ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງວັນ​ຄ້າຍ​ວັນ​ເກີດ​ຂອງ​ປະ​ທານ ໂຮ່​ຈີ​ມິນ ຄົບ​ຮອບ 133 ປີ ຢູ່​ຕ່າງ​ປະ​ເທດ

(VOVWORLD) - ເພື່ອສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ ຄົບຮອບ 133 ປີ (19/05/1890 – 19/05/2023), ໃນວັນທີ 20 ພຶດສະພາ, ສະຖານທູດ ຫວຽດນາມ ປະຈຳ ໂຮນລັງ ໄດ້ສົມທົບກັບສະມາຄົມຊາວ ຫວຽດນາມ ປະຈຳ ໂຮນລັງ ໄດ້ຈັດການເຄື່ອນໄຫວອາໄລຫາປະທານ ໂຮ່ຈີມິນ. 
ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງວັນ​ຄ້າຍ​ວັນ​ເກີດ​ຂອງ​ປະ​ທານ ໂຮ່​ຈີ​ມິນ ຄົບ​ຮອບ 133 ປີ ຢູ່​ຕ່າງ​ປະ​ເທດ - ảnh 1ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂຮນລັງ ຊາວ ຫວຽດນາມ ອາໄສ ຢູ່ ໂຮນລັງ (ພາບ: VOV)

ເພື່ອສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ ຄົບຮອບ 133 ປີ (19/05/1890 – 19/05/2023), ໃນວັນທີ 20 ພຶດສະພາ, ສະຖານທູດ ຫວຽດນາມ ປະຈຳ ໂຮນລັງ ໄດ້ສົມທົບກັບສະມາຄົມຊາວ ຫວຽດນາມ ປະຈຳ ໂຮນລັງ ໄດ້ຈັດການເຄື່ອນໄຫວອາໄລຫາປະທານ ໂຮ່ຈີມິນ ຢູ່ບໍລິເວນຂອງສະຖານທູດ. ພາຍຫຼັງພິທີຖະຫວາຍທູບທຽນໄຫວ້ອາໄລ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂຮນລັງ ຟ້າມຫວຽດແອັງ  ໄດ້ແນະນຳກ່ຽວກັບເຂດວາງສະແດງຮູບພາບກ່ຽວກັບປະທານ ໂຮ່ຈີມິນ ແລະ ນັກຜະລິດຟິມເອກະສານແຫ່ງເທບນິຍາຍຊາວ ໂຮນລັງ ທ່ານ Joris Ivens - ນັັກສິລະປິນທີ່ຊື່ສຽງດັງຂອງສະຕະວັດທີ 20 ໄດ້ຜະລິດຟິມເອກະສານ 4 ຊຸດ ຢູ່ ຫວຽດນາມ ແຕ່ຊຸມປີ 1946 – 1970 ແລະ ບັນດາຜົນງານຂອງເພິ່ນລ້ວນແຕ່ໄດ້ຄວ້າລາງວັນໃຫຍ່ລະດັບສາກົນ.

        ກ່ອນໜ້ານັ້ນ, ວັນທີ 19 ພຶດສະພາ, ສະຖານທູດ ຫວຽດນາມ ປະຈຳ ບັງກະລາເທດ ກໍໄດ້ຈັດພິທີ ໂຮມຊຸມນຸມມິດຕິງ, ພົບປະສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ ເຊັ່ນດຽວກັນ.


ຕອບກັບ

ຂ່າວ/ບົດ​ອື່ນ