ການເຄື່ອນໄຫວສະເຫຼີມສະຫຼອງ 40 ປີ ”ຮ່າໂນ້ຍ - ດ້ຽນບຽນຝູທາງອາກາດ”

ການເຄື່ອນໄຫວສະເຫຼີມສະຫຼອງ 40 ປີ ”ຮ່າໂນ້ຍ - ດ້ຽນບຽນຝູທາງອາກາດ” - ảnh 1
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 20/12, ກອງ​ພົນ​ປ້ອງ​ກັນ​ອາກາດ 361 (ກອງ​ພົນ​ປ້ອງ​ກັນ​ອາກາດ ຮ່າ​ໂນ້ຍ) ​ໄດ້​ຈັດ​ຕັ້ງ​ພິທີ ສະ​ເຫຼີ​ມສະຫຼອງ 40 ປີ ”ຮ່າ​ໂນ້ຍ - ດ້ຽນບຽນ​ຝູທາງ​ອາກາດ”. ກ່າວ​ຄວາມ​ເຫັນ​ຢູ່​ທີ່​ນີ້, ພັນ​ເອກ ຫງວຽນ​ກວາງຕ໋ວຽນ (Nguyen Quang Tuyen) ຫົວໜ້າກອງ​ພົນ​ປ້ອງ​ກັນ​ອາກາດ 361, ຢືນຢັນ​ວ່າ: ”ຮ່າ​ໂນ້ຍ - ດ້ຽນບຽນ​ຝູທາງ​ອາກາດ” ​ແມ່ນ​ໄຊຊະນະ​ແຫ່ງ​ເຈດ​ຈຳນົງ​ຕໍ້​ສູ້​ຢ່າງ​ອົງອາດກ້າຫານ, ຕັດສິນ​ໃຈ​ຕີ​ເອົາ​ຊະນະ​ສັດຕູ​ຮຸກ​ຮານ​ອາ​ເມ​ລິ​ກາ​ໃນ 12 ວັນ​ແລະ​ຄືນ, ກອງທັບ ​ແລະ ປະຊາຊົນ​ພາກ​ເໜືອຍິງຕົກ​​ເຮືອບິນ​ປະ​ເພດ​ຕ່າງໆ 81 ລຳ, ​ໃນ​ນັ້ນ​ມີ​ເຮືອບິນ B52, 34 ລຳ, ສະ​ເພາະກອງ​ພົນ​ປ້ອງ​ກັນ​ອາກາດ 361 ຍິງ​ຕົກ​ເຮືອບິນ B52 ​ແມ່ນ 25 ລຳ, ດັບ​ສູນ ​ແລະ ຈັບ​ຕົວ​ນັກ​ບິນ​ອາ​ເມ​ລິ​ກາ​ຫຼາຍ​ຄົນ.

​ໃນ​ວັນ​ດຽວ​ກັນ, ​ເປັນ​ຄັ້ງ​ທຳ​ອິດ​ທີ່ສູນ​ອານຸລັກ​ຮັກສາ​ມໍລະດົກ​ທັງ​ລອງ - ຮ່າ​ໂນ້ຍ ​ໄດ້​ເປີດ​ປະຕູ​ຂຸມ​ຄອງ​ບັນຊາ​ການ​ສູ້​ຮົບ​ຂອງ​ກອງ​ບັນຊາ​ການ​ໃຫຍ່ ​ເພື່ອ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ມາ​ຢາມ. ທ່ານ ຫງວຽນ​ວັນ​​ເຊີນ, ຜູ້ອຳນວຍການ​ສູນ​ອານຸລັກ​ຮັກສາ​ມໍລະດົກ​ທັງ​ລອງ - ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ:

”​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 40 ປີ ”ຮ່າ​ໂນ້ຍ - ດ້ຽນບຽນ​ຝູທາງ​ອາກາດ”, ພວກ​ເຮົາ​ໄດ້​ຟື້ນ​ຟູ​ຂຸມ​ຄອງ​ບັນຊາ​ການ​ສູ້​ຮົບ​ນີ້ ​ເພື່ອ​ແນະນຳ​ໃຫ້​ນັກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ກ່ຽວ​ກັບ​ມູນ​ເຊື້ອ​ປະຕິວັດ​ຂອງ​ພວກ​ເຮົາ, ກໍ່​ຄື​ປະກອບສ່ວນ​ສຶກສາ​ໃຫ້​ລຸ້ນໜຸ່ມກ່ຽວ​ກັບ​ມູນ​ເຊື້ອ​ປະຕິວັດ​ຂອງ​ກອງທັບປະຊາຊົນ​ ຫວຽດນາມ”

ຂຸມ​ຄອງ​ບັນຊາ​ການ​ສູ້​ຮົບ​ແມ່ນ​ແຫ່ງ​ທີ່​ການ​ນຳ​ກົມ​ການ​ເມືອງ, ກະຊວງ​ປ້ອງ​ກັນ​ປະ​ເທດ, ກອງ​ບັນຊາ​ການ​ກອງທັບ​ປະຊາຊົນ​ຫວຽດນາມ, ​ໄດ້ບັນຊາ​ກອງທັບ​ປະຊາຊົນ​ຫວຽດນາມ​ຕີ​ເອົາຊະນະ​ໃນການ​ສູ້​ຮົບ​ຕ້ານ​ສົງຄາມ​ທຳລາຍພາກ​ເໜືອ 2 ຄັ້ງ​ຂອງ​ຈັກກະພັດອາ​ເມ​ລິ​ກາ, ​ເຊິ່ງຈຸດ​ສູງ​ແມ່ນ​ບັ້ນ​ຮົບ ”ດ້ຽນບຽນ​ຝູທາງ​ອາກາດ” ​ແຕ່​ວັນ​ທີ 18-29/12/1972.

ຂ່າວ/ບົດ​ອື່ນ