ການເຄື່ອນໄຫວສະເຫຼີມສະຫຼອງ20ປີແຫ່ງວັນອ່າວຮ້າລອງໄດ້ຮັບການຮັບຮອງເປັນມໍລະດົກທຳມະຊາດໂລກຈາກUNESCO

ການເຄື່ອນໄຫວສະເຫຼີມສະຫຼອງ20ປີແຫ່ງວັນອ່າວຮ້າລອງໄດ້ຮັບການຮັບຮອງເປັນມໍລະດົກທຳມະຊາດໂລກຈາກUNESCO - ảnh 1
ອ່າວຮ້າລອງ

(vovworld) – ພິທີ​ສະ​ເຫຼີມສະຫຼອງ 20 ປີ​ແຫ່ງ​ວັນ​ອ່າວ ຮ້າ​ລອງ ​ໄດ້​ຮັບ​ການ​ຮັບຮອງ​ເປັນ​ມໍລະດົກ​ທຳ​ມະ​ຊາດ ​ໂລກ​ ຈາກ UNESCO (17/12/1994 – 17/12/2014) ​ໂດຍ​ແຂວງ ກວາງ​ນິງຈັດ​ຕັ້ງ, ​ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ກາງ​ເດືອນ 10. ນີ້​ແມ່ນ​ແຫຼ່ງຂ່າວ​ໂດຍ​ຄະນະ​ຄຸ້ມ​ຄອງ ອ່າວ ຮ້າລອງ ​ຍົກ​ອອກ​ມາ​ໃນ​ການ​ປະຊຸມ​ຂ່າວ​ເມື່ອ​ຕອນ​ບ່າຍ​ວັນ​ທີ 20/5 ຢູ່​ນະຄອນ ຮ້າ​ລອງ. ລາຍການ​ສະ​ເຫຼີ​ມສະຫຼອງ ຈະ​ມີ​ການ​ເຄື່ອນ​ໄຫວ​ຄື: ກອງ​ປະຊຸມ​ສຳ​ມະ​ນາສາກົນ “​ເສີມ​ຂະ​ຫຍາ​ຍມໍລະດົກ​ທຳ​ມະ​ຊາດ​ໂລກ ອ່າວ ຮ່າ​ລອງ ​ແບບ​ຍືນ​ຍົງ”, ການ​ປະ​ກວດ “ຮູບ​ຖ່າຍ​ກ່ຽວ​ກັບ​ມໍລະດົກ​ອ່າວ ຮ້າ​ລອງ”, ວາລະ​ປະຊຸມ​ປະຈຳ​ຂອງ​ສະ​ໂມ​ສອນ​ບັນດາ​ເຂດ​ມໍລະດົກ​ວັດທະນະທຳ ​ແລະ ມໍລະດົກ​ທຳ​ມະ​ຊາດ​ໂລກ ຫວຽດນາມ ປີ 2014 ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ພົວພັນ​ແລກປ່ຽນ​ລະຫວ່າງ​ບັນດາ​ເຂດ​ມໍລະດົກ​ໂລກ ຢູ່ ຫວຽດນາມ... ຄຽງ​ຄູ່​ກັນ​ນັ້ນ, ບັນດາ​ການ​ເຄື່ອນ​ໄຫວ “ຊາວ​ໜຸ່ມ ກວາງ​ນິງ ມຸ່ງ​ໄປ​ເຖິງ​ມໍລະດົກ ອ່າວ ຮ້າ​ລອງ” ຈະ​ດຳ​ເນີນ​ພິທີ​ປຸກລະດົມ​ລາຍການ, ​ເດີນ​ຂະ​ບວນ​ໂຄສະນາ​ຮັກສາ, ອະນຸລັກ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ມໍລະດົກ, ລາຍການ “ວັນ​ອາທິດ​ເພື່ອ​ຮ້າ​ລອງ ຂຽວງາມ”, ອອກ​ເຄື່ອນ​ພົນ​​ເຮັດອະນາ​ໄມ​ສິ່ງ​ແວດ​ລ້ອມ​ເຂດ​ແຄມ​ທະ​ເລ ອ້າວ ຮ່າ​ລອງ, ຈັດ​ຕັ້ງ​ການ​ເສັງ​ຂຽນ​ຊອກ​ຮູ້​ກ່ຽວ​ກັບ​ມໍລະດົກ​ອ່າວ ຮ້າ​ລອງ, ຈັດ​ຕັ້ງ​ການປະ​ກວດ​ແຕ້ມ​ພາບ​ດ້ວຍ​ຫົວ​ຂໍ້ “ມໍລະດົກ​ອ່າວ ຮ້າ​ລອງ ​ໃນ​ລຸ້ນໜຸ່ມ”.



ຂ່າວ/ບົດ​ອື່ນ