ການເຄື່ອນໄຫວສະເຫຼີມສະຫຼອງ 72 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມ ທີ 2 ກັນຍາ, ຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດ ແລະ ບາງປະເທດໃນໂລກ ໄດ້ຈັດຕັ້ງການເຄື່ອນໄຫວເພື່ອມຸ່ງໄປເຖິງເຫດການນີ້. 
ການເຄື່ອນໄຫວສະເຫຼີມສະຫຼອງ 72 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ - ảnh 1 ພາບປະກອບ

ດ້ວຍຫຼັກສິນທຳທີ່ວ່າ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”, ຕອນບ່າຍວັນທີ 30 ສິງຫາ, ຄະນະຜູ້ແທນລວມມີບັນດາການນຳແຂວງ ກວາງຈີ້ ໄດ້ໄປຖະຫວາຍທູບທຽນ, ດອກໄມ້ຢູ່ອະນຸສາວາລີສຸສານແຫ່ງຊາດທາງເລກ 9, ສຸສານ ເຈື່ອງເຊີນ ແລະ ສຸສານຂອງນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດກ່ວາ 20.000 ຄົນຢູ່ທີ່ນີ້. ເນື່ອງໃນໂອກາດນີ້, ອົງຄະນະພັກແຂວງບີ່ງເຢືອງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ບີ່ງເຢືອງ ໄດ້ຈັດຕັ້ງການພົບປະສັງສັນເພື່ອທົບທວນຄືນມູນເຊື້ອທີ່ພິລະອາດຫານຂອງການປະຕິວັດເດືອນສິງຫາ ແລະ ການກຳເນີດຂອງປະເທດ ສ. ປະຊາທິປະໄຕ ຫວຽດນາມ ກ່ອນນີ້ 72 ປີ.

        ແລະກໍ່ໃນວັນດຽວກັນ, ຢູ່ນະຄອນຫຼວງ ພະນົມເປັນ, ສະມາຄົມໃຫຍ່ຊາວ ກຳປູເຈຍ ເຊື້ອຊາດ ຫວຽດນາມ ໄດ້ຈັດຕັ້ງການສະເຫຼີມສະຫຼອງ 72 ປີແຫ່ງການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ. ກ່າວຄຳເຫັນນະທີ່ນີ້, ທ່ານ ເຈົາວັນຈີ, ປະທານສະມາຄົມໃຫຍ່ຊາວ ກຳປູເຈຍ ເຊື້ອຊາດ ຫວຽດນາມ ໃຫ້ຮູ້ວ່າ:

        “ໂດຍເສີມຂະຫຍາຍນ້ຳໃຈຂອງການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ, ປະຊາຄົມຊາວ ຫວຽດນາມ ພວກຂ້າພະເຈົ້າທີ່ທຳມາຫາກິນ, ດຳລົງຊີວິດໃນເຂດດິນແດນ ກຳປູເຈຍ ໝັ້ນໝາຍວ່າຍາມໃດກໍ່ສືບທອດສີສັນວັດທະນະທຳອັນດີງາມຂອງຊາດ ຫວຽດນາມ, ເຄົາລົບກົດໝາຍຂອງປະເທດ ກຳປູເຈຍ, ເຄົາລົບຮີດຄອງປະເພນີຂອງຊາວຂະແມ, ມີຄວາມສາມັກຄີສະໜິດຕິດພັນພາຍໃນກຸ່ມ, ຄວາມສາມັກຄີ 2 ຊາດ ຫວຽດນາມ ແລະ ກຳປູເຈຍ, ປະກອບສ່ວນສ້າງປະເທດ ກຳປູເຈຍສັນຕິພາບ ແລະ ວັດທະນາຖາວອນ.”

        ຢູ່ ສ. ເກົາຫຼີ ກໍ່ໄດ້ຈັດຕັ້ງການສະແດງອາພອນສະໄໝ ຊຸດເສື້ອຍາວປະຈຳຊາດ ຫວຽດນາມ ຕໍ່ຜູ້ຊົມ ສ. ເກົາຫຼີ ແລະ ປະເທດຕ່າງໆ ເປັນຈຳນວນຫຼວງຫຼາຍ. ໃນຂະນະນັ້ນ, ຢູ່ປະເທດ ອາບຟຣີກາ, ສະຖານທູດ ຫວຽດນາມ ປະຈຳ ສ. ອາບຟຣີກາ ກໍໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 72 ປີແຫ່ງການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ.

ຕອບກັບ

ຂ່າວ/ບົດ​ອື່ນ