ການເຄື່ອນໄຫວສະເຫຼີມສະຫຼອງວັນແມ່ຍິງສາກົນ 8/3 ຢູ່ຕ່າງປະເທດ

ການເຄື່ອນໄຫວສະເຫຼີມສະຫຼອງວັນແມ່ຍິງສາກົນ 8/3 ຢູ່ຕ່າງປະເທດ - ảnh 1
ການ​ສະ​ເຫຼີມ​ສະຫຼອງວັນ​ແມ່​ຍິງສາ​ກົນ 8/3 ຢູ່ ສ. ເຊັກ​ໂກ

(vovworld) – ​​​ຕອ​ນ​ຄ່ຳ​ວັນ​ທີ 5/3, ​ເອື້ອຍ​ນ້ອງແມ່​ຍິງຊາວ ຫວຽດ​ນາມ ຢູ່​​ທົ່ວທຸກ​ແຂວງ​, ນະ​ຄອນຂອງ ສ​.ເຊັກ​ໂກ ໄດ້​ເຂົ້າ​ຮ່ວ​ມ​ງາ​ນ​ລາ​ຕີ​ລະ​ດູ​ບານ​ໃໝ່​ປີ 2017 ຢູ່​ນະ​ຄອນຫຼວງ ປ​ຣາ​ຮາ, ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ພົວ​ພັ​ນ​ແລກ​ປ່ຽນ​ສິ​ລະ​ປະ, ວັດ​ທະ​ນະ​ທຳ​ຂ່ຳ​ນັບ​​ຮັບ​ຕ້ອນ​ວັນ​ແມ່​ຍິງ​ສາ​ກົນ 8/3. ທ່ານ ເຈືອງ​ແມ້ງ​ເຊີນ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ສ.ເຊັກ​ໂກ ​ໄດ້ເຂົ້າ​ຮ່ວມ​ເຫດ​ການ. ງານ​ລາ​ຕີ​ແມ່ນ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ສີ​ລະ​ປະ​ໂດຍ​ສູນ​ກາງ​ສະ​​ຫະ​ພັນ​ແມ່​ຍິງ ຫວຽດ​ນາມ ຢູ່ ສ. ເຊັກ​ໂກ ຈັດ​ຕັ້ງ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສ​ະຫຼອງວັນ​ແມ່​ຍິງ ສາ​ກົນ 8/3 ປະ​ຈຳ​ປີ​ເພື່ອ​ເຊີດ​ຊູ​ຄວາມ​ງາມ​ຂອງ​ແມ່​ຍິງ ຫວຽດ​ນາມ.

        ກໍ່​ໃນ​ວັນ​ທີ 5/3, ​ນັກ​ສຶກ​ສາ ຫວຽດ​ນາມ ​ທີ່ພວມ​ຮ່ຳ​ຮຽນ​ຢູ່​ມົດ​ສ​ະ​ກູ ແລະ ບັນ​ດາ​ເຂດ​ອ້ອ​ມ​ຂ້າງ ໄດ້​ຈັດ​ຕັ້ງ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ດ້ວຍ​ຫົວ​ຂໍ້​ວ່າ “ສະ​ໄໝ​ໄວ​ໜຸ່ມ​ທີ່​ຟົດ​ຟື້ນ”. ມ​ີຫຼາຍ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ພື້ນ​ເມືອງ ຂອງ​ຫວຽດ​ນາມ ຄື: ການ​​ເດີນ​ແບບ​ຊ​ຸດ​ເສື້ອ​ຍາວ, ການ​ຟ້ອນລຳ​ທຳ​ເພງ, ບັນ​ດາ​ບົດ​ເພງ​ຍ້ອງ​ຍໍ​​ຊົມ​ເຊີຍປະ​ເທດ​ຊາດ, ຊາວ ຫວຽດ​ນາມ ໂດຍ​ນັກ​ສຶກ​ສາ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຕ່າງໆ​ຢູ່ນີ້​. ເຂົ້າ​ຮ່ວມ​ລາຍ​ການ, ອ້​າຍ​ຟ້າມ​ຕ໋ວນ​ແອງ, ນັກ​ສຶກ​ສາ​ພະ​ແນກ​ຈິດ​ຕະສາດ - ມະ​ຫາ​ວິ​ທ​ະ​ຍາ​ໄລ​ຕຳຫຼວດ (ກະ​ຊ​ວ​ງ​ພາຍ​ໃນ​ລັດ​ເຊຍ), ​ແບ່ງ​ປັນ​ວ່າ:

        “ນີ້​ແມ່ນ​ລາຍ​ການ​ໄດ້​ຮັບ​ການ​ຈັດ​ຕັ້ງ​ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່ ແລະ ​ມີວິ​ທະ​ຍາ​ສາດ, ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ສະ​ມາ​ຊິກ​ຊາວ​ໜຸ່ມ​ຢູ່​​ທົ່ວ​ມົດ​ສະ​ກູ ແລະ ພວກ​ນ້ອງ​ມີ​ຄວາ​ມ​ເອກ​ອ້າງ​ທະ​ນົງ​ໃຈ​​ເມື່ອໄດ້​ເຂົ້າ​ຮ່ວມ​ບັນ​ດາ​ລາຍ​ການ​ໂດຍ​ຄ​ະ​ນະ​ຊາວ​ໜຸ່ມ ແລະ ສະ​ຖານ​ທ​ູດ ຈັດ​ຕັ້ງ.”


ຂ່າວ/ບົດ​ອື່ນ