ການເຄື່ອນໄຫວສະເຫຼີມສະຫຼອງວັນບຸນວິສາຂະບູຊາ 2017 - ພ.ສ 2561

(VOVWORLD) - ໃນໄລຍະຈະມາເຖິງຜູ້ມີຍົດຖາບັນດາສັກ, ພະສົງສຳມະເນນ ແລະ ບັນດາພຸດທະສາສະນິກກະຊົນ ສືບຕໍ່ປະຕິບັດບັນດາແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດເປັນຢ່າງດີ

(vovworld) - ວັນທີ 04/05, ການນຳຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງກວາງນາມ ໄດ້ໄປວັດ ດ້າວງວຽນ, ນະຄອນ ຕາມກີ, ແຂວງກວາງນາມ ເພື່ອວອຍຜູ້ມີພອນຍົດຖາບັນດາສັກ, ພະສົງສຳມະເນນ ແລະ ບັນດາພຸດທະສາສະນິກກະຊົນແຂວງກວາງນາມ ເນື່ອງໃນໂອກາດ ວັນບຸນວິສາຂະບູຊາ ພ.ສ 2561, ປີ 2017. 

ການເຄື່ອນໄຫວສະເຫຼີມສະຫຼອງວັນບຸນວິສາຂະບູຊາ 2017 - ພ.ສ 2561 - ảnh 1(ການເຄື່ອນໄຫວສະເຫຼີມສະຫຼອງວັນບຸນວິສາຂະບູຊາ 2017 - ພ.ສ 2561)

ນະທີ່ນີ້, ທ່ານນາງ ຫງວຽນທິທູລານ, ຫົວໜ້າຄະນະຂົນຂວາຍຄະນະພັກແຂວງກວາງນາມ ເຊື່ອໝັ້ນວ່າ, ໃນໄລຍະຈະມາເຖິງຜູ້ມີຍົດຖາບັນດາສັກ, ພະສົງສຳມະເນນ ແລະ ບັນດາພຸດທະສາສະນິກກະຊົນ ສືບຕໍ່ປະຕິບັດບັນດາແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດເປັນຢ່າງດີ; ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນສະມາຄົມພຸດທະສາສະໜາຫວຽດນາມ ແຂວງກວາງນາມ ຄັ້ງທີ 5, ອາຍຸການ 2017 – 2020 ສຳເລັດຜົນ, ກ້າວໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມພຸດທະສາສະໜາຫວຽດນາມ ຄັ້ງທີ 8.

        ແລະກໍ່ໃນວັນທີ 04/05, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງ ວິ້ງລອງ ໄດ້ຈັດງານພົບປະກັບບັນດາຜູ້ມີຍົດຖາບັນດາສັກ ສະມາຄົມພຸດທະສາສະໜາຫວຽດນາມ ແຂວງ ວິ້ງລອງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນບຸນວິສາຂະບູຊາ ພ.ສ 2561 ປີ 2017.

ຕອບກັບ

ຂ່າວ/ບົດ​ອື່ນ