ການເຄື່ອນໄຫວສະເຫຼີມສະຫຼອງວັນວິສາຂະບູຊາ ພສ 2561

(VOVWORLD) - ວັນທີ 3/5, ທ່ານ ເຈີ່ນແທງເໝີນ, ຮອງປະທານ, ເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປອວຍພອນ ພະອາຈານ ທີກແທງຊາມ, ຮອງປະທານ, ຫົວໜ້າຄະນະເລຂາ ສະພາສົງສູນກາງພຸດທະສາສະໜາ ຫວຽດນາມ ແລະ ຄະນະບໍລິຫານງານພຸດທະສາສະໜາແຂວງ ບັກນີງ ເນື່ອງໃນໂອກາດວັນວິສາຂະບູຊາ ພສ 2561, ປີ 2017. 
 
ການເຄື່ອນໄຫວສະເຫຼີມສະຫຼອງວັນວິສາຂະບູຊາ ພສ 2561 - ảnh 1 ພິທີຫົດສົງພະ

ທ່ານ ເຈີ່ນແທງເໝີນ, ຮອງປະທານ, ເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຢັ້ງຢືນວ່າ: ໃນປີຜ່ານມາ, ບັນດາພະມະຫາອາຈານ, ພະອາຈານ, ພຸດທະສາສະນິກກະຊົນ ໄດ້ມີການປະກອບສ່ວນເຂົ້າໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນທຸກຂັ້ນ, ຮັບຮູ້ບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງສະມາຄົມພຸດທະສາສະໜາ ຫວຽດນາມ, ຄະນະບໍລິຫານງານພຸດທະສາສະໜາແຂວງ ບັກນີງ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

        ຕອນຄ່່ຳວັນທີ 3/5, ຢູ່ວັດ ຈິ່ງ, ອຽນຕື໋, ພະສົງສຳມະເນນ, ພຸດທະສາສະນິກກະຊົນ ໄດ້ເຂົ້າຮ່ວມພິທີໄຂສັບປະດາວິສາຂະບູຊາ, ພສ 2561 ໂດຍສະມາຄົມພຸດທະສາສະໜາ ຫວຽດນາມ ແຂວງ ກວາງນີງ ຈັດຕັ້ງ. ພະມະຫາອາຈານ ທິກແທງກວຽດ, ຮອງປະທານສະພາບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ, ຫົວໜ້າຄະນະບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ແຂວງ ກວາງນີງ ເນັ້ນໜັກວ່າ:

        “ຢູ່ກວາງນີງ, ວັດທັງໝົດລ້ວນແຕ່ໄດ້ຈັດເຫດການນີ້ຢ່າງສົມກຽດ. ຢູ່ເຂດຊາຍແດນ, ທະເລ, ເຂດພູສູງ, ເຂດຫ່າງໄກສອກຫຼີກ ແມ່ນບັນດາເຂດທີ່ພຸດທະສາສະໜາ ຍັງບໍ່ທັນໄດ້ພັດທະນາເທື່ອ, ບັນດາເຂດທີ່ປະຊາຊົນ, ພຸດທະສາສະນິກກະຊົນ ປະສົບກັບຄວາມຫຍຸ້ງຍາກ, ຄະນະບໍລິຫານຈະສຸມໃສ່ເຂົ້າຈຸດສຸມນັ້ນ”

ຕອບກັບ

ຂ່າວ/ບົດ​ອື່ນ