ການ​ເຄື່ອນ​ໄຫວສະ​ເຫຼີມ​ສະຫຼອງ 72 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ, ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ (27/7/1947 – 27/7/2019)

(VOVWORLD) -  ຕອນເຊົ້າວັນທີ 26 ກໍລະກົດ, ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດເມືອງຮ່ອນເດິດ ແຂວງກຽນຢາງ ໄດ້ຈັດພິທີອາໄລຫາ ແລະ ປົງອັດຖິ ທະຫານອາສະສະໝັກ, ຜູ້ຊ່ຽວຊານຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດໃນສົງຄາມຄັ້ງຕ່າງໆຢູ່ກຳປູເຈຍ.

ການ​ເຄື່ອນ​ໄຫວສະ​ເຫຼີມ​ສະຫຼອງ 72 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ, ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ (27/7/1947 – 27/7/2019) - ảnh 1  ພິທີອາໄລຫາຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ

ເມືອງຮ່ອນເດິດ ແຂວງກຽນຢາງ

  ທີ່ພິທີ, ທ່ານ ໂດ໋ແທັງບິນ, ຮອງປະທານຄະນະກຳມະການປະຊາຊົນແຂວງກຽນຢາງ ໄດ້ເນັ້ນໜັກວ່າ: ການເສຍສະຫຼະຂອງບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ຍາມໃດກໍ່ຕິດພັນກັບພາລະກິດອັນສະຫງ່າລາສີຂອງປະເທດຊາດ ແລະ ຊົນຊາດຕະຫຼອດໄປ; ປະກອບສ່ວນເຮັດໃຫ້ປະເທດຊາດຫວຽດນາມ ໄດ້ຮັບສັນຕິພາບ, ເອກະພາບ, ປະເທດເພື່ອນມິດກຳປູເຈຍ ໄດ້ຮັບການຟື້ນຟູ ແລະ ນ້ຳໃຈມິດຕະພາບລະຫວ່າງສອງປະເທດຫວຽດນາມ-ກຳປູເຈຍ ຂຽວສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ການ​ເຄື່ອນ​ໄຫວສະ​ເຫຼີມ​ສະຫຼອງ 72 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ, ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ (27/7/1947 – 27/7/2019) - ảnh 2 ທ່ານເອກອັກຄະລັດຖະທູດຫງວຽນບາຮຸ່ງກ່າວຄຳເຫັນທີ່ພິທີ

 (ພາບ:  TTXVN)

    ວັນທີ 26 ກໍລະກົດ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ສົມທົບກັບສູນກາງສະມາຄົມນັກຮົບເກົ່າລາວ ແລະ ບັນດາອົງການສຳນັກງານທີ່ກ່ຽວຂ້ອງໄປຖະຫວາຍດອກໄມ້ທູບທຽນ ສະແດງຄວາມຮູ້ບຸນຄຸນ ແລະ ອາໄລຫາບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ເຂດປູສະນີຍະສະຖານຮ່ວມສຳພັນທະມິດສູ້ຮົບລາວ-ຫວຽດນາມ ຢູ່ບ້ານເກີນ, ເມືອງທຸລະຄົມ ແຂວງວຽງຈັນ.

ການ​ເຄື່ອນ​ໄຫວສະ​ເຫຼີມ​ສະຫຼອງ 72 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ, ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ (27/7/1947 – 27/7/2019) - ảnh 3 ຄະນະຜູ້ແທນສະຖານທູດຫວຽດນາມປະຈຳລາວ

 (ພາບ:  TTXVN)

   ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດຫງວຽນບາຮຸ່ງ ຊີ້ແຈ້ງວ່າ: ນີ້ແມ່ນໂອກາດເພື່ອອາໄລຫາ, ເຊີດຊູ ແລະ ສະແດງຄວາມຮູ້ບຸນຄຸນບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດຫວຽດນາມ ແລະ ລາວ, ລູກຫຼານຜູ້ດີເດັ່ນຂອງສອງຊາດທີ່ໄດ້ເສຍສະຫຼະຊີວິດຢ່າງພິລາດອາດຫານເພື່ອຄວາມເປັນເອກະລາດ ແລະ ອິດສະຫຼະພາບຂອງປະເທດລາວອ້າຍນ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ