ການເຄື່ອນໄຫວສະເຫຼີມສະຫຼອງ70ປີແຫ່ງວັນການປະຕິວັດເດືອນ8ແລະວັນຊາດທີ2/9ຢູ່ຕ່າງປະເທດ

ການເຄື່ອນໄຫວສະເຫຼີມສະຫຼອງ70ປີແຫ່ງວັນການປະຕິວັດເດືອນ8ແລະວັນຊາດທີ2/9ຢູ່ຕ່າງປະເທດ - ảnh 1
(ພາບປະກອບ)

(vovworld) - ​ໃນ​ຊຸມ​ມື້​ນີ້, ສະຖານທູດ​ ຫວຽດນາມ ​ປະຈຳ​ປະ​ເທດ​ຕ່າງໆ ​ໄດ້​ຈັດ​ຕັ້ງການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ ​ເພື່ອສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ການ​ປະຕິວັດ​ເດືອນ 8​ແລະ ວັນຊາດ​ທີ 2/9.

        ສະຖານທູດ​ອັງ​ໂກລາ​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ. ກ່າວ​ຄວາມ​ເຫັນ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ໂດ​ບ໋າ​ຄວາ ຖື​ວ່າ, ປີ 2015 ​ແມ່ນ​ປີ​ທີ່ຫວຽດນາມສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນຊາດ, ອັງ​ໂກ​ລາ ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນຊາດ ​ແລະ ທັງ​ສອງ​ປະ​ເທດສະ​ເຫຼີ​ມສະຫຼອງ 40 ປີ​​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ. ທ່ານ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ດ້ວຍ​ການ​ຊີ້​ນຳ, ນຳພາ​ຂອງ​ຫວຽດນາມ ​ແລະ ອັງ​ໂກລາ, ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ລະຫວ່າງ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​ມີ​ບັນດາ​ບາດກ້າວ​ພັດທະນາ​ໃໝ່, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ກະສິກຳ, ການ​ລ້ຽງ​ປູກສິນ​ໃນ​ນ້ຳ, ການ​ປະມົງ, ນຳ້ມັນ​ອາຍ​ແກ​ດ ​ແລະ ​ໂທລະ​ຄົມ.

    ກ່າວ​ຄວາມ​ເຫັນທີ່​ພິທີສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນຊາດຫວຽດນາມ, ຫົວໜ້າ​ກົງ​ສູນ​ສະຖານທູດ​ຫວຽດນາມ ປະຈຳ​ອົດ​ສະ​ຕາ​ລີ ​ເລ​ວຽດຢວຽນ ຊີ້​ອອກ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ເວົ້າ​ລວມ ​ແລະ ກັບ​ລັດ​ອົດ​ສະ​ຕາ​ລີ​ຕາ​ເວັນ​ຕົກ ​ເວົ້າ​ສະ​ເພາະ, ​ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ການ​ພົວພັນ​ສອງ​ຝ່າຍ​ຈະ​ສືບ​ຕໍ່​ພັດທະນາ​ໃນ​ໄລຍະ​ຈະ​ມາ​ເຖິງ.

        ຫົວໜ້າ​ກົງ​ສູນ​ສະຖານທູດ​ຫວຽດນາມ ຢູ່ Houston, Texas, ອາ​ເມ​ລິ​ກາ ກໍ່​ຈັດ​ຕັ້ງ​ງານ​ລ້ຽງ​ເພື່ອນ​ມິດສາ​ກົນ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນຊາດຫວຽດນາມ, 20 ປີ​ແຫ່ງ​ວັນ​ສ້າງ​​ການ​ພົວພັນທາງ​ການ​ທູດ​ຫວຽດນາມ - ອາ​ເມ​ລິ​ກາ​ ​ເປັນ​ປົກກະຕິ ​ແລະ 5 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ສະຖານກົງ​ສູນ​ຫວຽດນາມ ຢູ່ Houston, Texas. ທ່ານ​ຫົວໜ້າ​ສະຖານກົງສູນ ຫງວຽນ​ວັນ​ຮ່ວາ ​ໄດ້​ລວບ​ລວມບັນດາ​ຜົງ​ງານ ​ເຊິ່ງຫວຽດນາມ ບັນລຸ​ໄດ້​ໃນ 70 ປີຜ່ານມາ, ບາດກ້າວ​ພັດທະນາ​ກະ​ໂດດ​ຂັ້ນ​ໃນ​ການ​ພົວພັນ​ຫວຽດນາມ - ອາ​ເມ​ລິ​ກາ ​ໃນ​ໄລຍະ​ຫວ່າງ​ແລ້ວ​ນີ້. ທ່ານ​ກໍ່​ເນັ້ນ​ໜັກ​ເຖິງ​ບົດ​ບາດ​ເປັນ​ຂົວ​ຕໍ່​ຂອງ​ສະຖານກົງສູນ​ຫວຽດນາມ​ຢູ່ Houston ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຊຸກຍູ້​ການ​ພົວພັນ​ດ້ານ​ການ​ເມືອງ, ​ເສດຖະກິດ, ການ​ຄ້າ, ການ​ແພດ, ການ​ສຶກສາ… ກັບ​ລັດ Texas ​ເວົ້າ​ສະ​ເພາະ ​ແລະ ​ເຂດ​ພາກ​ໃຕ້​ ອາ​ເມ​ລິ​ກາ​ ເວົ້າ​ລວມ.

ຂ່າວ/ບົດ​ອື່ນ