ການເຄື່ອນໄຫວສະເຫຼີມສະຫຼອງ87ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ

(vovworld) - ​​ ​ຕອນ​ຄ່ຳ​ວັນ​ທີ 3/2, ຢູ່​ຮ່າ​ໂນ້ຍ, ໄດ້​ຈັດ​ຕັ້ງ​ພິ​ທີ​ມອບ​ລາງວັນ ຄ້ອນ​ຕີີ​, ກ່​ຽວ​ຄຳ. ນີ້​ເປັນ​ຄັ້ງ​ທຳ​ອິດ​​ທີ່ລາງວັນ​ສື່ມວນ​ຊົນ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການກໍ່​ສ້າງ​ພັກ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ. ໃນ​ຈຳ​ນວນ​ບົດ​ໜັງ​ສື​ພິມ 1.200 ບົດ​ເຂົ້າ​ຮ່ວມ​ການ​ເສັງ, ຄະ​ນະ​ຈັດ​ຕັ້ງ​ໄດ້​ເລືອກ​ເຟັ້ນ​ບັນ​ດາ​ບົດ​ຂຽນ​ດີ​ເດັ່ນ​ທີ່​ສຸດ​​ເພື່ອມ​ອບ​ລາງວັນ, ໃນ​ນັ້ນ​ມີ​ 3 ລາງວັນ A, 7 ລາງວັນ B, 12 ລາງວັນ C ແລະ 25 ລາງວັນ​ຊົມ​ເຊ​ີຍ.

ການເຄື່ອນໄຫວສະເຫຼີມສະຫຼອງ87ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ - ảnh 1
ພາບ​ປະ​ກອບ

        ບັນ​ດາ​ບົດ​ຂ​ຽນ​ໄດ້​ສ່ອງ​ແສງ​ວ​ຽກ​ງານກໍ່​ສ້າງ​ພັກ​ຢູ່​ທຸກໆ​ແຖບ​ຖິ່ນ, ຂົງ​ເຂດ, ອຸ​ດົມ​ສົມ​ບູນ​ກ່ຽວ​ກັບ​ຫົວ​ຂໍ້, ໃນ​ນັ້ນ​ມີຫຼາຍ​ບົດ​ຂຽນ​ມີ​ລັກ​ສະ​ນະ​ຄົ້ນ​ພົບ​ວ​ີ​ທີ​ເຮັ​ດ​ທີ່​ດີ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ບັນ​ດາ​ຮູບ​ການ​ໃໝ່, ປະ​ກອ​ບ​ຄຳ​ເຫັນ, ປັບ​ປຸງ, ເພີ່ມ​ເຕີບ​ບັນ​ດາ​ຂໍ້​ກຳ​ນົດ, ຮູບ​ການ​ເກົ່າ​ທີ່​ມີ​ປະ​ສິດ​ທິ​ຜົນ​ໜ້ອຍ…

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ນະ​ຄອນ​ເກີນ​ເທີ ໄດ້ດຳ​ເນີນ​ການ​ພົບ​ປະ​ສ້າງ​ສັນ​ກັບ​ສະ​ມາ​ຊິກ​ພັກ 500 ຄົນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 87 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ຈັດ​ຕັ້ັ້ງ​ພິ​ທີ​​ປະ​ດັບ​ເຄື່ອງໝາຍ​ສະ​ມາ​ຊິກ​ພັກ​ໃຫ້​ແກ່​ສະ​ມາ​ຊິກ​ພັກ​ເກືອບ 1.000 ຄົນມີ​ອາ​ຍຸ​ພັກ​ແຕ່ 30 ຫາ 70 ປີ. ໂດຍ​ຕາງ​ໜ້າ​ໃຫ້​ລຸ້ນ​ໜຸ່ມ, ນັກ​ສຶກ​ສາ ຫງວຽນ​ທິ​ມົ້ງ​ເງິນ, ມະ​ຫາ​ວິ​ທະ​ຍາ​ໄລ​ເຕັກ​ໂນ​ໂລ​ຢີ - ເຕັກ​ນິກ ເກີນ​ເທີ, ຖື​ວ່າ:

        “ສະ​ມາ​ຊິກ​ຊາວ​ໜຸ່ມ​ມີ​ໂອ​ກາດ​ໄດ້​ທົບ​ທວນ​ຄືນ​ມູນ​ເຊື້ອ​ອັນ​​ດີ​ງາມຂອງ​ປູ່​ຍາ​ຕາ​ຍາຍ, ​ເຫັນໄດ້​​ເຖິງການ​ເສຍ​ສະ​ຫຼະ​ຂອງ​ລຸ້ນ​ພໍ່​ລຸ້ນ​ອ້າຍ ເພື່ອ​ໃຫ້​ພວກ​ນ້ອງ ມີ​ຊີ​ວິດ​ທີ່​ອິ່ມ​ໜຳ​ສຳ​ລານ ແລະ ຜາ​ສຸກ ຄື​ທຸກວັນ​ນີ້. ພວກ​ນ້ອງ​ມີ​ກຳ​ລັງ​ໜູນ​​ຕື່ມອີກ​ເພື່ອ​​ສູ້ຊົນ​ຮ່ຳ​ຮຽ​ນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ.”

        ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 3/2, ຄະ​ນະ​ພັກ​ນະ​ຄອນ ຫາຍ​ຟ່ອງ ​ໄດ້ຈັດ​ຕັ້ງພິ​ທີ​ສະ​ເຫຼີມ​ສະ​ຫຼອງ 87 ປ​ີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ​ຂຶ້ນ​. ເນື່ອງ​ໃນ​ໂອ​ກາດນີ້, ຫາຍ​ຟ່ອງ ໄດ​້ມອບ​ເຄື່ອງ​ໝາຍ​ສະ​ມາ​ຊິກ​ພັກ​ຄັ້ງ​ວັນທີ 3/2/2017 ໃຫ້​ແກ່​ສະ​ມາ​ຊິກ​ພັກ​ກ່​ວາ 2.000 ຄົນ.


ຂ່າວ/ບົດ​ອື່ນ