ການເຄື່ອນໄຫວສະເຫຼີມສະຫຼອງວັນຊາດທີ 2 ກັນຍາ ຢູ່ບາງປະເທດໃນໂລກ

(VOVWORLD) - ວັນທີ 4 ກັນຍາ, ຢູ່ເຊີແນວ, ປະເທດສະວິດ, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ອົງການການຄ້າໂລກ (WTO) ແລະ ບັນດາອົງການຈັດຕັ້ງສາກົນອື່ນຢູ່ ເຊີແນວ...

ບັນດາອົງການການທູດ ຫວຽດນາມ ປະຈຳ ສະວິດ, ຈີເລ ແລະ ອານເຊຣີ ສືບຕໍ່ຈັດຕັ້ງການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ 73 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ 2 ກັນຍາ.

ການເຄື່ອນໄຫວສະເຫຼີມສະຫຼອງວັນຊາດທີ 2 ກັນຍາ ຢູ່ບາງປະເທດໃນໂລກ - ảnh 1 ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອານເຊຣີ ຟ້າມກວກຈຸ

(ພາບ: Tấn Đạt/TTXVN)

        ວັນທີ 4 ກັນຍາ, ຢູ່ເຊີແນວ, ປະເທດສະວິດ, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ອົງການການຄ້າໂລກ (WTO) ແລະ ບັນດາອົງການຈັດຕັ້ງສາກົນອື່ນຢູ່ ເຊີແນວ ໄດ້ຈັດຕັ້ງງານລ້ຽງສະເຫຼີມສະຫຼອງ 73 ປີແຫ່ງວັນຊາດ ຫວຽດນາມ ຂຶ້ນຢ່າງສົມກຽດ.  ກ່າວຄຳເຫັນເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ເຢືອງຈີ໊ຢູ້ງ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ເຊີແນວ, ຢັ້ງຢືນວ່າ ຫວຽດນາມ ມີຄວາມປາດຖະໜາ ແລະ ມານະພະຍາຍາມຢາກສ້າງການພົວພັນທາງການທູດໃຫ້ໝັ້ນຄົງເຂັ້ມແຂງ ແລະ ຫຼາຍຮູບຫຼາຍແບບກັບທຸກໆປະເທດທີ່ໂລກ, ຮັກສາບົດບາດຕັ້ງໜ້າໃນຫຼາຍເວທີປາໄສຫຼາຍຝ່າຍ, ແມ່ນສະມາຊິກຕັ້ງໜ້າຂອງກ່ວາ 60 ອົງການຈັດຕັ້ງສາກົນ.

        ໃນຂະນະນັ້ນ, ຢູ່ຈີເລ, ສະຖານທູດ ຫວຽດນາມ ປະຈຳ ຈີເລ ກໍ່ຈັດຕັ້ງພິທີສະເຫຼີມສະຫຼອງ ວັນຊາດ ຄົບຮອບ 73 ປີຢູ່ນະຄອນຫຼວງ Santiago de Chile ດ້ວຍການເຂົ້າຮ່ວມຂອງອະດີດປະທານາທິບໍດີ ຈີເລ ທ່ານ Eduardo Frei Ruiz – Tagle.

        ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງວັນຊາດ ຫວຽດນາມ ຢູ່ ອານເຊຣີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອານເຊຣີ ຟ້າມກວກຈຸ ໄດ້ຫວນຄືນໄລຍະທາງປະຫວັດສາດທີ່ສະຫງ່າລາສີຂອງ 73 ປີດ້ວຍບັນດາຜົນງານສຳຄັນເຊິ່ງ ຫວຽດນາມ ບັນລຸໄດ້ໃນພາລະກິດແຫ່ງການປົກປັກຮັກສາເອກະລາດແຫ່ງຊາດ ແລະ ການພັດທະນາຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ