ການເຄື່ອນໄຫວສະເຫຼີມສະຫຼອງວັນຄ້າຍວັນເກີດປະທານ ໂຮ່ຈີມິນ

ການເຄື່ອນໄຫວສະເຫຼີມສະຫຼອງວັນຄ້າຍວັນເກີດປະທານ ໂຮ່ຈີມິນ - ảnh 1

ງານ​ໂຮມ​ຊຸມ​ນຸມສະ​ເຫຼີ​ມສະຫຼອງ​ 125 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະທານ ​ໂຮ່ຈີ​ມິນຢູ່ລາວ

(vovworld) - ຕອນ​ເຊົ້າ​ວັນ​ທີ 19/5, ຢູ່​ນະຄອນຫຼວງ​ວຽງ​ຈັນ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະຊາຊົນ ປະຕິວັດ ລາວ, ສະມາຄົມ​ມິດຕະພາບ​ລາວ - ຫວຽດນາມ, ອົງຄະ​ນະ​ພັກ - ​ອຳນາດ​ການ​ປົກຄອງ​ນະຄອນຫຼວງ​ວຽງ​ຈັນ ​ແລະ ສະຖານທູດ​ຫວຽດນາມ ປະຈຳ​ລາວ, ​ໄດ້​ຈັດ​ຕັ້ງ​ງານ​ໂຮມ​ຊຸມ​ນຸມສະ​ເຫຼີ​ມສະຫຼອງ​ 125 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະທານ ​ໂຮ່ຈີ​ມິນ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ສູນ​ກາງສະມາຄົມ​ມິດຕະພາບ​ລາວ - ຫວຽດນາມ ພັນ​ຄຳ ວິພາ​ວັນ ​ໄດ້​ຢືນຢັນ​ວ່າ: ຍາມ​ໃດ​ປະທານ ​ໂຮ່ຈີ​ມິນ​ກໍ່​ຖື​ເປັນ​ສຳຄັນ, ​ເພີ່ມ​ທະວີ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ມິດຕະພາບ​ແບບ​ພິ​ເສດ​ຫວຽດນາມ - ລາວ. ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ປະທານ ​ໂຮ່ຈິ​ມິນ ​ແລະ ການ​ນຳ​ສອງ​ພັກ, ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ - ລາວ ​ໄດ້​ຮຽງ​ບ່າ, ຮຽງ​ໄຫຼ່​ກັນ​ຕໍ່ສູ້​ຕ້ານ​ສັດຕູ​ຜູ້​ຮຸກ​ຮານ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ມິດຕະພາບ​ນັ້ນ​ດ້ວຍ​ເລືອດ​ເນື້ອ​ຂອງ​ຕົນ, ກາຍ​ເປັນ​ສາຍ​ພົວພັນ​ມິດຕະພາບ​ພິ​ເສດ ​ແລະ ຫາ​ຍາກ​ໃນ​ການ​ພົວພັນ​ກັບ​ສາກົນ ​ແລະ ປະຈຸ​ບັນ​ໄດ້​ກາຍ​ເປັນ​ຊັບ​ສົມບັດ​ອັນ​ລຳ້​ຄ່າ​ຂອງ​ສອງ​ປະ​ເທດ.

        ຢູ່​ປັກ​ກິ​ງ, ຕອນ​ເຊົ້າ​ວັນ​ທີ 19/5, ສະຖານທູດ​ຫວຽດນາມ ​ປະຈຳ​ຈີນ ​ໄດ້​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ ​ແລະ ສະ​ເຫຼີ​ມສະຫຼອງ​ວັນ​ຄ້າຍ​ວັນ​ເກີດ​ປະທານ ​ໂຮ່ຈີ​ມິນ. ທີ່​ພິທີ, ບັນດາ​ຜູ້​ແທນ​ໄດ້​ທົບ​ທວນຄືນ​ຊີວິດ​ຂອງ​ປະທານ ​ໂຮ່ຈີ​ມິນ, ພິ​ເສດ​ແມ່ນ​ບັນ​ດາ​ອານຸສອນ​ທີ່​ໜ້າ​ຈົດ​ຈຳ​ໃນ​ຊຸມ​ເດືອນ​ປີ​ທີ່​ປະທານ ​ໂຮ່ຈີ​ມິນ ​ເຄື່ອນ​ໄຫວ​ຢູ່​ຈີນ. ​ໃນ​ຖານະ​ເປັນ​ປະທານ​ປະ​ເທດ, ຍາມ​ໃດ ປະທານ ​ໂຮ່ຈີ​ມິນ ກໍ່ສະຫງວນ​ເວລາ ​ແລະ ​ເຫື່ອ​ແຮງ​ເພື່ອ​ເພີ່ມ​ພູນ​ຄູນ​ສ້າງ​ນຳ້​ໃຈ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ - ຈີນ.

ຂ່າວ/ບົດ​ອື່ນ