ການເຄື່ອນໄຫວສະເຫຼີມສະຫຼອງ 84 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ

ການເຄື່ອນໄຫວສະເຫຼີມສະຫຼອງ 84 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ  - ảnh 1
​ຈັດ​ພິທີວາງ​ພວງມາລາ​ຢູ່​ອະນຸສາວະລີ​ປະທານ​ໂຮ່ຈິ​ມິນ ​ທີ່​ມົດສກູ
(ພາບ: vienam +)

(vovworld)- ຕອນ​ຄ່ຳ​ວັນ​ທີ 2/2, ຢູ່ນະຄອນໂຮ່ຈິມິນ, ໄດ້ດຳເນີນລາຍການ ພົບປະແລກປ່ຽນສະແດງ ສິລະປະ “ ຄວາມເຊື່ອໝັ້ນຕະຫຼອດໄປ ” ເນື່ອງໃນ ໂອກາດສະເຫຼີມສະຫຼອງ 84 ປີແຫ່ງວັນສ້າງຕັ້ງພັກ ກອມມູນິດຫວຽດນາມ ( 3/2/1930-3/2/2014). ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເທີນທິທື ຫົວໜ້າຄະນະ ໂຄສະນາສຶກສາຄະນະພັກນະຄອນໂຮ່ຈິມິນກ່າວວ່າ : 

    “ພັກກອມມູນິດຫວຽດນາມໄດ້ຮັບການສ້າງຕັ້ງຂຶ້ນຍາມລະດູບານໃໝ່, ແລະ ໃນແຕ່ລະປີ, ເມື່ອລະດູບານໃໝ່ວຽນມາ, ພວກເຮົາພັດມີໂອກາດທົບທວນຄືນ ໄລຍະທາງ​ແຫ່ງ​ການ​ສູ້​ຊົນ​ທີ່​ລຳບາກ​ກາກ​ກຳ, ​ແຕ່​ມີ​ກຽດ​ອັນ​ສະຫງ່າ, ​ເພື່ອ​ປະຊາຊົນ, ປະ​ເທດ​ຊາດ​ຂອງ​ພັກ. ກ້າວ​ເຂົ້າ​ສູ່ລະດູບານໃໝ່​ດ້ວຍຄວາມ​ຫວັງ ​ແລະ ການ​ຄາດ​ຄະ​ເນ​ຫຼາຍ​ຢ່າງ​ພວມ​ຢູ່​ທາງ​ໜ້າ, ຫວັງວ່າ​ພວກ​ເຮົາ​ຈະ​ປະຕິບັດ​ທຸກ​ສິ່ງ​ທຸກ​ຢ່າງ​​ໄດ້ຕາມ​ຄວາມ​ຫວັງ, ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ພັກ​ໃຫ້​ນັບ​ມື້​ນັບ​ໝັ້ນຄົງ, ​ເຂັ້ມ​ແຂງ, ​ໂປ່​ງ​ໃສ, ​ເຮັດ​ໃຫ້​ພັກ​ແມ່ນ​ຄວາມ​​ເຊື່ອ​ໝັ້ນ​ ​ແມ່ນ​ວິຖີ​ຊີວິດ​ຍືນ​ຍົງ​ຄົງ​ຕົວ​ຕະຫຼອດ​ການ”

    ​ໃນ​ຂະນະ​ນັ້ນ, ຄະນະ​ພັກ​ກອມ​ມູນິດ​ຫວຽດນາມ​ຢູ່​ສະຫະພັນ​ລັດ​ເຊຍ​ໄດ້​ຈັດ​ຕັ້ງ​ການ​ໄປ​ວາງ​ພວງມາລາ​ຢູ່​ອະນຸສາວະລີ​ປະທານ​ໂຮ່ຈິ​ມິນ ​ແລະ ສະໜາມ​ຫຼວງ ​ເລ​ຢວນຢູ່​ນະຄອນຫຼວງ ມົດ​ສະ​ກູ. ບັນດາ​ສະມາຊິກ​ພັກ​ສັງກັດ​ບັນດາ​ໜ່ວຍ​ພັກ​ທີ່​ຂຶ້ນ​ກັບ​ອົງຄະ​ນະ​ພັກ​ກອມູນິດ​ຫວຽດນາມ​ຢູ່​ລັດ​ເຊຍ​ໄດ້​ສະ​ແດງ​ຄວາມ​ເຄົາລົບ​ນັບຖື ອາ​ໄລ​ຫາ​ທ່ານ​ປະທານ​ໂຮ່ຈິ​ມິນ, ອາ​ໄລ​ຫາ​ອະດີດ​ເລຂາທິການ​ໃຫຍ່​ພັກ​ກອມູນິດ​ຫວຽດນາມ ​ເລ​ຢວນ, ສະ​ແດງ​ຄວາມ​ຮູ້​ບູນຄຸນ​ຢ່າງ​ລົ້ນ​ເຫຼືອ​ຂອງ​ພັກ, ຂອງ​ບັນດາ​ຜູ້ນຳ​ທີ່​ໄດ້​ສ້າງ​ຕັ້ງ ​ແລະ ນຳພາ​ພັກກອມມູນິດຫວຽດນາມ​ໄປ​ສູ່​ໄຊຊະນະ​ສຸດ​ທ້າຍ. ເນື່ອງໃນໂອກາດສະເຫຼີມສະຫຼອງ 84 ປີແຫ່ງວັນສ້າງຕັ້ງ ພັກກອມມູນິດຫວຽດນາມ ( 3/2/1930-3/2/2014), ບັນດາ​ໜັງສືພິມ​ໃຫຍ່​ຂອງ​ຫວຽດນາມ​ຄື ໜັງສືພິມ ​ເຍີນ​ເຢີ​ນ, ສຽງ​ຂອງ​ພັກ​ກອມູນິດ​ຫວຽດນາມ, ໜັງສືພິມ​ກວນ​ໂດ້ຍ​ເຍີນ​ເຢິນ, ສຽງ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ, ໜັງສືພິມ ​ໄຊ​ງ່ອນ​ຢາຍ​ຟ້ອງ ສະບັບ​ອອກ​ວັນ​ທີ 3/2 ລ້ວນ​ແຕ່​ລົງ​ພິມ​ບົດ​ນຳ, ບ​ົດວິຈານ ຊີ້ແຈງເຖິງຜົນງານ ຂອງ ພັກກອມມູນິດຫວຽດນາມ​ໃນ​ຕະຫຼອດ​ໄລຍະ​ປະຕຈິ​ວັດ​ຂອງ​ຊາດ.

         ​ແລະ ກໍເນື່ອງໃນໂອກາດສະເຫຼີມສະຫຼອງ 84 ປີແຫ່ງວັນສ້າງຕັ້ງ ພັກກອມມູນິດຫວຽດນາມ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ແລະ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ກຳປູ​ເຈ​ຍ​ໄດ້​ສົ່ງ​ໂທລະ​ເລກ​ອວຍພອນ​ເຖິງ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກກອມມູນິດຫວຽດນາມ. 

ຂ່າວ/ບົດ​ອື່ນ