ການເຄື່ອນໄຫວສະເຫຼີມສະຫຼອງ 132 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ ຢູ່ພາຍປະເທດ ແລະ ຕ່າງປະເທດ

(VOVWORLD) -ເງະອານ - ບ້ານ ແຊນ ແຫ່ງບ້ານເກີດເມືອງນອນຂອງ ລຸ່ງໂຮ່, ນະຄອນ ໂຮ່ຈີມິນ - ນະຄອນໃສ່ຊື່ຄຳ
ການເຄື່ອນໄຫວສະເຫຼີມສະຫຼອງ 132 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ ຢູ່ພາຍປະເທດ ແລະ ຕ່າງປະເທດ - ảnh 1ທີ່ລາຍການສະແດງສິລະປະ
(ພາບ: TTXVN)

ຢູ່ ຫວຽດນາມ, ເນື່ອງໃນໂອກາດສະເຫຼີມສະຫຼອງ 132 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19 ພຶດສະພາ 1890 – 19 ພຶດສະພາ 2022), ຕອນຄ່ຳວັນທີ 19 ພຶດສະພາ, ຢູ່ສະໜາມຫຼວງ ໂຮ່ຈີມິນ (ນະຄອນ ວິງ, ແຂວງ ເງະອານ), ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ເງະອານ ໄດ້ສົມທົບກັບພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວນະຄອນ ໂຮ່ຈີມິນ ຈັດລາຍການສະແດງສິລະປະດ້ວຍຫົວຂໍ້ “ເງະອານ - ບ້ານ ແຊນ ແຫ່ງບ້ານເກີດເມືອງນອນຂອງ ລຸ່ງໂຮ່, ນະຄອນ ໂຮ່ຈີມິນ - ນະຄອນໃສ່ຊື່ຄຳ”.

ລາຍການແມ່ນເພື່ອແນໃສ່ຍ້ອງຍໍສັນລະເສີນບ້ານ ແຊນ ແລະ ເຂດດິນແດນ ເງະອານ, ເຂດດິນແດນສັກສິດໃຫ້ກຳເນີດຜູ້ເກັ່ງກ້າສາມາດ, ບ້ານເກີດເມືອງນອນຂອງປະທານ ໂຮ່ຈີມິນ ທີ່ຍິ່ງໃຫຍ່ ດ້ວຍມູນເຊື້ອປະຫວັດສາດ, ວັດທະນະທຳທີ່ມີມາແຕ່ດົນນານ ແລະ ພວມຢູ່ໃນທ່າພັດທະນາຂຶ້ນ.

        ຢູ່ຕ່າງປະເທດ, ວັນທີ 19 ພຶດສະພາ, ຢູ່ນະຄອນ Saint Petersburg ຂອງ ລັດເຊຍ ໄດ້ດຳເນີນການເຄື່ອນໄຫວຫຼາຍຢ່າງ ເນື່ອງໃນໂອກາດສະເຫຼີມສະຫຼອງ 132 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ.

        ຜູ້ຕາງໜ້າສະຖານທູດ ຫວຽດນາມ ປະຈຳ ລັດເຊຍ, ຄະນະການນຳສະມາຄົມຊາວ ຫວຽດນາມ ອາໄສຢູ່ ລັດເຊຍ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ Saint Petersburg ພ້ອມກັບອຳນາດການປົກຄອງທ້ອງຖິ່ນ ໄດ້ຈັດພິທີຖະຫວາຍດອກໄມ້ຢູ່ເຂດທີ່ຄາດວ່າຈະຕັ້ງຮູບປັ້ນປະທານ ໂຮ່ຈີມິນ ຢູ່ສະໜາມຫຼວງ ຄາຍຊາງ, ຢູ່ເມືອງ Vyborgsky.

ການເຄື່ອນໄຫວສະເຫຼີມສະຫຼອງ 132 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ ຢູ່ພາຍປະເທດ ແລະ ຕ່າງປະເທດ - ảnh 2ສະຖານທູດ ຫວຽດນາມ ປະຈຳ ອານເຊຣີ ໄດ້ຈັດພິທີຖະຫວາຍດອກໄມ້ ອາໄລຫາປະທານ ໂຮ່ຈີມິນ
(ພາບ: baoquocte.vn)

        ວັນທີ 19 ພຶດສະພາ, ສະຖານທູດ ຫວຽດນາມ ປະຈຳ ອານເຊຣີ ໄດ້ຈັດພິທີຖະຫວາຍດອກໄມ້ ອາໄລຫາປະທານ ໂຮ່ຈີມິນ ຢູ່ທາງຫຼວງທີ່ໃສ່ຊື່ ເພິ່ນ ຢູ່ນະຄອນຫຼວງ ອານເຊຣີ.

        ສ່ວນຢູ່ສິງກະໂປ, ສະຖານທູດ ຫວຽດນາມ ແລະ ບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ສິງກະໂປ ກໍ່ໄດ້ຈັດພິທີຖະຫວາຍດອກໄມ້ຢູ່ເຂດອະນຸສາວະລີ ແລະ ສີລາຈາລຶກອາໄລຫາປະທານ ໂຮ່ຈີມິນ ໃນບໍລິເວນຫໍພິພິທະພັນສີວິໄລອາຊີ ເນື່ອງໃນໂອກາດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ