ການເຄື່ອນໄຫວສະເຫຼີມສະຫຼອງ 129 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ ຢູ່ປະເທດຕ່າງໆໃນໂລກ

(VOVWORLD) -ວັນທີ 18 ພຶດສະພາ,  ຢູ່ນະຄອນ Mimasaka, ແຂວງ Okayama, ຊື່ງແມ່ນນະຄອນແຫ່ງທຳອິດຂອງຍີ່ປຸ່ນ ທີ່ໄດ້ຕັ້ງຮູບປັ້ນປະທານໂຮ່ີ່ມິນ, ໄດ້ຈັດການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 129 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ. (19/5/1890 - 19/5/2019). ການເຄື່ອນໄຫວດັ່ງກ່າວໂດຍສະມາຄົມຊາວໜຸ່ມ ນັກສຶກສາຫວຽດນາມ ຢູ່ນະຄອນ Osaka ຈັດຂຶ້ນ. ພິທີຖືກດຳເນີນໄປໃນທ່າມກາງບັນຍາກາດແຫ່ງຄວາມເຄົາລົບນັບຖື.
ການເຄື່ອນໄຫວສະເຫຼີມສະຫຼອງ 129 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ ຢູ່ປະເທດຕ່າງໆໃນໂລກ - ảnh 1

ພິທີສະເຫຼີມສະຫຼອງຢູ່ນະຄອນ Mimasaka, ແຂວງ Okayama, ປະເທດຍີ່ປຸ່ນ

(ພາບ:Vietnam+)

ບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ຮັບຟັງ ແລະ ຫວນຄືນຊີວິດ ແລະ ພາລະກິດຂອງປະທານໂຮ່ຈີມິນ. ບັນດາການປະກອບສ່ວນຂອງປະທານໂຮ່ຈິມິນ ເຂົ້າໃນສັນຕິພາບ ແລະ ປະຊາທິປະໄຕໃນໂລກ.

   ແລະ ກໍ່ໃນຕອນເຊົ້າຂອງວັນທີ 18 ພຶດສະພາ,  ບັນດາພະນັກງານ, ພາລະກອນສະຖານທູດ, ອົງການຕາງໜ້າຫວຽດນາມ, ນັກຮຽນນັກສຶກສາ ພ້ອມກັບຜູ້ຕາງໜ້າຊາວຫວຽດນາມ ອາໄສຢູ່ອັງກິດ ເປັນຈຳນວນຫຼາຍ ກໍ່ໄດ້ເຂົ້າຮ່ວມພິທີ ສະເຫຼີມສະຫຼອງ 129 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ ແລະ 108 ປີແຫ່ງວັນປະທານໂຮ່ຈີມິນ ໄດ້ອອກເດີນທາງໄປຊອກຫາເສັ້ນທາງກູ້ຊາດ (1911-2019) ຢູ່ປ້າຍອາໄລຫາລຸງໂຮ່ ທີ່ນະຄອນຫຼວງລອນດອນ.

ຢູ່ສະຖານທູດຫວຽດນາມ ປະຈຳບັນດາປະເທດຝະລັ່ງ, ຈີເລ….ກໍ່ໄດ້ຈັດຕັ້ງ ພິທີ ສະເຫຼີມສະຫຼອງ 129 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ