ການເຄື່ອນໄຫວສະເຫຼີມສະຫຼອງວັນທະຫານເສຍອົງຄະ,ນັກຮົບເສຍສະຫຼະຊີວິດເພື່ອຊາດ

(VOVWORLD) - ຕອນບ່າຍວັນທີ 10 ກໍລະກົດ, ຢູ່ ຮ່າໂນ້ຍ, ຄະນະຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດຄົບຮອບ 70 ປີ

ການເຄື່ອນໄຫວສະເຫຼີມສະຫຼອງວັນທະຫານເສຍອົງຄະ,ນັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 1 ທ່ານ ດ່າວງອກຢຸງ, ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ

(ພາບ:dantri.com.vn)

ລະດັບຊາດ ໄດ້ຈັດການປະຊຸມຂ່າວກ່ຽວກັບບັນດາການເຄື່ອນໄຫວສະເຫຼີມສະຫຼອງເຫດການນີ້.

        ມີການເຄື່ອນໄຫວ 18 ຢ່າງຖືກຜັນຂະຫຍາຍໃນເດືອນຈຸດສຸມຄື: ພິທີສະເຫຼີມສະຫຼອງລະດັບຊາດ, ດ້ວຍການເຂົ້າຮ່ວມຂອງການນຳພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ພ້ອມກັບຜູ້ແທນປະມານ 3.500 ຄົນໃນຕອນເຊົ້າວັນທີ 27 ກໍລະກົດ; ກອງປະຊຸມຍ້ອງຍໍຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດທີ່ດີເດັ່ນໃນທົ່ວປະເທດ; ລາຍການໂທລະພາບຖ່າຍທອດສົດ ຕອບບຸນຄຸນບັນດາວິລະຊົນ, ທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຄອບຄົວຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດຢູ່ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ກວາງຈີ້ ແລະ ທ໋າຍງວຽນ ດ້ວຍຫົວຂໍ້ວ່າ: “ຮູບຊົງ ຫວຽດນາມ“… ທ່ານ ດ່າວງອກຢຸງ, ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ໃຫ້ຮູ້ວ່າ:

        “ເດືອນ ກໍລະກົດ ແມ່ນເດືອນທີ່ມີຄວາມໝາຍພິເສດສຳລັບປະເທດຊາດ. 63/63 ແຂວງ, ນະຄອນໃນທົ່ວປະເທດ ໄດ້ມີຂໍ້ຕົກລົງກ່ຽວກັບການຈັດຕັ້ງພິທີສະເຫຼີມສະຫຼອງເຫດການນີ້. ພວກເຮົາສະແດງຄວາມຮູ້ບຸນຄຸນຕໍ່ຜູ້ມີຄຸນງານຄວາມດີທຸກຄົນ, ພິເສດແມ່ນຄອບຄົວບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ. ໜ້າທີ່ຮັບຜິດຊອບຂອງພວກເຮົາແມ່ນຕ້ອງເຮັດຈົນສຸດຄວາມສາມາດຂອງຕົນ, ບໍ່ພຽງແຕ່ດ້ວຍຄວາມຮັບຜິດຊອບເທົ່ານັ້ນ, ຫາກຍັງດ້ວຍຫົວໃຈຂອງຕົນ“.

ຕອບກັບ

ຂ່າວ/ບົດ​ອື່ນ