ການເຄື່ອນໄຫວສະເຫຼີມສະຫຼອງ126ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນຢູ່ຫວຽດນາມແລະຕ່າງປະເທດ

ການເຄື່ອນໄຫວສະເຫຼີມສະຫຼອງ126ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນຢູ່ຫວຽດນາມແລະຕ່າງປະເທດ - ảnh 1
ການເຄື່ອນໄຫວສະເຫຼີມສະຫຼອງ 126 ປີ
ແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ
(ພາບ: TTXVN)

(vovworld) - ​ພິ​ທີສະ​ເຫຼີມ​ສະ​ຫຼອງ 126 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈິ​ມິນ​ (19/05/1890 – 19/05/2015), ຕອນ​ຄໍ່​າ​ວັນ​ທີ 19/05, ຢູ່​ສວນ​ສາ​ທາ​ລະ​ນະ 23/09, ນະ​ຄອນ​ໂຮ່​ຈິ​ມິນ ໄດ້​ດຳ​ເນີນ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ອັນ​ໄດ້​ດຶງ​ດູດ​ປະ​ຊາ​ຊົນ​ນັບ​ໝື່ນໆ​ຄົນ​ເຂົ້າ​ຮ່ວມ. ເຂົ້າ​ຮ່ວມ​ລາຍ​ການ​ມີ​ທ່​ານ​ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ໂຮ່​ຈິ​ມິນ ດິງ​ລາ​ທັງ, ພ້ອມ​ກັບ​ການ​ນຳ​ນະ​ຄອນ​ໂຮ່​ຈິ​ມິນ. ລາຍ​ການ​ສະ​ແດງ​ສິ​ລະ​ປະ​ໄດ້​ວາດ​ພາບ​ຄືນ​ຊີ​ວິດ​ຄາວ​ໄວ​ໜຸ່ມ​ຂອງ ຫງວຽນ​ເຕີດ​ແທ່ງ ນັບ​ແຕ່​ຕອນ​ຂຶ້ນ​ກ່ຳ​ປັ່ນ​ໄປຕ່າງ​ປະ​ເທດ​ເພື່ອ​​ຊອກ​ຫາ​ເສັ້ນ​ທາງ​ກູ້ຊາດ, ຈົນຮອດ​ເວ​ລາ​ຊອກ​​ໄດ້ສັດ​​ຈະ​ທຳລັດ​ທິ​ມາກ​ເລ​ນິນ, ກາຍ​ເປັນ​ຜູ້​ນຳ​ສູງ​ສຸດ​ຂອງ​ຊາດ, ຂອງ​ທົ່ວ​ປວງ​ຊົນ, ທົ່ວ​ກອງ​ທັບ ແຕ່​ຍັງລຽບ​ງ​່າຍ ແລະ ​ມີ​ຄວາມໃກ້​ຊິດ​ສະ​ໜິດ​ສະ​ໜົມ.

        ແລະ​ກໍ​ໃນ​ຕອນ​ຄ່ຳ​ວັ​ນ​ທີ 19/05, ຢູ່​ນະ​ຄອນ​ວິງ, ແຂວງ ເງະ​ອານ, ໄດ້​ຈ​ັດ​ພ​ິ​ທີ​ສະ​ຫຼຸບ​ງານ​ບຸນ​ບ້ານ​​ແຊນ​ປີ 2016. ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ງານ​ບຸນ, ປະ​ຊາ​ຊົນ​ທຸກ​ຊັ້​ນ​ວັນ​ນະ​ໄດ້​ຊອກ​ຮູ້​ກ່ຽວ​ກັບ​ຊີ​ວິດ, ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ປະ​ທານ​ໂຮ່​ຈິ​ມິນກວ່າ​ອີກ.

        ​ໃນ​ຂະ​ນະ​ນັ້ນ, ວັນ​ທີ 19/05, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳຢູແກຼນ ແລະ ອານ​ເຊ​ຣີ, ກໍ່​ໄດ້​ຈັດ​ພິ​ທີສະ​ເຫຼີມ​ສະ​ຫຼອງ 126 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈິ​ມິນ ເຊັ່ນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ