ການເຄື່ອນໄຫວສະເຫຼີມສະຫຼອງ 84 ປີແຫ່ງວັນ ສ້າງຕັ້ງຄະນະຊາວໜຸ່ມຄອມມູນິດໂຮ່ຈີມິນ

ການເຄື່ອນໄຫວສະເຫຼີມສະຫຼອງ 84 ປີແຫ່ງວັນ ສ້າງຕັ້ງຄະນະຊາວໜຸ່ມຄອມມູນິດໂຮ່ຈີມິນ - ảnh 1
ພິທີ​ສະ​ເຫຼີ​ມສະຫຼອງ 50 ປີ ​ແຫ່ງ​ຂະ​ບວນການ “ 5 ຕະລຸມບອນ ”
(ພາບ: nhandan.com.vn)


(vovworld) – ຕອນ​ເຊົ້າ ວັນ​ທີ 25/3/2015 ຢູ່​ນະຄອນ​ໂຮ່ຈີມິນ, ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ຄອມ​ມູນິດ​ໂຮ່ຈີ​ມິນ​ຈັດ​ຕັ້ງພິທີ​ສະ​ເຫຼີ​ມສະຫຼອງ 84 ​ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ (26/3/1931-26/3/2015), ເນື່ອງ​ໃນ​ໂອກາດພິທີ​ສະ​ເຫຼີ​ມສະຫຼອງ 50 ປີ ​ແຫ່ງ​ຂະ​ບວນການ “ 5 ຕະລຸມບອນ ”. ພິທີ​ສະ​ເຫຼີ​ມສະຫຼອງ​ແມ່ນ​ໂອກາດ​ເພື່ອ​ສຶກສາ​ມູນ​ເຊື້ອ, ປຸກລຸກ​ຄວາມ​ເອກອ້າງ​ທະ​ນົງ​ໃຈ, ຄວາມ​ກະຕືລື​ລົ້ນ ​ແລະ ຄວາມ​ສາມາດ​ຂອງ​ໄວ​ໜຸ່ມ​ໃນ​ການ​ຮໍ່າຮຽນ, ການ​ອອກ​ແຮງ​ງານ, ການ​ປະດິດ​ສ້າງ, ປະກອບສ່ວນ​ສ້າງສາ, ພັດທະນາ​ປະ​ເທດ​ຊາດ. ທີ່​ພິທີ​ສະ​ເຫຼີ​ມສະຫຼອງ ບັນດານັກປະຕິວັດ​ຜູ້​ອາວຸດ​ໂສ​, ບັນດາ​ພະນັກງານ​ຄະນະຊາວ​ໜຸ່ມ​ຂອງ​ຂະ​ບວນການ “ 5 ຕະລຸມບອນ ” 50 ປີ​ກ່ອນ​ນີ້ ​ແລະ ລຸ້ນໜຸ່ມ​ໃນ​ປະຈຸ​ບັນ, ​ໄດ້​ພ້ອ​ມກັນ​ຫວນ​ຄືນ​ບັນດາ​ຊຸມ​ວັນ​ເດືອນ​ທຸກ​ຍາກ​ລຳບາກ ​ແລະ ອົງອາດກ້າຫານ, ​​ເຊິ່ງ​ແມ່ນ​ໄລຍະ​ຊາວ​ໜຸ່ມ​ພາກ​ໃຕ້ກວ່າ 3 ລ້ານ​ຄົນ ພາຍ​ໃຕ້​ຄັນ​ທຸງ​ຂອງ​ພັກ​ຄອມ​ມູນິດ​ຫວຽດນາມ ທີ່​ມີ​ຈິດ​ໜຶ່ງ​ໃຈ​ດຽວຕັດສິນ​ໃຈ​ສູ້​ຮົບ​ເພື່ອ​ເອກະລາດ, ປະຊາທິປະ​ໄຕ​ຂອງ​ຊາດ. ກ່ຽວ​ກັບ​ຄວາມ​ໝາຍ ​ແລະ ບົດບາດ​ຂອງ​ຂະ​ບວນການ, ທ່ານອາ​ດີດ​ປະທານ​ປະ​ເທດ ຫງວຽນ​ມິ​ງ​ຈຽດ ​ໃຫ້​ຮູ້​ວ່າ :

      “ຂະ​ບວນການ​ປີ 5 ຕະລຸມບອນ ບໍ່​ພຽງ​ແຕ່​ສ້າງ​ຊື່​ສຽງ​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ມີ​ຊື່​ສຽງ​ຢູ່ຕ່າງປະ​ເທດ​. ພິ​ເສດ, ຂະ​ບວນການ​ດັ່ງກ່າວ​ຍັງ​ໄດ້​ຮັບ​ການສະໜັບສະໜູນ​ຈາກ​ບັນດາ​ອົງການ​ຊາວ​ໜຸ່ມ, ນັກ​ສຶກສາ​ສາກົນ​ອີກ​ດ້ວຍ.”

      ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຄະນະ​ຊາວ​ໜຸ່ມ​ແຂວງ ກວາງ​ຈີ້ ​ໄດ້​ຈັດ​ພິທີ​ຍ້ອງຍໍ​ເລຂາ​ຊາວ​ໜຸ່ມ​ດີ​ເດັ່ນ​ຂັ້ນ​ແຂວງ​ປີ 2015. ຢູ່​ແຂວງ​ບິ່ງ​ທ້ວນ ​ໄດ້​ຈັດ​ງານ​ມະ​ໂຫລານ ​ເລຂາ​ຊາວ​ໜຸ່ມ​ບ້ານ, ​ເຂດ​ຊຸມ​ຊົນ ​ເຊິ່ງ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງເລຂາ​ຊາວ​ໜຸ່ມ​ບ້ານ​ຂອງ​​ແຂວງ​ 150 ຄົນເຂົ້າ​ຮ່ວມ.

ຂ່າວ/ບົດ​ອື່ນ