເພື່ອ​ຮັບ​ໃຊ້​ຊາວ​ນະຄອນຫຼວງ​ຄື​ຮູບ​ເງົາ: ​ເຖົ້າ​ຈີ໋ນຢູ່​ໄທ, ຫງວຽນ​ອ໋າຍກວົກ ຢູ່​ຮົ່ງກົງ, ​ໂຮ່ຈິ​ມິນ - ຮູບ​ພາບ​ຄົນ​ໜຶ່ງ ​ແລະ ບັນດາ​ຮູບ​ເງົາ​ທີ່​ກ່ຽວຂ້ອງ​ເຖິງ​ປະທານ​ໂຮ່ຈິ​ມິນ.

​ໃນ​ຂະນະ​ນັ້ນ, ກະຊວງ​ວັດທະນະ​ທຳ​ກິລາ ​ແລະ ທອງ​ທ່ຽວ ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ເງ້ອານ ​ກໍ່​ຈັດ​ຕັ້ງ​ງານ​ວາງສະ​ແດງ​ວິຈິດ​ສິນ, ຮູບ​ຖ່າຍ​ດ້ວຍ​ຫົວ​ຂໍ້​ວ່າ: ”ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈິ​ມິນ” ຢູ່​ເງ້ອານ.

ຂ່າວ/ບົດ​ອື່ນ