ການເຄື່ອນໄຫວສະເຫຼີມສະຫຼອງ 58 ປີແຫ່ງວັນແພດໝໍ ຫວຽດນາມ

ການເຄື່ອນໄຫວສະເຫຼີມສະຫຼອງ 58 ປີແຫ່ງວັນແພດໝໍ ຫວຽດນາມ - ảnh 1
ວັນ​ບຸນ​​ບໍລິຈາກ​ເລືອດ ອາສາ​ສະ​ໝັກຂະ​ແໜງ​ສາທາລະນະ​ສຸກລະດູບານ​ໃໝ່​ປີ 2013
(ພາບປະກອບ)

(vovworld) – ວັນ​ທີ 27/ 2, ສະ​ເຫຼີ​ມສະຫຼອງ 58 ປີ​ແຫ່ງ​ວັນ​ແພດ​ໝໍ ຫວຽດນາມ (27/2/1955 – 27/02/2013). ​ເນື່ອງ​ໃນ​ໂອກາດ​ນີ້, ຂະ​ແໜງ​ສາທາລະນະ​ສຸກ​ບັນດາ​ແຂວງ, ນະຄອນ ​ໄດ້ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕ່າງໆ ​ເພື​່ອ​ເຊີດ​ຊູ​ບັນດາ​ການ​ອຸທິດ​ສ່ວນ​ຂອງ​ຖັນ​ແຖວແພດ​ໝໍ ​ແລະ ບັນດາ​ຜູ້​ທີ່​ເຄີຍ ​ແລະ ພວມ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ສາທາລະນະ​ສຸກ. ພະ​ແນ​ກສາ​ທາ​ລະນະ​ສຸກ ​ແຂ​ວງ ກວາງ​ຈີ້ ຈັດ​ຕັ້ງ “ວັນ​ບຸນ​​ບໍລິຈາກ​ເລືອດ ອາສາ​ສະ​ໝັກຂະ​ແໜງ​ສາທາລະນະ​ສຸກລະດູບານ​ໃໝ່​ປີ 2013” ດ້ວຍ​ການ​ເຂົ້າຮ່ວມ​ຂອງ​ແພດ​ໝໍ​ໜຸ່ມ​ກ່ວາ 500 ຄົນ. ພະ​ແນ​ກສາ​ທາ​ລະນະ​ສຸກ ຮ່າ​ໂນ້ຍ ​ໄດ້​ປຸກລະດົມ​ຂະ​ບວນການ​ແຂ່ງຂັນ​ໃນ​ປີ 2013 ​ເພື່ອ​ແນ​ໃສ່​ສ້າງ​ການ​ຫັນປ່ຽນ​ຢ່າງ​ແຮງ ກ່ຽວ​ກັບ​ຄຸນ​ນະພາ​ບ, ຕິດ​ພັນກັບ​​ຂະ​ບວນການ​ແຂ່ງຂັນ ກັບ​ການ​ປະຕິບັດ​ໜ້າ​ທີ່​ການ​ເມືອງ​ຂອງ​ຫົວໜ່ວຍ, ຂອງ​ຂະ​ແໜງ​ໃນ​ການ​ເບິ່ງ​ແຍງ​ດູ​ແລ ​ແລະ ປົກ​ປັກ​ຮັກສາ​ສຸ​ຂະ​ພາບ​ໃຫ້​ແກ່​ປະຊາຊົນ​ນະຄອນຫຼວງ. ຕາມ​ນັ້ນ​ແລ້ວ, ຂະ​ແໜງ​ສຸມ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບການ​ກວດປິນປົ່ວ​ພະຍາດ, ຈັນ​ຍາ​ບັນ, ປະຕິບັດຂໍ້​ກຳນົດ​ໃນ​ການ​ປະພຶດ​ເປັນ​ຢ່າງ​ດີ, ​ເບິ່ງ​ແຍງ​ດູ​ແລ, ປົວ​ແປງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່​ພະນັກງານ​ພາລະ​ກອນ, ຜູ້​ອອກ​ແຮງ​ງານ, ​ຕ້ານ​ການຟຸມ​ເຟືອຍ, ຍູ້​ແຮງ​ການ​ປະຕິ​ຮູບ​ດ້ານ​ການ​ບໍລິຫານ.​.​.​

        ​ໃນ​ຂະນະ​ນັ້ນ, ຄະນະ​ຊາວ​ໜຸ່ມ​ນະຄອນ ​ໂຮ່ຈີ​ມິນ, ກໍ່​ໄດ້ຈັດ​ຕັ້ງ​ການ​ຍ້ອງຍໍ​ສັນລະ​ເສີນ, ມອບ​ລາງວັນ ຟ້າ​ມງອກ​ແທກ ​ໃຫ້ ​ແພດ​ໝໍ​ໜຸ່ມ​ທີ່​ດີ​ເດັ່ນ 20 ຄົນ.
ການເຄື່ອນໄຫວສະເຫຼີມສະຫຼອງ 58 ປີແຫ່ງວັນແພດໝໍ ຫວຽດນາມ - ảnh 2
ພາບປະກອບ

​ກໍ່​ໃນຕອນ​ເຊົ້າ​ວັນ​ທີ 27/2, ພະ​ແນ​ກສາທາລະນະ​ສຸກ ​ແຂວງ ດັກ​ລັກ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 58 ປີ​ແຫ່ງ​ວັນ​ແພດ​ໝໍ ຫວຽດນາມ. ປີ 2012 ​ແມ່ນ​ປີ​ທຳ​ອິດ​ ​ທີ່ແຂວງ ດັກ​ລັກ ປະຕິບັດ ​ຊຸດມາດຖານ​ແຫ່ງ​ຊາດ ກ່ຽວ​ກັບ​ສາທາລະນະ​ສຸກ​ຂັ້ນ​ຕາ​ແສງ ​ເພື່ອ​ແນ​ໃສ່​ລະດົມ​ການ​ເຂົ້າ​ຮ່ວມ​ຂອງ​ທົ່ວ​ສັງຄົມ ​ເຂົ້າວຽກ​ງານ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ​ຂອງ​ປະຊາຊົນ, ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບຊີວິດ​ການ​ເປັນ​ຢູ່​ນັບ​ແຕ່​ຂັ້ນ​ຮາກ​ຖານ​ຂອງ​ລະບົບ​ສາທາລະນະ​ສຸກ. ພ້ອມ​ກັບ​ການ​ລົງທຶນ ກ່ຽວ​ກັບ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ພື້ນຖານ​ດ້ານ​ວັດຖຸ, ​ແຂວງ ດັກ​ລັກ ​ມີ​ 41% ຈຳນວນສຸກສາລາ​ບັນລຸ​ມາ​ດຖານ​ໃໝ່. ຟ້າ​ມງອກ​ແອ໋ງ, ຫົວໜ້າ​ສຸກສາລາ​ຕາ​ແສງ Ea Bung, ​ເມືອງ Ea Sup, ​ແມ່ນໜຶ່ງ ​ໃນ ບັນດາ​ສຸກສາລາທີ່​ບັນລຸ​ມາດຖານ​ປີ 2012 ຂອງ​ແຂວງ​ດັກ​ລັກ ​ໃຫ້​ຮູ້​ວ່າ:

“ລະດັບ​ວິຊາ​ຊີບ​ຂອງ​ອ້າຍ​ເອື້ອຍ​ນ້ອງ​ຍັງ​ຈຳກັດ​ຢູ່ ​ແຕ່​ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງຕົນອ້າຍ​ເອື້ອຍ​ນ້ອງ ​ໄດ້ມີ​ຄວາມ​ຕັດສິນ​ໃຈ, ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ ກັບ​ອາຊີບ, ພ້ອມ​ກັນ​ສາມັກຄີ, ​ເປັນ​ເອກະ​ພາບ​ກັນ, ປະຕິບັດ​ໜ້າ​ທີ່​​ເຊິ່ງ​ຂັ້ນ​ເທິງ​​ໄດ້ມອບ​ໝາຍ​ໃຫ້.”

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຂະ​ແໜງ​ສາທາລະນະ​ສຸກ​ແຂວງ ອຽນ​ບ໋າ​ຍ ກໍ່​ຈັດ​ຕັ້ງ​ພິທີສະ​ເຫຼີ​ມສະຫຼອງ 58 ປີ​ແຫ່ງ​ວັນ​ແພດ​ໝໍ ຫວຽດນາມ ​ແລະ ຮັບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ 1. ນີ້​ແມ່ນ​ລາງວັນ​ອັນ​ເໝາ​ະສົມ​ໃຫ້​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ພະນັກງານ, ​ແພດ​ໝໍ ​ແລະ ພາລະ​ກອນ​ຂະ​ແໜງ ສາທາລະ​ນະ​ສຸກ ​ແຂ​ວງ ອຽນ​ບ໋າ​ຍ ​ໃນ​​ໄລຍະ​ຜ່ານ​ມາ.


 

ຂ່າວ/ບົດ​ອື່ນ