ການເຄື່ອນໄຫວສະເຫຼີມສະຫຼອງ71ປີແຫ່ງການປະຕິວັດເດືອນສິງຫາແລະວັນຊາດ2/9

ການເຄື່ອນໄຫວສະເຫຼີມສະຫຼອງ71ປີແຫ່ງການປະຕິວັດເດືອນສິງຫາແລະວັນຊາດ2/9 - ảnh 1
ພາບປະກອບ

(vovworld) - ວັນ​ທີ 19/8, ສະ​ເຫຼີ​ມສະຫຼອງ 71 ປີ​ແຫ່ງ​ວັນ​ການ​ປະຕິວັດ​ເດືອນ​ສິງຫາ ປະສົບ​ຜົນ​ສຳ​ເລັດ (19/8/1945 – 19/8/2016). ​ໃນ​ໜ້າທຳ​ອິດຂອງ​ໜັງສືພິມ ​ເຍີ​ນ​ເຢີ​ນ (ສຽງ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ), ໜັງ​ສື​ພິມ ກວນ​ໂດ້ຍ​ເຍີນ​ເຢີ​ນ (ສຽງ​ຂອງ​ກອງທັບ​ປະຊາຊົນ ຫວຽດນາມ) ສະບັບ​ອອກ​ໃນ​ວັນ​ທີ 19/8 ລ້ວນ​ແຕ່​ມີ​ແຖ​ວໜັງສື “ສະ​ເຫຼີ​ມສະຫຼອງ 71 ປີ​ແຫ່ງ​ການ​ປະຕິວັດ​ເດືອນ​ສິງ​ຫາ ​ແລະ ວັນຊາດ 2/9”, ​​ລົງ​ພິມຮູບ​ຂອງ​ປະທານ ​ໂຮ່ຈີ​ມິນ ​ແລ​ະ ຫຼາຍ​ຂ່າວ, ບົດ​ກ່ຽວ​ກັບ​ຫົວ​ຂໍ້​ການ​ປະຕິວັ​ດ​ເດືອນ​ສິງ​ຫາ. ບົດ​ນຳ​ຂອງ​ໜັງສືພິມ ​ເຍີ​ນ​ເຢີ​ນ​ໄດ້​ຊີ້​ແຈ້ງວ່າ: ​ໄຊ​ຊະນະ​ອັນ​ຍິ່ງ​ໃຫຍ່​ຂອງ​ການ​ປະຕິວັດ​ເດືອນ​ສິງ​ຫາ ​ແມ່ນ​ຜົນສຳ​ເລັດ​ຂອງ​ນ້ຳ​ໃຈ, ​ເຈດ​ຈຳນົງ, ພູ​ມປັນຍາ ຫວຽດນາມ, ຂອງ​ມູນ​ເຊື້ອ​ວັດທະນະທຳ ຫວຽດນາມ.

        ​ໃນ​ຂະນະ​ນັ້ນ, ບົດ​ນຳ​ຂອງ​ໜັງ​ສື​ພິມ ກວນ​ໂດ້ຍ​ເຍີນ​ເຢີ​ນ (ສຽງ​ຂອງ​ກອງທັບ​ປະຊາຊົນ ຫວຽດນາມ) ​ໄດ້​ຢັ້ງຢືນ​ວ່າ: ບົດຮຽນ​ໃຫຍ່​ສຸດ​ຂອງ​ການ​ປະຕິວັດ​ເດືອນ​ສິງ​ຫາ ​ແລະ ກໍ່​ແມ່ນ​ບົດຮຽນ​ມີ​ລັກສະນະ​ສະຖານະ​ການ​ເຊິ່ງພັກ​ກອມ​ມູນິດ ຫວຽດນາມ ປະຕິບັດ, ​ໄດ້​ຮັບ​ການ​ສະໜັບສະໜູນ, ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ທົ່ວ​ປວງ​ຊົນ, ນັ້ນ​ແມ່ນ​ທຸ​ກໆ​ລັດຖະນະ​ໂຍບາຍ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ ລ້ວນ​ແຕ່​​ເລີ່​ມມາຈາກ​ພຶດຕິ​ກຳ​ຕົວ​ຈິງ ​ແລະ ຈາກ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ, ​ແນວ​ຄິດ​ຂອງ​ປະຊາຊົນ​.

        ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 71 ປີ​ແຫ່ງ​ວັນ​ການ​ປະຕິວັ​​ດ​ເດືອນ​ສິງຫາ ​ແລະ ວັນຊາດ 2/9, ພະ​ແນ​ກວັດທະນະທຳ ​ແລະ ກິລາ ຮ່າ​ໂນ້​້ຍ ​ໄດ້​ຈັດ​ຕັ້ງ​ຫຼາຍ​ລາຍການ​ວັດທະນະທຳ, ສິລະ​ປະ, ກິລາ​ຢູ່​ສະ​ໜາມ​ຫຼວງ​ການ​ປະຕິວັດ​ເດືອນ​ສິງຫາ ​ແລະ ສະຖານ​ທີ່​ອື່ນໆ​ອີກ.


ຂ່າວ/ບົດ​ອື່ນ