ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງວັນ​ແມ່​ຍິງ​ສາ​ກົນ​ຄົບ​ຮອບ 110 ປີ

(VOVWORLD) -ຕອນເຊົ້າວັນທີ 6 ມີນາ, ສະຫະພັນແມ່ຍິງນະຄອນເກີນເທີ ໄດ້ຈັດພິທີພົບປະເນື່ອງໃນໂອກາດ ສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 110 ປີ (8/3/1910 - 8/3/2020) , ປຸກລະດົມການຕອບສະໜອງເຫດການ “ເສື້ອຍາວ-ມໍລະດົກວັດທະນະທຳຫວຽດນາມ”.
ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງວັນ​ແມ່​ຍິງ​ສາ​ກົນ​ຄົບ​ຮອບ 110 ປີ - ảnh 1  ງານປະກວດແຕ່ງກິນ (ພາບ: laodong.vn)

      ນະທີ່ນີ້, ທ່ານນາງ ວໍ້ກີມທວາ, ຮອງປະທານສະຫະພັນແມ່ຍິງນະຄອນເກີນເທີ ປາດຖະໜາວ່າ, ບັນດາພະນັກງານ, ສະມາຊິກແມ່ຍິງໃນບໍລິເວນ ຈະສືບຕໍ່ຍູ້ແຮງຂະບວນການແຂ່ງຂັນຮັກຊາດ, ບັນດາບັ້ນຂົນຂວາຍຂອງສະຫະພັນ….ພິເສດ, ໃນໄລຍະນີ້, ແມ່ນຕັ້ງໜ້າຕອບສະໜອງການປຸລະດົມເຫດການ “ເສື້ອຍາວ-ມໍລະດົກວັດທະນະທຳຫວຽດນາມ” ໃຫ້ສະມາຊິກແມ່ຍິງຂັ້ນຕ່າງໆ, ປະກອບສ່ວນບົດບາດຂອງແມ່ຍິງ ໃນການອະນຸລັກຮັກສາມໍລະດົກວັດທະນະທຳນັບພັນປີຂອງຊາດ.

   ໃນຕອນເຊົ້າຂອງວັນທີ 6 ມີນາ, ຢູ່ຮ່າໂນ້ຍ, ສະຫະພັນແມ່ຍິງຫວຽດນາມ ສົມທົບກັບອົງການອົບພະຍົບສາກົນ ຈັດກອງປະຊຸມສຳມະນາເປີດສາກໂຄງການເພີ່ມທະວີກຳລັງຄວາມສາມາດຂອງຫວຽດນາມ ເພື່ອແນໃສ່ໜູນຊ່ວຍການເຊື່ອມຕົວເຂົ້າກັບສັງຄົມແບບຍືນຍົງ ໃຫ້ແກ່ແມ່ຍິງອົບພະຍົມໄດ້ກັບເມືອປະເທດ ແລະ ຄອບຄົວຂອງເຂົາເຈົ້າ.

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ