ການເຄື່ອນໄຫວສະເຫຼີມສະຫຼອງວັນທະຫານເສຍອົງຄະ,ນັກຮົບເສຍສະຫຼະຊີວິດເພື່ອຊາດ27/07

ການເຄື່ອນໄຫວສະເຫຼີມສະຫຼອງວັນທະຫານເສຍອົງຄະ,ນັກຮົບເສຍສະຫຼະຊີວິດເພື່ອຊາດ27/07 - ảnh 1
(​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ “​ຮູບ​ຊົງຫວຽດ​ນາມ”)

(vovworld) – ​​ ​​​​ຕອ​ນ​ຄ່ຳ​ວັນ​ທີ 25/07, ຄະ​ນະ​ຊາວ​ໜຸ່ມ​ແຂວງກວາງ​ຈິ້ ໄດ້​ຈັດ​ພິ​ທີໄຫວ້​ອາ​ໄລ, ຖະ​ຫວາຍ​ທູບ​ທຽນ​ຕອບ​ບຸນ​ແທນ​ຄຸນ​ຢູ່​ສຸ​ສານນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ແຫ່ງ​ຊາດ​ທາງເລກ 9, ເຊິ່ງ​ແມ່ນ​ສຸ​ສານ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ຂອງກວ່າ 10.000 ຄົນ, ໃນ​ການ​ຕໍ່​ສູ້​ຕ້ານ​ຈັກ​ກະ​ພັດອາ​ເມ​ລິ​ກາ ກູ້​ຊາດ. ເນື່ອງ​ໃນ​ໂອ​ກາດນີ້, ຄະ​ນະ​ຊາວ​ໜຸ່ມ​ແຂວງກວາງ​ຈ​ິ້ ກໍ່​​ຈັດ​ຕັ້ງ​ບຸ​ລະ​ນະ​ສ້ອມ​ແປງ​ບັນ​ດາຂຸມ​ຝັງ​ສົບ ແລະ ຖະ​ຫວາຍ​ທູບ​ທຽນດອກ​ໄມ​້​ເພື່ອ​ອາ​ໄລ​ຫາ​ບັນ​ດາ​​ວິ​ລະ​ຊົ​ນ ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່​ສຸ​ສານ​ນັກ​ຮົບ​ເສຍ​ຊະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ແຫ່ງ​ຊາດ ເຈື່ອງ​ເຊີນ ແລະ ສຸ​ສານ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ສິດ​ເພື່ອ​ຊາດ 70 ແຫ່ງ​ຢູ່​ທ້ອງ​ຖິ່ນ​ຕ່າງໆ; ມອບ​ຂອງ​ຂວັນ​ໃຫ້​ບັນ​ດາ​ຄອບ​ຄົວນະ​ໂຍ​ບາຍ, ອະ​ດີດ​ຊາວ​ໜຸ່ມ​ຕະ​ລຸມບອນ​ໃນ​ບໍ​ລິ​ເວນ​ແຂວງ. ຢູ່​ບັນ​ດາ​ແຂວງ ທ໋າຍງ​ວຽນ, ຫາຍ​ເຢືອງ, ແຂວງ​ຮ່າ​ນາມ, ຕ່ຽນ​ຢາງ, ຮືງ​ອຽນ, ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈ​ິ​ມິນ ຢູ່​​ທ້ອງ​ຖິ່ນຕ່າງໆກ​ໍ່​ຈັດ​ພິ​ທີ “ຈຸດ​ທູບທຽນ​ອາ​ໄລ​ຫາ​ບັນ​ດາ​​ວິ​ລະ​ຊົນສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ” ແລະ ມອບ​ຂອບ​ຂວັນ​ນັບ​ຮ້ອຍ​ພູດ​ໃຫ້​ບັນ​ດາ​ຄອບ​ຄົວ​ນະ​ໂຍ​ບາຍ.

        ຕອນ​ຄ່ຳ​ວັນ​ທີ 25/07, ຢູ່​ສູນ​ກະ​ຈາຍ​ສຽງ​ແຫ່ງ​ຊາດ, ຮ່າ​ໂນ້ຍ. ວິ​ທະ​ຍຸ​ກະ​ຈາຍ​ສ​ຽງ​ຫວຽດ​ນາມ (VOV) ໄດ້​ຈັດ​ຕັ້ງ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ “​ຮູບ​ຊົງຫວຽດ​ນາມ”. 15 ບົດ​ເພງ​ກ່ຽວ​ກັບ​ຫົວ​ຂໍ້ທະ​ຫານ​ເສຍ​ອົງ​ຄ​ະ,ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ; ແມ່​ຫວຽດ​ນາມ ວິ​ລະ​ຊົນ​ຂອງ​ບັນ​ດາ​ນັກ​ດົນ​ຕີ VOV ແລະ ບັນ​ດານັກ​ປະ​ພັນ​ໄດ້​ຕິດ​ພັນ​ກັບວິ​ທະ​ຍຸ​ກະ​ຈາຍ​ສຽງ ໄດ້​ຮັບ​ການ​ສະ​ແດງ​ໃນ​ລາຍ​ການ​ດັ່ງ​ກ່າວ.

        ໃນ​ຂະ​ນະ​ນັ້ນ, ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ​ຫວຽດ​ນາມ ຢູ່ ໂປ​ໂລຍ ແລະ ສາ​ສະ​ໜາ ກິມ​ເກືອງ ຢູ່​ວັດ ທຽນ​ຟຸກ ກໍ​ຈັດພິ​ທີ​ສວດ​ມົນ​ພາ​ວະ​ນາອາ​ໄລ​ຫາ​ບຸນ​ຄຸນ​ບັນ​ດາ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິ​ດ​​ເພື່ອ​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕເຂດ​ທະ​ເລ, ໝູ່​ເກາະ​ຂອງ​ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດສະ​ເຫຼີມ​ສະ​ຫຼອງວັນທະ​ຫານ​ເສຍ​ອົງ​ຄ​ະ,ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ.

ຂ່າວ/ບົດ​ອື່ນ