ການເຄື່ອນໄຫວສະເຫຼີມສະຫຼອງວັນກຳມະກອນສາກົນແລະເດືອນກຳມະກອນປີ2016

ການເຄື່ອນໄຫວສະເຫຼີມສະຫຼອງວັນກຳມະກອນສາກົນແລະເດືອນກຳມະກອນປີ2016 - ảnh 1
(ທ່ານ ຫງວຽນ​ວັນ​ງ່າ​ງ ຮອງ​ປະທານ
​ສະຫະພັນ​ໃຫຍ່​ແຮງ​ງານ ຫວຽດນາມ)

(vovworld) - ​ໃນ​ລະຫວ່າງ​ວັນ​ທີ 30/4 ​ແລະ 1/5, ສະຫະພັນ​ໃຫຍ່​ແຮງ​ງານ​ ຫວຽດນາມ ສົມທົບ​ກັບ​ຫົວໜ່ວຍ​ຕ່າງໆ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ຢູ່ ຮ່າ​ໂນ້ຍ​ເຊັ່ນ: ງານ​ໂຮມ​ຊຸມນຸມ​ສະ​ເຫຼີ​ມສະຫຼອງ 130 ປີ​ແຫ່ງ​ວັນ​ກຳມະກອນ​ສາກົນ, ດ້ວຍ​ຫົວ​ຂໍ້​ວ່າ “​ເອກອ້າງທະ​ນົງ​ໃຈຕໍ່​ປັນຍາ​ກຳມະກອນ​ຫວຽດນາມ“, ການສະ​ແດງ​ສິລະ​ປະ​ຮັບ​ໃຊ້​ກຳມະກອນ; ງານ​ຕະຫຼາດນັດ​ອາຫານ; ງານ​ວາງສະ​ແດງ​ຜະລິດ​ຕະພັນ​ໂດຍ​ກຳມະກອນ​ຫວຽດນາມ​ຜະລິດ. ຄາດ​ຄະ​ເນ​ວ່າ, ງານ​ໂຮມ​ຊຸມນຸມ​ຈະ​ມີ​ກຳມະກອນ, ພາລະ​ກອນ​ນະຄອນ ຮ່າ​ໂນ້ຍ ​ແລະ 10 ທ້ອງ​ຖີ່​ນ 5 ພັນ​ກວ່າ​ເທື່ອ​ຄົນ​ເຂົ້າ​ຮ່ວມ. ກ່າວ​ຄວາມ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ໃນ​ຕອນ​ເຊົ້າ​ວັນ​ທີ 25/4, ທ່ານ ຫງວຽນ​ວັນ​ງ່າ​ງ, ຮອງ​ປະທານ​ສະຫະພັນ​ໃຫຍ່​ແຮງ​ງານ ຫວຽດນາມ, ​ໃຫ້​ຮູ້​ວ່າ:

        “ທີ່ ຮ່າ​ໂນ້ຍຈະ​ດຳ​ເນີນ​ງານ​ໂຮມ​ຊຸມນຸມ​ສະ​ເຫຼີ​ມສະຫຼອງ​ວັນ​ກຳມະກອນ​ສາກົນ​ໃນ​ວັນ​ທີ 1/5. ​ໃນ​ນັ້ນ​ຈະ​ມອບ​ລາງວັນ​ໃຫ້​ຜະລິດ​ຕະພັນ​ທີ່​ດີ​ເດັ່ນ​ໂດຍ​ຊາວ​ ຫວຽດນາມ​ຜະລິດ, ​ເພື່ອ​ໃຫ້​ບັນດາ​ເຈົ້າ​ຂອງ​ວິ​ສາ​ຫະກິດສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່ກຳມະກອນ​ຜູ້​ມີ​ສີມືດີ. ສ່ວນຢູ່ທ້ອງ​ຖີ່​ນ, ບັນດາ​ແຂວງ​ພວມ​ຜັນ​ຂະຫຍາຍ​ການສະ​ເຫຼີ​ມສະຫຼອງ​ເດືອນ​ກຳມະກອນ ດ້ວຍ​ການ​ເຄື່ອນ​ໄຫວ​​ແທດ​ຈິງ​ຫຼາຍ​ຢ່າງ, ຄາດໝາຍ​ຂອງ​ພວກ​ເຮົາ​ແມ່ນ, ກຳມະບານ​ສືບ​ຕໍ່​ເຄື່ອນ​ໄຫວ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ວິ​ສາ​ຫະກິດ ​ແລະ ​ເພື່ອ​ວຽກ​ເຮັດ​ງານ​ທຳ, ຊີວິດ​ ​ແລະ ສະຫວັດດີ​ການທີ່​ນັບ​ມື້​ນັບ​ດີກ​ວ່າ​ຂອງ​ກຳມະ​ກອນ“.

        ​ແລະ​ກໍ່ຕາມ​ທ່ານ ຫງວຽນ​ວັນ​ງ່າ​ງ​ ແລ້ວ, ຕອນ​ເຊົ້າ​ວັນ​ທີ 30/4, ຢູ່​ແຂວງ ດົ່ງ​ນາຍ, ນາຍົກລັດຖະມົນຕີຈະມີການ​ພົບ​ປະ​ ​ແລະ ປຶກສາ​ກັບ​ກຳມະກອນ​ຜູ້​ອອກ​ແຮງ​ງານ​ແຂວງ​ດົ່ງ​ນາຍ ​ແລະ ບັນດາ​ແຂວງ​ຕາ​ເວັນ​ອອກ​ພາກ​ໃຕ້ 3.000 ຄົນ.

 

ຂ່າວ/ບົດ​ອື່ນ